ມາຈາກ:ສະບາຍດີ
ບໍລິສັດທາງລົດໄຟລາວ-ຈີນ ຈະເພີ່ມຖ້ຽວລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໂດຍຈະແລ່ນໄປ-ກັບຈາກສະຖານີນະຄອນຫລວງວຽງຈັນ ຫາ ສະຖານີຫລວງພະບາງໂດຍກົງ(ບໍ່ຈອດລະຫວ່າງທາງ) ໃນວັນທີ 13 ເມສາ 2022 ນີ້, ເພື່ອຕອບສະໜອງໃຫ້ປະຊາຊົນມີລົດໄຟ ໃຊ້ຢ່າງພຽງພໍໃນຊ່ວງເທສະການບຸນປີໃໝ່ລາວ.
ກ່ອນໜ້ານີ້, ບໍລິສັດທາງລົດໄຟລາວ-ຈີນ ກໍໄດ້ມີການເພີ່ມລົດໄຟມາແລ້ວຫລາຍຖ້ຽວ ເຊັ່ນ:ລົດໄຟ EMU ຂະບວນທີ 3 ຖ້ຽວ C86/5 ແລະ ລົດໄຟທຳມະດາ ເພື່ອຕອບສະໜອງການເດີນທາງຂອງ ຜູ້ໂດຍສານ.
ລົດໄຟຖ້ຽວ C92 ອອກຈາກສະຖານີນະຄອນຫລວງວຽງຈັນ ເວລາ 8:30 ແລະ ຮອດສະຖານີຫລວງພະບາງ ເວລາ 10:25, ລົດໄຟຖ້ຽວ C91 ອອກຈາກຫລວງພະບາງ ເວລາ 10:50 ແລະ ຮອດສະຖານີນະຄອນຫລວງວຽງຈັນເວລາ 12:55.(ມາຈາກ ບໍລິສັດທາງລົດໄຟລາວ-ຈີນ)
老中铁路公司将增加动车组C92/1班旅客列车服务,该班列将于2022年4月13日从万象首都站来回琅勃拉邦站(中途不经停)。在老挝新年期间为民众提供足够的火车需求。
此前,老中铁路公司已增设如:3次C86/5号动车班列和普通班列等多列列车,以满足旅客的需求。
C92次列车8:30从万象首都站出发,10:25到达琅勃拉邦站,C91次列车10:50从琅勃拉邦出发,12:55到达万象站。
[ບັນນາທິການ:ຄຳປະເສີດ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xuting]
ທາງລົດໄຟຈີນ-ລາວເພີ່ມຂະບວນລົດໄຟ EMU ໃໝ່ເພື່ອຮັບໃຊ້ການຂົນສົ່ງຜູ້ໂດຍສານໃນປີໃໝ່ລາວ
ສະບາຍດີ2022-04-11
ສ້າງເສັ້ນທາງທອງແຫ່ງຜົນປະໂຫຍດຂອງປະຊາຊົນສອງປະເທດ
ສະບາຍດີ2022-04-07
ທາງລົດໄຟຈີນ-ລາວໄດ້ດຳເນີນມາເປັນເວລາ 4 ເດືອນແລ້ວ, ການສັນຈອນຂອງຜູ້ໂດຍສານແລະການຂົນສົ່ງກໍຂະຫຍາຍຕົວ.
ສະບາຍດີ2022-04-06
ທາງລົດໄຟຈີນ-ລາວດຳເນີນການກວດກາຄວາມປອດໄພເພື່ອຮັບປະກັນຄວາມປອດໄພໃນການປະຕິບັດງານ
ສະບາຍດີ2022-04-02
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved