ມາຈາກ:ໜັງສືພິມປະຊາຊົນລາວ
ວັນທີ 12 ມີນາຜ່ານມາ, ແມ່ນວັນທີ່ເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຄົບຮອບ 100 ວັນ, ມີປະລິມານການຂົນສົ່ງສິນຄ້າທັງໝົດຫຼາຍກວ່າ 1,2 ລ້ານໂຕນ, ປະລິມານການຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 2 ແສນ 8 ໝື່ນໂຕນ, ທົ່ວປະເທດຈີນມີ 13 ແຂວງ ແລະ ກຳ ແພງນະຄອນໄດ້ເປີດບໍລິການຂະບວນລົດໄຟສິນຄ້າຂ້າມຊາຍແດນ 360 ກວ່າຂະບວນ, ໄດ້ສົ່ງອອກສິນຄ້າໄປສູ່ລາວ, ມຽນມາ, ກຳປູເຈຍ, ໄທ, ຫວຽດນາມ, ມາເລເຊຍ, ສິງກະໂປ, ບັງກລາເດັດ ແລະປະເທດອື່ນໆ. ພ້ອມດຽວກັນນັ້ນ, ເສັ້ນທາງລົດໄຟຈີນ-ລາວກໍໄດ້ຂົນສົ່ງຜູ້ໂດຍສານທີ່ມີຈຳນວນຫຼາຍກວ່າ 1,8 ລ້ານ, ສະພາບການແລ່ນລົດຢ່າງປອດໄພສະດວກວ່ອງໄວ, ສີຂຽວ, ມີປະສິດທິພາບສູງຊຶ່ງເຮັດໃຫ້ເສັ້ນທາງລົດໄຟຈີນ-ລາວໄດ້ກາຍເປັນທາງເລືອກທຳອິດໃນການເດີນທາງຂອງປະຊາຊົນ.
ຫຼັງຈາກເສັ້ນທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້, ຕົ້ນທຶນການຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນຂອງລາວຫານະຄອນຄຸນໝິງຂອງຈີນຈະຫຼຸດລົງ 40% ຫາ 50%, ພ້ອມກັນນັ້ນຕົ້ນທຶນການຂົນ ສົ່ງສິນຄ້າພາຍໃນປະເທດລາວຈະຫຼຸດລົງ 20% ຫາ 40%. ໄປຄຽງຄູ່ກັບ “ສັນຍາວ່າດ້ວຍສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼື RCEP ເກີດມີຜົນບັງຄັບໃຊ້ຢ່າງເປັນທາງການ, ປະລິມານການຂົນສົ່ງສິນຄ້າ ແລະ ປະລິມານການຂົນສົ່ງຜູ້ໂດຍສານຂອງເສັ້ນທາງລົດໄຟຈີນ-ລາວຍັງຈະໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ. ເວລາການຂົນສົ່ງໄດ້ຫຼຸດລົງຢ່າງຫຼວງຫຼາຍ ແລະ ຮູບແບບການອອກເດີນທາງຢ່າສະ ດວກວ່ອງໄວ, ໄດ້ອຳນວຍຄວາມສະດວກຢ່າງຫຼວງຫຼາຍໃຫ້ແກ່ການເດີນທາງຂອງປະຊາຊົນທີ່ຢູ່ລຽບຕາມເສັ້ນທາງລົດໄຟ.
3月12日是中老铁路开通100天,总货运量超过120万吨,跨境货运量超过28万吨,中国13个省市开通跨境货运服务360余列,运送货物至老挝、缅甸、柬埔寨、泰国、越南、马来西亚、新加坡、孟加拉等国家。 同时,中老铁路已运送旅客超过180万人次,安全、快捷、绿色、高效使中老铁路成为人们出行的首选。
中老铁路开通后,万象至昆明的货运成本将降低40%至50%,老挝境内货运成本将减少 20%至40%。随着《区域全面经济伙伴关系协定》或RCEP的正式生效,中老铁路的货运和客运量将稳步增长。运输时间大幅度减少,出行方式更便捷,极大地方便了沿线人们的出行。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
03/15
17:54
— ແບ່ງປັນ —