ຢາກໄປເຮັດວຽກຢູ່ປະເທດຈີນ ທ່ານຕ້ອງຕອບສະຫນອງເງື່ອນໄຂເຫຼົ່ານີ້

ມາຈາກ:ສະບາຍດີ

微信图片_20220516095856

(ສະບາຍດີ ນັກຂ່າວສຸດໃຈ) ຕາມມາດຕາ 7 ຂອງລະບຽບການວ່າດ້ວຍການບໍລິຫານຄົນຕ່າງປະເທດປະກອບອາຊີບຢູ່ຈີນ, ຄົນຕ່າງປະເທດທີ່ໄປເຮັດວຽກຢູ່ຈີນຕ້ອງຕອບສະໜອງເງື່ອນໄຂລຸ່ມນີ້:

1. ອາຍຸຮອດ 18 ປີ ແລະ ສຸຂະພາບທິ່ດີ;

2. ມີທັກສະວິຊາຊີບທີ່ຈຳເປັນ ແລະ ປະສົບການອາຊີບທີ່ກ່ຽວຂ້ອງເຊິ່ງສອດຄ່ອງກັບອາຊີບທີ່ຈະປະກອບຢູ່ຈີນ.

3. ບໍ່ມີການບັນທຶກຄະດີອາຍາ;

4. ມີຫົວໜ່ວຍຈ້າງງານທີ່ແນ່ນອນ;

5. ຖືຫນັງສືຜ່ານແດນທີ່ມີປະສິດທິຜົນ ຫຼື ເອກະສານການເດີນທາງສາກົນອື່ນໆທີ່ສາມາດທົດແທນຫນັງສືຜ່ານແດນໄດ້.

图片1

ພ້ອມກັນນັ້ນ, ຕາມຂໍ້ກຳນົດຂອງມາດຕາ 41  ກົດໝາຍວ່າດ້ວຍການບໍລິຫານການເຂົ້າອອກສາທາລະນະລັດປະຊາຊົນຈີນ, ຄົນຕ່າງປະເທດທີ່ໄປເຮັດວຽກຢູ່ຈີນຕ້ອງໄດ້ຮັບໃບອະນຸຍາດການເຮັດວຽກແລະໃບຢັ້ງຢືນທີ່ຢູ່ອາໄສປະເພດອາຊີບຕາມລະບຽບ.


ຂັ້ນຕອນໂດຍຫຍໍ້ຂອງການຂໍເອກະສານກ່ຽວກັບປະກອບອາຊີບຢູ່ຈີນສໍາລັບຄົນຕ່າງປະເທດ:


微信图片_20220516095907

ຄົນຕ່າງປະເທດຢູ່ນອກຊາຍແດນ:

1.ຫົວໜ່ວຍຂໍໃບອະນຸຍາດເຮັດວຽກຢູ່ຕ່າງປະເທດ ຈາກພະແນກເຕັກໂນໂລຊີ ຫຼື ພະແນກຊັບພະຍາກອນມະນຸດ ແລະ ປະກັນສັງຄົມ

2. ຂໍວິຊາປະເພດZ ຈາກສະຖານກົງສຸນຈີນແລ້ວ ເຂົ້າໃນປະເທດຈີນ

3. ເຂົ້າໃນປະເທດຈີນແລ້ວໄປກວດຮ່າງກາຍ

4. ໄປກົມຕໍາຫຼວດ ລົງທະບຽນທີ່ພັກຊົ່ວຄາວ

5. ຂໍໃບອະນຸຍາດການເຮັດວຽກ ຈາກພະແນກເຕັກໂນໂລຊີ ຫຼື ພະແນກຊັບພະຍາກອນມະນຸດ ແລະ ປະກັນສັງຄົມ

6. ຂໍໃບຢັ້ງຢືນທີ່ຢູ່ອາໄສປະເພດອາຊີບ ຈາກພະແນກການບໍລິຫານເຂົ້າອອກຊາຍແດນຕຳຫຼວດ

ຄົນຕ່າງປະເທດຢູ່ໃນປະເທດຈີນ:

1. ການກວດຮ່າງກາຍ

2. ໄປກົມຕໍາຫຼວດ ລົງທະບຽນທີ່ພັກຊົ່ວຄາວ

3. ຂໍໃບອະນຸຍາດການເຮັດວຽກ ຈາກພະແນກເຕັກໂນໂລຊີ ຫຼື ພະແນກຊັບພະຍາກອນມະນຸດ ແລະ ປະກັນສັງຄົມ

4. ຂໍໃບຢັ້ງຢືນທີ່ຢູ່ອາໄສປະເພດອາຊີບ ຈາກພະແນກການບໍລິຫານເຂົ້າອອກຊາຍແດນຕຳຫຼວດ

微信图片_20220516095856

根据《外国人在中国就业管理规定》第七条,外国人在中国就业须具备下列条件:

1. 年满18周岁,身体健康;

2. 具有从事其工作所必须的专业技能和相应的工作经历;

3. 无犯罪记录;

4. 有确定的聘用单位;

5. 持有有效护照或能代替护照的其他国际旅行证件。

图片1

▲同时,根据《中华人民共和国出境入境管理法》第四十一条的规定,外国人在中国境内工作,应当按照规定取得工作许可和工作类居留证件。

外国人办理工作有关手续简要流程:

微信图片_20220516095907



[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/16

11:19

ແບ່ງປັນ

ແປ
翻译