ມາຈາກ: Pasaxon Daily Newspaper
ຄຸນລັກສະນະຂອງແຜນເຂດທ່ອງທ່ຽວສີຂຽວ ບຸລິມະສິດທີ 1: (ເລີ່ມແຕ່ເດືອນ ທັນວາ 2021) ແຜນສະເໜີໃຫ້ເປີດສອງເຂດທ່ອງທ່ຽວສີຂຽວ ທີ່ປອດໄພຈາກພະຍາດໂຄວິດ-19, ສຳລັບການທ່ອງທ່ຽວພາຍໃນ ລາວທ່ຽວລາວ ໃນວັນທີ 1 ມັງກອນ 2022 ສຳລັບນັກທ່ອງທ່ຽວສາກົນ ໃນນະຄອນຫຼວງວຽງຈັນ/ວັງວຽງ ແລະ ເມືອງຫຼວງພະບາງ/ເມືອງຈອມເພັດ, ອັດຕາການສັກວັກຊິນຂອງພົນລະ ເມືອງແມ່ນປະມານ 80% ແລະ ມີຄວາມອາດສາມາດພຽງພໍໃນການດຳເນີນຂັ້ນຕອນການເຂົ້າເມືອງທາງອາກາດ, ລົດໄຟ ຫຼື ຂ້າມຜ່ານຊາຍແດນ.ເລີ່ມຈາກເດືອນມັງກອນ ຫາ ມີນາ 2022, ຈຳນວນນັກທ່ອງທ່ຽວ ແລະ ລາຍຮັບ ສຳລັບເຂດບຸລິມະສິດທີ 1 ຄາດຄະເນແມ່ນ 30.415 ຄົນ ແລະ 30,1 ລ້ານໂດລາ ຊຶ່ງໃນນັ້ນຄາດວ່າຈະສາມາດສ້າງລາຍຮັບເຂົ້າລັດຖະບານໄດ້ເຖິງ 4,9 ລ້ານໂດລາ. ນັກທ່ອງທ່ຽວສາມາດເດີນທາງອອກຈາກເຂດທ່ອງທ່ຽວສີຂຽວ ໄປຫາເສັ້ນທາງທ່ອງທ່ຽວສີຂຽວ ໂດຍນຳໃຊ້ພາຫະນະຂົນສົ່ງທີ່ໄດ້ຮັບການອະນຸມັດ ແລະ ພັກ, ກິນ ແລະ ຮ່ວມກິດຈະກຳຕ່າງໆ ຢູ່ສະຖານທີ່ພັກເຊົ່າ ແລະ ຣີສອດທີ່ໄດ້ຮັບອະນຸມັດເທົ່ານັ້ນ.
ບຸລິມະສິດທີ 2: ເຂດທ່ອງທ່ຽວສີຂຽວ ເລີ່ມແຕ່ເດືອນເມສາ ກວມເອົາຈຸດໝາຍປາຍທາງການທ່ອງທ່ຽວຫຼັກອື່ນໆ ກັບຊາຍແດນທີ່ສຳຄັນ ແລະ ຄາດຄະເນສຳລັບການເປີດຄືນໃໝ່ໃນເດືອນເມສາ 2022, ເມື່ອໄດ້ເງື່ອນໄຂອັດຕາການສັກວັກຊິນຮອດ 70-80% ຢູ່ສະຖານທີ່ເຫຼົ່ານັ້ນ, ອັດຕາການສັກວັກຊິນເພີ່ມຂຶ້ນໃນປະເທດເພື່ອນບ້ານທີ່ມີຊາຍແດນຕິດກັນ ແລະ ມີຄວາມເປັນໄປໄດ້ໃນການກວດກາ Rapid ແອັນຕີເຈັ້ນ. ຄາດຄະເນນັກທ່ອງທ່ຽວ ແລະ ລາຍຮັບສຳລັບເຂດບຸລິມະສິດທີ 2 ແມ່ນ 132.973 ຄົນ ແລະ 68,8 ລ້ານໂດລາ ພາຍໃນເດືອນມິຖຸນາ 2022, ໃນນັ້ນຄາດຄະເນລາຍຮັບເຂົ້າລັດຖະບານແມ່ນ 11,3 ລ້ານໂດລາ.
