ການເລີ່ມວຽກງານໂຄງການຊ່ວຍເຫຼືອລາວກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານທີ່ຈີນໃຫ້ການຊ່ວຍເຫຼືອ

ມາຈາກ:ສະບາຍດິ

446

(ສະບາຍດີ ນັກຂ່າວສຸດໃຈ) ໂຄງການຊ່ວຍເຫຼືອລາວກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານທີ່ຈີນໃຫ້ການຊ່ວຍເຫຼືອໄດ້ເລີ່ມຕົ້ນຢ່າງເປັນທາງການໃນວັນທີ່ 25 ເມສານີ້. ທ່ານ Jiang Zaidongເອກອັກຄະລັດຖະທູດຈີນປະຈຳລາວແລະທ່ານBoviengkham Vongdaraລັດຖະມົນຕີກະຊວງເຕັກໂນໂລຊີແລະສື່ສານລາວໄດ້ເຂົ້າຮ່ວມພິທີວາງສີລາລືກ.

ໂຄງການນີ້ຕັ້ງຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ກໍ່ສ້າງອາຄານການສອນຈະ 1 ຫຼັງ, ມີເນື້ອທີ່ກໍ່ສ້າງທັງໝົດປະມານ 5.500 ຕາແມັດ, ເປັນອາຄານ 5 ຊັ້ນ, ພາຍໃນອາຄານມີຫ້ອງຮຽນ, ຫ້ອງທົດລອງ, ຫ້ອງສະໝຸດແລະອື່ນໆ. ທີມງານໂຄງການກໍ່ສ້າງທາງລົດໄຟຂອງຈີນຈະປະສົມປະສານປັດໄຈພື້ນເມືອງລາວບົນພື້ນຖານຂອງສະຖາປັດຕະຍະກໍາທີ່ທັນສະໄຫມ, ເພື່ອສ້າງພື້ນຖານການສຶກສາແລະການຝຶກອົບຮົມທີ່ມີຄຸນລັກສະນະຂອງພາກພື້ນແລະລັກສະນະຊົນເຜົ່າ.

ທ່ານ Jiang Zaidong ກ່າວຄຳປາໄສໃນພິທີວາງສີລາລືກວ່າ, ໃນຖານະເປັນປະຊາຄົມຮ່ວມຊາຕາກຳ, ຈີນຈະສືບຕໍ່ຊ່ວຍເຫຼືອລາວໃນການຍົກລະດັບການສຶກສາ, ບຳລຸງສ້າງຊັບພະຍາກອນທີ່ດີເດັ່ນຢ່າງຕໍ່ເນື່ອງ, ບໍລິການພັດທະນາເສດຖະກິດແລະສັງຄົມຂອງລາວ ແລະ ປະຕິບັດການຮ່ວມກັນຂອງສອງປະເທດ.

ທ່ານ Boviengkham Vongdara ສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານແລະການສຶກສາຂອງລາວ, ພ້ອມທັງກ່າວວ່າ, ຈະຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຮ່ວມມື, ຍົກລະດັບການຮ່ວມມືລະຫວ່າງສອງປະເທດລາວແລະຈີນ.

ຕາມການຮັບຮູ້, ຫຼັງຈາກການເລີ່ມວຽກງານໂຄງການຊ່ວຍເຫຼືອລາວກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຝ່າຍຈີນຈະດຳເນີນການຝຶກອົບຮົມວິຊາການຢັ້ງຢືນຕໍ່ຄູສອນລາວ, ແລະມີແຜນຈະຝຶກອົບຮົມຄູສອນແລະນັກສຶກສາລາວຈຳນວນ 312 ຄົນໃນໄລຍະການກໍ່ສ້າງ.



446

新华社万象4月25日电 中国援老挝邮电技术学院项目25日正式开工建设。中国驻老挝大使姜再冬和老挝技术与通讯部部长波万坎共同出席奠基仪式。

这个项目位于老挝首都万象市,施工建设教学楼一栋,总建筑面积约5500平方米,为地上五层结构,楼内设有教室、实验室、图书馆等。中铁建设项目团队将在现代建筑风格基础上融入老挝传统元素符号,打造具有地域性和民族特征的教育培训基地。

姜再冬在奠基仪式上致辞说,作为命运共同体,中方将继续帮助老方不断提高教育水平、培养优秀人才,服务老挝经济社会发展和两国务实合作。

波万坎感谢中方为老挝信息技术、教育事业发展作出的积极贡献,表示将进一步深挖合作潜力,提升老中合作水平。

据了解,援老挝邮电技术学院项目开工后,中方将对老方教师进行认证课程培训,计划在施工期内培养老方教师与学员312人。


[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/27

10:38

ແບ່ງປັນ

ແປ
翻译