ຊາວຢຸນນານເລີ່ມ"ງານລ້ຽງເຫັດປ່າ"!

ມາຈາກ:ສະບາຍດີ

20240708122344381c9f41759ff85dd149104ae7_d6d7d11a7f504ee8a3969ae0215be644

ຊາວແຂວງຢຸນນານເບິ່ງຄືວ່າເກີດມາພ້ອມກັບຄວາມສາມາດການເກັບອາຫານຈາກພູຜາປ່າດົງແລະແມ່ນ້ຳລຳແສ,ໄດ້ຮັບເອົາຂອງຂວັນຂອງທຳມະຊາດ.

微信图片_20250519150657

ເມື່ອຝົນຕົກເພີ່ມຂຶ້ນ,ເຫັດປ່າໃນພູຜາປ່າດົງທົ່ວແຂວງຢຸນນານກໍ່ຄ່ອຍໆ"ເກີດຂື້ນ".ເຫັດປ່າທີ່ກິນໄດ້ຫຼາກຫຼາຍຊະນິດກຳລັງເຂົ້າສູ່ຕະຫຼາດແລະປະກົດຂຶ້ນຢູ່ເທິງໂຕະຂອງປະຊາຊົນ.ສະນັ້ນ,ແຂວງຢຸນນານໄດ້ຕ້ອນຮັບ"ລະດູການກິນເຫັດ"ຢ່າງເປັນທາງການ.

微信图片_20250519150649

ໃນລະດູຮ້ອນ,ດ້ວຍການລ້ຽງດູຂອງຝົນ,ເຫັດປ່າທີ່ກິນໄດ້ຈະແຕກອອກຈາກພື້ນດິນຕາມພູຜາປ່າດົງ,ບໍ່ພຽງແຕ່ເຮັດໃຫ້ໂຕະອາຫານຂອງຊາວແຂວງຢຸນນານໄດ້ອຸດົມສົມບູນເທົ່ານັ້ນ,ແຕ່ຍັງກາຍເປັນອາຫານແຊບໆຂອງປ່າໄມ້ທີ່ນັກທ່ອງທ່ຽວຈາກທົ່ວປະເທດເພື່ອມາຊີມອີກ.

4b8c0ffa2b7c3cc33069eb071bbe221

ເນື່ອງຈາກວ່າເຊື່ອນໄຂທຳມະຊາດທີ່ເປັນເອກະລັກສະເພາະ,ສະພາບແວດລ້ອມທາງນິເວດທີ່ດີແລະພູມສັນຖານທີ່ໂດດເດັ່ນຂອງແຂວງຢຸນນານ,ໄດ້ເກີດເຫັດປ່າທີ່ອຸດົມສົມບູນຫຼາຍຊະນິດ.ຢຸນນານເປັນເຂດທີ່ມີຊະນິດເຫັດປ່າຈຳນວນແລະປະລິມານຫຼາຍທີ່ສຸດໃນທົ່ວໂລກ,ເຫັດປ່າທີ່ຮູ້ຈັກກິນໄດ້ໃນໂລກມີຫຼາຍກວ່າ2,500ຊະນິດ,ໃນນັ້ນແຂວງຢຸນນານມີ900ກວ່າຊະນິດ,ກວມເອົາປະມານ36%ຂອງຊະນິດເຫັດປ່າໃນທົ່ວໂລກແລະກວມເອົາ90%ຂອງຊະນິດເຫັດປ່າໃນທົ່ວປະເທດ;ໂດຍສະເລ່ຍມີເຫັດປ່າທີ່ກິນໄດ້ປະມານ500,000ໂຕນໃນແຕ່ລະປີ.

1747710089790

ນະຄອນຄຸນມິງແຂວງຢຸນນານ,ເປັນເມືອງແຫ່ງທີ່ມີຊື່ວ່າ"ເມືອງແຫ່ງລະດູການໄມ້ປົ່ງ",ບໍ່ພຽງແຕ່ໄດ້ດຶງດູດຄວາມສົນໃຈຂອງໂລກດ້ວຍສະພາບອາກາດທີ່ຄ້າຍຄືລະດູໃບໄມ້ປົ່ງຕະຫຼອດປີ,ປະຫວັດສາດແລະວັດທະນະທຳອັນອຸດົມສົມບູນເທົ່ານັ້ນ,ແຕ່ຍັງກາຍເປັນສະຖານທີ່ສັກສິດສຳລັບຜູ້ຮັກອາຫານຍ້ອນແຫຼ່ງເຫັດປ່າທີ່ເປັນເອກະລັກສະເພາະ.

"ຫົວໃຈ"ຂອງຕະຫຼາດເຫັດປ່າທົ່ວໂລກຈັດໄວ້ຢູ່ນະຄອນຄຸນມິງ-ສູນການຄ້າເຫັດປ່າເໝົາຊຸຍຮວາແຂວງຢຸນນານ.

1881852_2048x2048 (1)

ຕອນເຊົ້າວັນທີ14ພຶດສະພານີ້,ປະເພດແລະປະລິມານຂອງເຫັດປ່າຢູ່ຕະຫຼາດເໝົາຊຸຍຮວາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.ຕາມສະຖິຕິ,ມີເຫັດປ່າຈຳນວນ258ຊະນິດທີ່ວາງຂາຍຢູ່ຕະຫຼາດແຫ່ງນີ້ຢ່າງດຽວ,ເຊິ່ງໄດ້ສາມາດເອີ້ນວ່າເປັນຮຸ່ນນ້ອຍຂອງ"ອານາຈັກເຫັດປ່າ".