ບຸລິມະສິດທີ 3: (ເລີ່ມແຕ່ເດືອນ ກໍລະກົດ 2022 ເປັນຕົ້ນໄປ) ຈຸດໝາຍປາຍທາງການທ່ອງທ່ຽວອື່ນທັງໝົດໃນປະເທດ ແລະ ຈະເປີດໃນເດືອນກໍລະກົດ 2022 ເມື່ອອັດຕາການສັກວັກຊິນທົ່ວປະເທດແມ່ນ 70-80% ແລະ ເປີດການເປີດເຂດບຸລິມະສິດ 1 ແລະ 2 ເຂດທ່ອງທ່ຽວສີຂຽວ ໄດ້ຮັບການຢັ້ງຢືນຜົນສຳເລັດ. ແຜນນີ້ມີເປົ້າໝາຍສຳລັບການຟື້ນຕົວແບບສົມບູນ ໃນທົ່ວປະເທດ ໃນທ້າຍປີ 2024, ຄາດວ່າຈຳນວນນັກທ່ອງທ່ຽວ ແລະ ລາຍຮັບກັບຄືນຢູ່ໃນຂັ້ນດຽວກັນກັບປີ 2019 (ອີງຕາມການຄາດຄະເນຂອງ UNWTO) ຈຳນວນ 4,7 ລ້ານຄົນ ແລະ 934 ລ້ານໂດລາ ຊຶ່ງໃນນັ້ນຄາດຄະເນວ່າຈະສ້າງລາຍຮັບເຂົ້າລັດຖະບານໄດ້ເຖິງ 153,2 ລ້ານ. ລາຍຮັບ ແລະ ຜົນປະໂຫຍດທັງໝົດ ຈາກການເປີດປະເທດຮອດປີ 2024 ແມ່ນສາມາດສ້າງລາຍຮັບໄດ້ຫຼາຍກວ່າລາຍຮັບຂອງປີ 2019 ຊຶ່ງອົງການ UNWTO ເອງກໍຄາດຄະເນວ່າປະເທດຈະສາມາດຟື້ນໂຕໄດ້ໃນປີ 2024. ຖ້າການເປີດຄືນໃໝ່ມີປະສິດທິພາບ ແລະ ປອດໄພ ເຮັດໃຫ້ການເດີນທາງເຂົ້າມາ ສປປ ລາວ ງ່າຍຂຶ້ນກວ່າເມື່ອກ່ອນ(ເຊັ່ນ: eVisa ດຳເນີນງານໄດ້ ແລະ ມີປະສິດທິພາບ), ລາຍຮັບທັງໝົດອາດຈະຫຼາຍກວ່າ 1,02 ລ້ານໂດລາ ໃນທ້າຍປີ 2024.
昆明信息港-萨拜迪 记者李悦 据老挝人民报报道,绿色旅游区规划特点优先项目1:(从 2021 年 12 月起)提议计划为老挝国内旅游和2022年1月1日在万象/万荣和琅勃拉邦/仲鹏的国际游客开放两个新冠疫情绿色旅游安全区, 约有 80%的老挝国民接种了疫苗,且有能力处理过境航空、火车或入境事宜。从 2022年1月至 2022 年3月,优先项目1的游客人数和预计收入为 30,415 人和 3010 万美元,其中预计将产生490万美元的政府收入。游客能乘坐经批准的交通工具进入绿色旅游区走绿色旅游线路,只能在经批准的住宿区和度假村内住宿、用餐和参加活动。
优先项目2:绿色旅游区从4月开始,覆盖其他主要边境旅游目的地,当地区疫苗接种率达到70-80%,周边国家和边境地区的疫苗接种率提高时,将预计于2022年4月重新开放。到 2022 年 6 月,第二优先地区的游客和预计收入将达 132,973人 和 6880 万美元,其中政府收入预计达 1130 万美元。
优先项目3:(2022年7月起)当全国疫苗接种率达到70-80%,成功开放优先1区、2区绿色旅游区后,将于2022年7月开放全国其他所有旅游目的地。该计划旨在于 2024 年底实现全国全面复苏,预计游客人数和收入将与 2019 年持平(据 UNWTO 预计)为 470 万人和 9.34 亿美元,其中预计产生政府收入 1,532 亿美元。到 2024 年重新开放带来的所有收入和收益预计会高于 2019 年的收入,联合国世界旅游组织预计老挝旅游业能够在2024年恢复。高效、安全地重新开放旅游景区,前往老挝将更加便利(如:成功开通使用eVisa)到 2024 年底,总收入预计超过102 万美元。
“ປວງຊົນອ່ານປື້ມ”ນັບມື້ນັບເລິກເຊິ່ງ ແລະ ແທດຈິງ
ສະບາຍດີ2022-03-23
ແຕ່ວັນທີ 22 ມີນານີ້, ຫໍສະໝຸດການທ່ອງທ່ຽວແຂວງຢຸນນານຈະເປີດໃຫ້ປະຊາຊົນເຂົ້າຊົມໂດຍບໍ່ເສຍຄ່າຕະຫຼອດປີ
ສະບາຍດີ2022-03-24
ອາຊີວະສຶກສາຮັບເອົາ "ດິຈິຕອນ"
ສະບາຍດີ2022-03-30
ປຶ້ມເດັກນ້ອຍທີ່ມີຄຸນນະພາບສູງ ຫຼາຍກວ່າ 120 ປະເພດສະແດງໃນງານວາງສະແດງປຶ້ມເດັກນ້ອຍສາກົນ Bologna
ສະບາຍດີ2022-03-23
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
04/01
14:43
— ແບ່ງປັນ —