ມາຈາກ:ສະບາຍດີ
ຫມາກໄມ້ສີຂຽວບຳລຸງຄວາມຫວັງ, ສີຂຽວຊີ້ນໍາການພັດທະນາ. ໃນຊຸມປີມໍ່ໆມານີ້, ກຸ່ມຊາວພູກ່ວນຢິ່ນໄດ້ແຕ້ມຮູບພາບຂອງຊົນນະບົດທີ່ສວຍງາມແລະທັນສະໄໝດ້ວຍເອົານິເວດເປັນການຊີ້ນຳ.
ກຸ່ມຊາວພູກ່ວນຢິ່ນ ຕັ້ງຢູ່ຝັ່ງຕາເວັນຕົກຂອງທະເລສາບຕ່ຽນຊີ, ແມ່ນໝູ່ບ້ານຊົນເຜົ່າປາຍທີ່ມີຊື່ສຽງແລະມີປະຫວັດສາດອັນຍາວນານ. ໃນຖານະເປັນໝູ່ບ້ານການທ່ອງທ່ຽວທີ່ມີລັກສະນະປາຍຢູ່ເຂດຊານເມືອງຄຸນໝິງ, ບ້ານພູກ່ວນຢິ່ນຖືການປົກປັກຮັກສາຜົນປະໂຫຍດພື້ນຖານຂອງຊາວບ້ານ, ຊຸກຍູ້ຄວາມວັດທະນາຖາວອນຂອງຊາວບ້ານເປັນຈຸດເລີ່ມຕົ້ນ ແລະ ຈຸດຈົບ, ຢືນຢັນການຢູ່ຮ່ວມກັນຢ່າງກົມກຽວກັນຂອງມະນຸດແລະທຳມະຊາດ, ຍຶດໝັ້ນແລະປະຕິບັດແນວຄວາມຄິດທີ່ວ່ານ້ຳທະເລແລະພູຜາປ່າດົງເປັນຊັບສິນອັນລ້ຳຄ່າ, ການຟື້ນຊົນນະບົດດ້ວຍການພັດທະນາສີຂຽວ. ມາຮອດປະຈຸບັນ, ໄດ້ສ້າງເປັນສະຖານທ່ອງທ່ຽວພັກຜ່ອນທີ່ມີລັກສະນະຊົນນະບົດ ແລະ ເຊື່ອມໂຍງເຂົ້າກັບການກິນ, ການດື່ມ, ການຫຼິ້ນ, ການບັນເທີງ ແລະ ການຊື້ເຄື່ອງ.
ການປັບປຸງໂຄງປະກອບອຸດສາຫະກຳ,ກະສິກຳທີ່ມີລັກສະນະສີສັນພິເສດເພີ່ມລາຍຮັບຂອງຊາວກະສິກອນ
ນັບແຕ່ປີ 2016 ເປັນຕົ້ນມາ, ກຸ່ມຊາວພູກ່ວນຢິ່ນໄດ້ຊຸກຍູ້ການເຜີຍແຜ່ກະສີກຳທີ່ມີລັກສະນະສີສັນພິເສດ. ເອົາຕະຫຼາດເປັນການຊີ້ນຳ, ຖືຄວາມຕ້ອງການຂອງຊາວກະສິກອນເປັນຈຸດເລີ່ມຕົ້ນ, ຊ່ວຍໃຫ້ຊາວກະສິກອນນຳໃຊ້ຊັບພະຍາກອນທີ່ດິນຢ່າງສົມເຫດສົມຜົນ, ຊຸກຍູ້ການປັບປຸງໂຄງປະກອບການປູກຝັງ, ເປັນການບໍລິການແບບໜຶ່ງດຽວຂອງ "ການຜະລິດ, ການສະໜອງ ແລະ ການຂາຍ" , ພັດທະນາການປູກຝັງໝາກສະຕໍເບີຣີ ແລະ ດອກໄມ້ຫັນເປັນອຸດສາຫະກຳ. ເມື່ອລະດູດອກໄມ້ແຕກມາເຖິງ, ເຮັດໃຫ້ຊົນນະບົດສວຍງາມ, ອຸດສາຫະກຳນັບມື້ນັບຈະເລີນ, ປະຊາຊົນຈະຮັ່ງມີຂື້ນ.
ປັບປຸງສະພາບແວດລ້ອມແຫ່ງການດຳລົງຊີວິດຂອງປະຊາຊົນຢ່າງຮອບດ້ານ ແລະ ແຕ້ມຮູບພາບໃໝ່ຂອງຊົນນະບົດທີ່ສວຍງາມ
ໃນຊຸມປີມໍ່ໆມານີ້, ກຸ່ມຊາວພູກ່ວນຢິ່ນ ໄດ້ຍຶດໝັ້ນການນຳພາກໍ່ສ້າງພັກ ແລະ ນຳພາຕົວແບບໂດຍສະມາຊິກພັກ ແລະ ຈັດຕັ້ງປະຕິບັດວຽກງານກໍ່ສ້າງຊົນນະບົດໃໝ່, ບ້ານທີ່ສວຍງາມ, ບ້ານສາທາລະນະສຸກຂັ້ນແຂວງ; ແລະບ້ານທີ່ສວຍງາມລະດັບແຂວງ. ນອກຈາກນັ້ນ, ການປັບປຸງ ແລະ ຍົກລະດັບກຳແພງລຽບຕາມເສັ້ນທາງ ເພື່ອປະສັນສົມທົບໂສມໜ້າຂອງຊົນນະບົດເປັນເອກະພາບກັນ.