1881857_2048x2048

ຫວ່າງມໍ່ໆມານີ້,ເຫັດປ່າເກືອບ1ໂຕນໄດ້ວາງຂາຍຢູ່ຕະຫຼາດດັ່ງກ່າວໃນມື້ດຽວ.ໃນນັ້ນ,ເຫັດMatsutakeຖືກຂາຍໃນລາຄາ2,400ຢວນຫາ5,000ຢວນຕໍ່ກິໂລ,ເຊິ່ງແພງເທົ່າກັບທອງຄຳ.

20240708122344381c9f41759ff85dd149104ae7_428c8fbdd2de4d95bf832ad11d266ea9

ອີງຕາມທ່ານຈາຍຈັງຊືນ,ຜູ້ອໍານວຍການໜ່ວຍງານການຕະຫຼາດຂອງຕະຫຼາດເໝົາຊຸຍຮວາກ່າວວ່າ:ເມື່ອບໍ່ດົນມານີ້,ກໍ່ມີຊຸດທໍາອິດຂອງເຫັດຫົວຂຽວໄດ້ສົ່ງຮອດຕະຫຼາດໃນທຸກໆເຊົ້າ.

ເຫັດຫົວຂຽວຊຸດນີ້ທີ່ມາຈາກກິ່ງແຂວງສິບສອງພັນນາ,ມີພຽງແຕ່5ກິໂລແມັດໃນຕໍ່ມື້,ລາຄາຂາຍໃນລະຫວ່າງ600ຢວນຫາ1,000ຢວນຕໍ່ກິໂລ,ໄດ້ຂາຍໝົດໃນຕອນບ່າຍ.ມີຜູ້ຊື້ລວມມີທັງຜູ້ຊື້ຈາກຮ້ານອາຫານ,ລູກຄ້າສ່ວນບຸກຄົນແລະຜູ້ຊື້ທີ່ທົດລອງຊີມ.

20240708122344381c9f41759ff85dd149104ae7_fd92a203958945e696bc2d9ce751f94e

ປະຈຸບັນນີ້,ເຫັດປ່າທີ່ຂາຍຢູ່ສ່ວນໃຫຍ່ແມ່ນຜະລິດຢູ່ແຂວງຢຸນນານ.ຄາດວ່າໃນກາງເດືອນມິຖຸນານີ້,ໂດຍມີຝົນຕົກຫຼາຍຢູ່ບ່ອນຕ່າງໆ,ເຫັດປ່າຈະມີເປັນຈຳນວນຫຼວງຫຼາຍ.ເຫັດປ່າຈາກທົ່ວປະເທດຈະເຂົ້າສູ່ຕະຫຼາດເຊັ່ນດຽວກັນ,ລາຄາກໍຈະຄ່ອຍໆຫຼຸດລົງ.ໃນເວລານັ້ນ,ທຸກຄົນຈະໄດ້ຊີມເຫັດປ່າທີ່ແຊບກວ່າ.

20240708122344381c9f41759ff85dd149104ae7_d6d7d11a7f504ee8a3969ae0215be644

云南人似乎天生就懂得,在山野丛林、旷野河湖中采集食材,接受大自然的馈赠。

微信图片_20250519150657

随着雨水渐多,云南各地山林间的野生菌渐渐"冒头",各类可食用野生菌进入市场、走上大众餐桌,云南正式迎来一年一度的"吃菌季"。

微信图片_20250519150649

夏季,在雨水的滋润下,食用野生菌在山林中破土而出,不仅丰富了云南人的餐桌,更成为全国各地游客争先品尝的山珍。

4b8c0ffa2b7c3cc33069eb071bbe221

云南得天独厚的自然条件、良好的生态环境和独特的地形地貌,孕育了种类丰富的野生菌。云南是全球野生菌品种和数量较多地区,世界已知野生食用菌2500余种,云南有900余种,约占全球种类的36%,占全国种类的90%;野生食用菌年均蕴藏量50万吨左右。

1747710089790

云南昆明,这座被誉为"春城"的城市,不仅以其四季如春的气候和丰富的历史文化吸引着世界的目光,更因其得天独厚的野生菌资源而成为美食爱好者的圣地。

全球菌市的"心脏",便藏在昆明——云南木水花野生菌交易中心。

1881852_2048x2048 (1)

5月14日上午,木水花市场的野生菌种类、数量已明显增多。据统计,仅该市场在售的野生菌种类就有258种,堪称微缩版的"野生菌王国"。

1881857_2048x2048

近期,市场单日上市野生菌近1吨,其中松茸每公斤售价2400元—5000元,价格堪比黄金。

20240708122344381c9f41759ff85dd149104ae7_428c8fbdd2de4d95bf832ad11d266ea9

木水花市场市场部主管翟占世介绍,近日每天清晨都会有头水青头菌抵达市场。

这批来自西双版纳的青头菌,每天仅5公斤,售价在600元/公斤至1000元/公斤之间,下午便全部售罄,购买者既有餐饮店买家,也有不少尝鲜的散客。

20240708122344381c9f41759ff85dd149104ae7_fd92a203958945e696bc2d9ce751f94e

目前在售野生菌大多产自云南,预计6月中旬,随着各地雨水充沛,野生菌将大量上市,全国各地的野生菌也会进入市场,价格将逐步回落,届时大家能尝到更多鲜美的野生菌。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

05/22

17:22

ແບ່ງປັນ

ແປ
翻译