ມາຈາກ: Pathetlao Daily Newspaper
ຂປລ. ແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວ ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນແຫລ່ງທ່ອງທ່ຽວ ທີ່ນັກທ່ອງທ່ຽວນິຍົມໄປທ່ອງທ່ຽວ ເພື່ອພັກຜ່ອນ ໂອກາດວັນພັກ ຫລື ເທສະການຕ່າງໆ ໂດຍຜູ້ຮັບຜິດ ຊອບໄດ້ພັດທະນາ ແຫລ່ງທ່ອງທ່ຽວຢ່າງຕໍ່ເນື່ອງ ແລະ ໄດ້ກຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເມື່ອ ສປປ ລາວ ເປີດການທ່ອງທ່ຽວສີຂຽວໄລຍະ 2 ທີ່ຈະມາເຖິງນີ້.
ທ່ານ ເຫວິນປິງ ຜູ້ຮັບຜິດຊອບແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວ ໄດ້ໃຫ້ສຳພາດວ່າ: ກ່ອນບໍ່ມີການລະບາດ ພະຍາດໂຄວິດ-19, ນັກທ່ອງທ່ຽວນິຍົມເຂົ້າມາທ່ອງທ່ຽວ ໃນວັນປົກກະຕິປະມານ 1.000-1.600 ຄົນ, ມື້ພັກຜ່ອນ ປະມານ 2.000 ກວ່າຄົນ ໂດຍນັກທ່ອງທ່ຽວ ໄດ້ພາກັນມາເປັນກຸ່ມ ແລະ ແບບຄອບຄົວ ເພື່ອມາເບິ່ງຕົ້ນງິ້ວ ທີ່ເປັນເອກະລັກສະເພາະ ຢູ່ເຂດດອນຊາວນີ້ໃນປີນີ້ ໄດ້ມີປະກົດການທາງທຳມະຊາດ ຄື ມີດອກງິ້ວທີ່ມີສອງສີ ໃນດອກດຽວກັນຄືສີແດງ ແລະ ສີເຫລືອງ. ມາຮອດປັດຈຸບັນ ຄະນະຜູ້ຮັບຜິດຊອບ ແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ໄດ້ອະນຸລັກຕົ້ນດອກງິ້ວ ແລະ ຂຶ້ນທະບຽນແລ້ວ 1.000 ກວ່າຕົ້ນ.
ທ່ານ ເຫວິນປິງ ຍັງໃຫ້ຮູ້ອີກວ່າ: ແຫລ່ງທ່ອງທ່ຽວ ປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວແຫ່ງນີ້ ໄດ້ເລີ່ມພັດທະນາໃນປີ 2018 ມາຮອດທ້າຍປີ 2019 ໄດ້ມີການແພ່ລະບາດພະຍາດ ໂຄວິດ-19 ຄະນະຮັບຜິດຊອບ ກໍ່ໄດ້ປັບປຸງບ່ອນທີ່ຊຸດໂຊມ ແລະ ພັດທະ ນາຂຶ້ນມາໃໝ່ ເຊັ່ນ: ສະໝາມເທບທິດາຕ້ານຢາເສບຕິດ ສະເພາະຢູ່ໃນແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ.
ແຫລ່ງທ່ອງທ່ຽວປ່ອງຢ້ຽມ ສາມຫລ່ຽມຄຳ ທີ່ດອນຊາວ ມີເນື້ອທີ່ 30.000 ຕາແມັດ ແລະ ໄດ້ແບ່ງອອກເປັນ 3 ສ່ວນຄື: ເວທີສໍາລັບການສະແດງ ສິລະປະວັນນະຄະດີ ແລະ ການຈັດງານ ປະກວດນາງສາວດອກງິ້ວຄຳ ທີ່ໄດ້ຈັດຂຶ້ນທຸກໆປີ ແຕ່ຍ້ອນການແພ່ລະບາດພະຍາດ ຈຶ່ງໄດ້ໂຈະໄປ 3 ປີແລ້ວ;ສ້າງຫ້ອງວາງສະແດງ ສິນຄ້າຜະລິດຕະພັນ 1 ເມືອງ 1 ຜະລິດຕະພັນຂອງເມືອງ ແລະ ເຄື່ອງຫັດຖະກໍາ, ສ້າງຫໍວາງສະແດງ, ສະໜາມເທບທິດາຕ້ານຢາເສບຕິດ ເພື່ອສະທ້ອນໃຫ້ເຫັນເຂດດັ່ງກ່າວ ປອດຢາເສບຕິດ ແລະ ມີໝູ່ບ້ານເພື່ອສະແດງ ໃຫ້ເຫັນວິຖິຊີວິດ ຂອງປະຊາຊົນຢູ່ເຂດດັ່ງກ່າວ.
昆明信息港-萨拜迪 记者李悦 据老挝巴特寮通讯社报道,金三角之窗旅游景点位于波乔省东彭县金三角经济特区的男岛上,它是游客在休息日或节假日度假的好去处,景区负责人不断发展旅游景点,在即将开放的老挝2期绿色旅游区迎接国内外游客的到来。
男岛金三角旅游之窗的负责人文斌接受采访时说:“在新冠疫情之前,工作日有1000到1600名游客前来游玩,休息日大约有2000多人,游客多组队或以家庭为单位来参观男岛景区的特色树种——木棉树,今年还有 ‘一树开红黄两色花’ 的自然现象。至今,金三角之窗景区的负责团队保护并登记了1000多棵木棉树。”
文斌说到,男岛金三角之窗旅游景区自2018年发展至2019年年底,因受新冠疫情的影响,负责团队对衰落区域,尤其在金三角之窗旅游景区内的区域,进行了调整和更新发展,如禁毒女神广场。
男岛金三角之窗旅游景区占地30,000平方米,分成三个部分:艺术文学表演平台;照常每年都举行的“金木棉小姐”选美,但由于疫情已暂停三年;设立“一县一品”的手工艺品展览厅;禁毒女神广场,以上这些区域均展现了无毒区村庄人民的生活方式。
ພະນະຄອນສີອະຢຸທະຢາຂອງໄທ: ຂະບວນແຫ່ເພື່ອສະເຫຼີມສະຫຼອງບຸນສົງການ
ສະບາຍດີ2022-04-20
ຮ່ອງຮອຍດວງດາວຂອງທະເລສາບຝູຊ່ຽນຢູ່ແຂວງຢຸນນານ
ສະບາຍດີ2022-04-19
ບຸນປະເພນີຊ່ວຍຍົກລະດັບການທ່ອງທ່ຽວແລະວັດທະນະທຳນະຄອນຄຸນໝິງ
ສະບາຍດີ2022-04-14
ນ້ອງຊາຍພາກຕາເວັນຕົກຢຸນນານຍ່າງເຂົ້າໃນຊົນເຜົ່າ ວາ ຂອງເມືອງຊິມອງ ແລະໄດ້ພົບກັບອາຫານ ຊົນເຜົ່າວາທີ່ແຊບຈົນໃຫ້ຄົນມ
ສະບາຍດີ2022-04-10
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
04/28
11:42
— ແບ່ງປັນ —