ຕື່ມແຮງໃຫ້ການຫັນເປັນຂໍ້ມູນຂ່າວສານຈາກ 2G ຫາ 5G : "ການຮ່ວມມືທີ່ມີລັກສະນະປະຫວັດສາດ"ເປັນເວລາກວ່າ 24 ປີ ຂອງລາວກັບບໍລິສັດເຫວີຍ

ມາຈາກ:ສະບາຍດີ


img1138911014820220408_135912

ບໍລິສັດຫົວເຫວີຍ ໄດ້ມີສ່ວນຮ່ວມໃນງານພິທີເປີດ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍການເປັນສ່ວນຫນຶ່ງໃນການວາງສະແດງ ຜົນງານການຮ່ວມມື ລະຫວ່າງ ບໍລິສັດ ຫົວເຫວີຍ ກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ເປັນເວລາກວ່າ 24 ປີ ທີ່ທາງບໍລິສັດຫົວເຫວີ້ຍ ໄດ້ມີການຮ່ວມມືກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງຜ່ານມາວຽກງານ ICT ຂອງທາງຫົວເຫວີຍ ສາມາດມາດຊ່ວຍຊຸກຍູ້ ແລະ ສະໜັບສະໜູນ ໃຫ້ ສປປ ລາວ ໃນການຫັນເປັນດິຈິຕອນໄດ້ໄວຂຶ້ນ.

ການວາງສະແດງຄັ້ງນີ້, ຫົວເຫວີຍ ກໍໄດ້ນໍາສະເໜີວີດີໂອຜົນງານ ຮ່ວມກັບກະຊວງ ເຕັກໂລຊີ ແລະ ການສື່ສານໂດຍສະເພາະໃນຂະແໜງໂທລະຄົມມະນາຄົມ ເຊິ່ງບໍລິສັດຫົວເຫວີຍມີບົດບາດສໍາຄັນໃນການສ້າງສັນຍານເຄືອຂ່າຍ 2G ( ປີ 1999 ), 3G (ປີ2008), 4G (ປີ 2012) and 5G trial (2020) ເປັນຄັ້ງທໍາອິດໃນລາວ,ລວມທັງການສົ່ງເສີມດ້ານການສຶກສາຜ່ານໂຄງການ “ແກ່ນພັນເພື່ອອະນາຄົດ (Seed for the future)”ທຸກໆປີພວກເຮົາ ໄດ້ສົ່ງນັກຮຽນລາວໄປຮ່ວມຝຶກອົບຮົມທາງດ້ານໄອຊີທີ ທີ່ປະເທດຈີນ.

ໃນປັດຈຸບັນນີ້, ພາຍໃຕ້ກະແສການຫັນເປັນດີຈິຕອນຕາມລູກຄ້າ ແລະ ສະພາບການເຊິ່ງເປັນປະເພດທີ່ຕ່າງກັນ ແລະຄວາມຕ້ອງການທີ່ຕ່າງກັນ. ຫົວເຫວີ້ຍ ໄດ້ໃຫ້ການບໍລິການແກ້ໄຂບັນຫາດ້ານດີຈິຕອນໃຫ້ແກ່ກົມຕ່າງໆຂອງລັດຖະບານ ແລະ ວິສາຫະກິດຂອງລາວ, ລວມທັງວິທະຍາເຂດອັດສະລິຍະ (Smart Campus), ສູນຈັັດເກັບຂໍ້ມູນ (Data center), ລະບົບກອງປະຊຸມທາງໄກ (Video Conference) ແລະ ອື່ນໆ.

ນອກຈາກນັ້ນ, ທາງພາກສ່ວນຂອງລະບົບຄົມມະນາຄົມ ຫົວເຫວີ້ຍ ໄດ້ມີໂຊລູຊັນ ສໍາລັບທາງລົດໄຟລາວ-ຈີນ ເພື່ອເຮັດໃຫ້ການສື່ສານ ລະຫວ່າງ ລົດໄຟ ກັບແຕ່ລະສະຖານີມີປະສິດທິພາບ ແລະ ມີປອດໄພສູງສຸດ, ເຊິ່ງໃນນັ້ນລວມໄປເຖິງ ໂຊລູຊັນສໍາລັບເຮັດໃຫ້ຜູ້ໂດຍສານ ສາມາດເຂົ້າເຖິງອິນເຕິີເນັດຜ່ານມືຖືໄດ້ຕະຫລອດໄລຍະການເດີນທາງ. ໃນງານດັ່ງກ່າວນີ້, ຫົວເຫວີຍ ໄດ້ນໍາສະເໜີໂຊລູຊັນໃໝ່ທາງດ້ານພະລັງານແສງຕາເວັນ ທີ່ຈະເຮັດໃຫ້ສໍານັກງານອົງການ ຫລື ຄົວເຮືອນສາມາດ ເຂົ້າເຖິງ ແລະ ຕິດຕັ້ງໃຊ້ງານລະບົບພະລັງງານໄຟຟ້າຈາກແສງຕາເວັນໄດ້ຢ່າງງ່າຍດາຍ ດ້ວຍໂຊລູຊັນທີ່ມີຊື່ວ່າ Huawei FusionSolar.

ງານວາງສະແດງຂອງຫົວເຫວີ້ຍ ກໍໄດ້ຮັບກຽດຈາກ ທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແລະ ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າມາຢ້ຽມຢາມພາກສ່ວນວາງສະແດງ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບໝາກຜົນການຮ່ວມມື ລະຫວ່າງ ບໍລິສັດຫົວເຫວີຍ ກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະໃນຂະແໜງການໄອຊີທີ.ແລະ ບໍລິສັດຫົວເຫວີ້ຍ ກໍໄດ້ມີຜະລິດຕະພັນທີ່ມີຄຸນນະພາບ ແລະ ເປັນທີ່ຍອມຮັບລະດັບໂລກ ເຂົ້າມານໍາໃຊ້ ໃນ ສປປລາວ ເພື່ອສົ່ງເສີມໃຫ້ວຽກງານໄອຊີທີ ໃນລາວ ໃຫ້ເຂັ້ມແຂງ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.


img1138911014820220408_135912

华为老挝分公司出席了老挝邮电通信部第二届代表大会,并在会上展示了华为和老挝邮电通信部的合作成果,并回顾了华为与该部长达24年的“历史性合作”,华为的ICT工作能够推动和支持老挝数字化快速转型。

参会期间,华为通过一段视频,从1999年2G、2008年3G建设,到2012年开通4G服务,直至2020年启动5G试验,向现场观众介绍了其与老挝邮电通信部通力合作,在助力老挝电信发展的各个节点上所发挥的重要作用。此外,华为还通过每年的“未来种子”项目让老挝学生前往中国学习,帮助老挝培养ICT人才。

目前,针对数字化浪潮下老挝不同类型和需求的客户、场景,华为为老挝政府部门和企业,提供一系列数字化转型解决方案,包括智慧校园、数据中心、视频会议等。

此外在交通系统方面,华为还为中老铁路车站与指挥中心之间稳定、安全的通信提供解决方案,为广大乘客全程提供互联网服务。在大会中,华为提出光能解决方案,其推出的FusionSolar解决方案可帮助企业、家庭轻松配备光伏发电系统。

华为展会还邀请了老挝国家副主席本通·吉玛尼、老挝邮电通信部部长博维恩卡姆·冯达拉专程造访、参观华为展台,称赞华为与老挝邮电通信部合作取得的成就,尤其在ICT领域取得的成果,华为还为老挝引进了世界一流的高质量产品,促进老挝ICT行业现代化发展。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/18

11:10

ແບ່ງປັນ

ແປ
翻译