ຈົ່ງພ້ອມກັນປະຕິບັດກົດຈະລາຈອນ ເພື່ອຫຼີກລ່ຽງອຸບັດເຫດໄລຍະປີໃໝ່ລາວ

ມາຈາກ:ສະບາຍດີ

ເນື່ອງໃນໂອາກາດສະເຫຼີມສະຫຼອງປີໃໝ່ລາວ, ເພື່ອເປັນການສະກັດກັ້ນອຸບັດເຫດຈະລາຈອນທາງບົກ ໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບໃໝ່ລາວ ພ.ສ 2565 ໃຫ້ມີຄວາມສະຫົງບ,ກົມຕຳຫຼວດຈະລາຈອນກະຊວງປ້ອງກັນຄວາມສະຫງົບ ຈຶ່ງຮຽກຮ້ອງມາຍັງ ຜູ້ໃຊ້ລົດ-ໃຊ້ຖະໜົນຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ເພື່ອຫຼຸດຜ່ອນຜົນເສຍຫາຍ ຈາກການເກີດອຸບັດເຫດຈະລາຈອນທາງບົກດັ່ງນີ້:

1. ຜູ້ຂັບຂີ່ລົດຕ້ອງເຄົາລົບ ແລະ ປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ

2. ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວກກັນກະທົບ ທັງຜູ້ຂັບ ແລະ ຜູ້ຊ້ອນທ້າຍ (ຖ້າລະເມີດຈະໄດ້ກັກລົດໄວ້) ເພື່ອຄວາມປອດໄພຂອງທ່ານ.

3. ຜູ້ຂັບຂີ່ລົດໃຫຍ່ ຕ້ອງຮັດສາຍແອວນິລະໄພ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຂັບຂີ່ ແລະ ຜູ້ໂດຍສານ.

4. ກ່ອນຈະນຳໃຊ້ພາຫະນະ ຕ້ອງກວດກາສະພາບເຕັກນິກ ແລະ ຄວາມພ້ອມຂອງລົດ ໃຫ້ມີຄວາມຮັບປະກັນເປັນຢ່າງດີ.

5. ຫ້າມຜູ້ຂັບຂີ່ດື່ມສິ່ງມຶນເມົາ (ເມົາຫ້າມຂັບຂີ່ລົດ) ຢ່າງເດັດຂາດ ຖ້າຫາກກວດພົບເຫັນ ເຈົ້າໜ້າທີ່ຕຳຫຼວດຈະລາຈອນຈະໄດ້ກັກໄວ້, ຊ່ວງເມົາແລ້ວຈຶ່ງອະນຸຍາດໃຫ້ໄປ ຫຼື ໃຫ້ຍາດພີ່ນ້ອງ ໝູ່ຄູ່ມາຮັບເອົາ ເພື່ອຮັບປະກັນຄວາມປອດໄພ.

6. ຫ້າມຂີ່ໄວເກີນກົດໝາຍກຳນົດ (ສຳລັບລົດຂົນສົ່ງໂດຍສານຫ້າມແລ່ນໄວເກີນ 80 ກິໂລແມັດຕໍ່ຊົ່ວໂມງ ຕາມເສັ້ນທາງຫຼວງສະເພາະຢູ່ເຂດນອກເມືອງ).

7. ຫ້າມຂີ່ລົດຈັກ ເປັນພຶງ ເປັນແພຊີງກັນຕາມເສັ້ນທາງເດັດຂາດ.

8. ຫ້າມນຳໃຊ້ລົດກະບະ ບັນທຸກຄົນໂດຍສານໃສ່ກະບະ ຫຼື ນັ່ງຝາທ້າຍຢ່າງເດັດຂາດ.

9. ຫ້າມນຳໃຊ້ລົດຂົນສົ່ງໂດຍສານ ບັນທຸກສິນຄ້າ ແລະ ບັນທຸກຜູ້ໂດຍສານເກີນກຳນົດ ແລະ ຊ່ວງຊີງເອົາຜູ້ໂດຍສານຢ່າງເດັດຂາດ.

10. ລົດຂົນສົ່ງໂດຍສານທາງໄກ ຕ້ອງມີໂຊເຟີສຳຮອງທຸກຄັ້ງເວລາເດີນທາງ.

11. ຫ້າມຜູ້ປົກຄອງປະປ່ອຍໃຫ້ເດັກນ້ອຍອາຍຸບໍ່ເຖິງກະສຽນ ຂັບຂີ່ລົດຈັກຢ່າງເດັດຂາດ.

12. ຖ້າບຸກຄົນໃດລະເມີດ ຈະຖືກສຶກສາອົບຮົມ ແລະ ປັບໃໝຕາມລະບຽບກົດໝາຍຢ່າງເຂັ້ມງວດ.

13. ພິເສດ ສະເພາະເສັ້ນທາງດ່ວນ, ການນຳໃຊ້ຄວາມໄວສູງບໍ່ໃຫ້ເກີນ 120 ກິໂລແມັດ ຕໍ່ຊົ່ວໂມງ ແລະ ຄວາມໄວຕໍ່າສຸດບໍ່ໃຫ້ຫຼຸດ 80 ກິໂລແມັດຕໍ່ຊົ່ວໂມງ (ເຈົ້າໜ້າທີ່ຕຳຫຼວດຈະໄດ້ຈັບຄວາມໄວຜ່ານກ້ອງຈັບຄວາມໄວ).

14. ຫ້າມຈອດລົດໃນເສັ້ນທາງດ່ວນຢ່າງເດັດຂາດ (ຍົກເວັ້ນກໍລະນີລົດເປ່ເພ).

在庆祝老挝新年期间,为防止新年庆典期间发生道路交通事故,在佛历2565新年辞旧迎新之际,公安部交警部门呼吁司机驾驶员配合并严格遵守交规,减少道路交通事故造成的损失,具体规定如下:

1.司机必须尊重并严格遵守交通规则

2. 为了您的安全,摩托车驾驶员和乘客必须佩戴头盔(违者将被拘留)。

3. 新手驾驶者必须系好安全带,以确保司机和乘客的安全。

4. 使用交通工具前,检查车辆的技术状况和准备情况,确保车辆安全。

5. 严禁司机饮酒(酒后禁止驾驶)。如果被交警拘留,醉酒期间允许自行离开,或由亲友接走,以确保安全。

6. 不要超速行驶(客车在城外公路上不超过每小时80公里的速度)。

7. 严禁在马路上成群结队骑摩托车或赛车。

8. 严禁为皮卡车载客或乘客坐在后斗上。

9. 严禁客车载货、超员、抢客。

10. 长途客车出行时,必须时刻配备一名备用司机。

11. 严禁父母让未满驾驶年龄的儿童骑摩托车。

12. 任何违反者,将严格按照规章制度进行教育和罚款。

13. 高速公路,最高时速不超过120公里/小时,最低时速不低于80公里/小时(警察会通过测速摄像头测速)。

14. 严禁在高速公路上停车(损坏车辆除外)。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/06

17:00

ແບ່ງປັນ

ແປ
翻译