ມາຮອດປະຈຸບັນ, ເນື້ອທີ່ສີຂຽວທັງບ້ານແມ່ນ 36,000 ຕາແມັດ, ໄດ້ປູກເບ້ຍໄມ້ກວ່າ 12,000 ຕົ້ນ, ໄດ້ສ້າງສາລາພັກຜ່ອນທີ່ສ້າງດ້ວຍໄມ້ 12 ແຫ່ງ, ສ້າງໝູ່ບ້ານທ່ອງທ່ຽວທີ່ສວຍງາມ ແລະ ຊີວິດຊີວາ.
ຂຸດຄົ້ນຊັບພະຍາກອນວັດທະນະທຳປະຫວັດສາດຢ່າງເລິກເຊິ່ງ ແລະ ຍ່າງອອກ “ທາງໃໝ່” ຂອງຊົນນະບົດການທ່ອງທ່ຽວ
ໂດຍອີງໃສ່ຊັບພະຍາກອນປະຫວັດສາດທີ່ເປັນເອກະລັກສະເພາະ ແລະ ສົມທົບກັບຮີດຄອງປະເພນີທີ່ມີລັກສະນະອັນສີສັນພິເສດຂອງຊົນເຜົ່າປາຍ, ເອົາ “ກະສິກຳທີ່ເຂັ້ມແຂງ, ຊົນນະບົດທີ່ສວຍງາມ, ຊາວກະສິກອນຮັ່ງມີ”ເປັນຈຸໝາຍ, ຄະນະພັກຂອງກຸ່ມພັດທະນາບ້ານທ່ອງທ່ຽວທີ່ມີລັກສະນະອັນສີສັນພິເສດອ້ອມແຂວງຢູນນານ ເຊິ່ງການພັດທະນາປະສົມປະສານກະສິກຳພັກຜ່ອນ, ບ້ານກະສິກຳ, ຊາວບ້ານປ່າໄມ້, ບ້ານປາ, ແຫຼ່ງທ່ອງທ່ຽວພຸດທະສາສະໜາແລະຫຼາຍຂະແໜງການອື່ນໆ.
果绿孕育希望,绿色引领发展。近年来,观音山居民小组以生态运笔,描绘出一幅现代农村的动人画卷。
位于滇池西岸的观音山居民小组,是一个历史悠久的白族名村。作为昆明郊区蕴含白族特色的旅游村镇,观音山村把维护村民根本利益、促进村民共同富裕作为出发点和落脚点,坚持人与自然和谐共生,牢固树立和践行绿水青山就是金山银山的理念,以绿色发展引领乡村振兴。现已形成了集吃、喝、玩、乐、购为一体的休闲乡村特色旅游目的地。
产业结构调整 特色农业促农民增收
2016年开始,观音山居民小组积极推广特色农业。按照以市场为导向,以农民需求为出发点,帮助农民合理利用土地资源,推进种植结构调整,形成“产、供、销”一条龙服务,草莓、花卉种植向产业化发展。花期一到,美了乡村,旺了产业,富了百姓。
全面改善人居环境 绘就美丽乡村新图景
近年来,观音山居民小组坚持党建引领,以党员示范带动,实施的新农村、美丽乡村、省级卫生村、省级美丽乡村建设。并且对沿线景观围墙进行提升改造,达到村庄风貌协调统一。
截止目前,全村绿化面积36000平方米,种植绿化景观苗木12000余株;村内建设木质休闲凉亭12座,打造出美丽宜居旅游乡村。
深挖历史文化资源 走出乡村旅游“新路子”
小组党支部以独有的历史资源为依托,结合白族风情特色,以“农业强、农村美、农民富”为目标,大力发展集休闲农业、农家乐、森林人家、水乡渔村、佛教旅游胜地等多产业融合发展的环滇乡村特色旅游村。
ຕາແສງ Fengyu,ນະຄອນ Dali ທົ່ງດອກໄມ້ “ປະເຊີນກັບ” ທ້ອງຟ້າທີ່ມີດວງດາວ
ສະບາຍດີ2022-04-10
ສືບທອດມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖູ ຮ້ອງເພງລະຄອນຂອງຊົນເຜົ່າວາ
ສະບາຍດີ2022-04-07
ປຶ້ມຈີນຫຼາຍກວ່າ 6,000 ຫົວໄດ້ປະກົດຕົວຢູ່ອາຊີຕາເວັນອອກສຽງໃຕ້
ສະບາຍດີ2022-04-02
ຄຸນລັກສະນະຂອງແຜນເຂດທ່ອງທ່ຽວສີຂຽວຂອງ ສປປ ລາວ
Pasaxon Daily Newspaper2022-04-01
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
04/14
16:15
— ແບ່ງປັນ —