ປະກາດລາຄາປີ້ລົດໄຟລາວ-ຈີນຢ່າງເປັນທາງການ

ມາຈາກ:

ນັບຕັ້ງແຕ່ງານສະແດງສຳລັບສື່ມວນຊົນທີ່ຈັດຂຶ້ນໃນທ້າຍເດືອນພະຈິກທ່ີຜ່ານມານີ້,ຄ່າໂດຍສານຂອງທາງລົດໄຟລາວ-ຈີນຂອງພາກສ່ວນເສັ້ນທາງໃນລາວໄດ້ຮັບຄວາມສົນໃຈຕະຫຼອດມາ.ໃນວັນທີ30 ພະຈິກນີ້ຕາມເວລາທ້ອງຖິ່ນ,ລັດຖະບານລາວໄດ້ປະກາດວ່າ ຈະດຳເນີນການທົດລອງຄ່າໂດຍສານຂອງເສັ້ນທາງລົດໄຟລາວ-ຈີນທີ່ຈະເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ3 ທັນວານີ້. ໃນນັ້ນ,ຄ່າໂດຍສານຈາກສະຖານີຕົ້ນທາງນະຄອນຫຼວງວຽງຈັນໄປຫາສະຖານີປາຍທາງບໍ່ເຕັນ ແມ່ນມີພຽງ 132 ຢວນ (ລາຄາສະເລ່ຍແມ່ນກຳນົດຕາມເງີນຢວນ).

640 (18)

ນອກນີ້, ຄ່າຂົນສົ່ງຜູ້ໂດຍສານປະເພດໜຶ່ງລະຫວ່າງນະຄອນຫຼວງວຽງຈັນຫາບໍ່ເຕນແມ່ນ294 ຢວນ,ຄ່າຂົນສົ່ງຜູ້ໂດຍສານປະເພດສອງແມ່ນ185 ຢວນ.ດ້ານການຂົນສົ່ງສິນຄ້າ, ລາຄາຄ່າຂົນສົ່ງສິນຄ້າແມ່ນພຽງແຕ່ 0.6 ຢວນ/ໂຕນ/ກິໂລແມັດ, ສ່ວນສິນຄ້າຕູ້ປະເພດຄອນເທນເນີແມ່ນຄິດຄ່າທໍານຽມຕ່າງຫາກຕາມຂະໜາດຂອງຕູ້ຄອນເທນເນີ.

ທາງລົດໄຟຈີນ-ລາວເລີ່ມແຕ່ເມືອງຄຸນໝິງແຂວງຢຸນນານທາງທິດເໜືອແລ່ນລົງມາທາງໃຕ້ຮອດນະຄອນຫຼວງວຽງຈັນຂອງລາວ,ລວມມີສອງພາກສ່ວນຄືພາກສ່ວນເສັ້ນທາງໃນຈີນ ແລະ ພາກສ່ວນເສັ້ນທາງໃນລາວ.ໃນນັ້ນ, ພາກສ່ວນເສັ້ນທາງໃນລາວ ຕອນເໜືອແມ່ນເລີ່ມແຕ່ຊາຍແດນລາວ-ຈີນທີ່ບໍ່ເຕັນແລ່ນລົງມາທາງໃຕ້ຮອດນະຄອນຫຼວງວຽງຈັນ, ມີຄວາມຍາວທັງໝົດ 422,4 ກິໂລແມັດ,ແມ່ນໂຄງການທີ່ເປັນສັນຍາລັກຂອງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ແລະ ມິດຕະພາບຈີນ-ລາວ.ພາຍຫຼັງໂຄງການດັ່ງກ່າວສຳເລັດແລ້ວ,ຈະມີຄວາມໝາຍຄວາມສຳຄັນອັນໃຫຍ່ຫຼວງຕໍ່ການເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນຈີນ-ລາວ,ຊ່ວຍຊຸກຍູ້ສົ່ງເສີມການກໍ່ສ້າງ"ໜຶ່ງແລວທາງໜຶ່ງເສັ້ນທາງ" ແລະ ຍຸດທະສາດການພັດທະນາ"ການຫັນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດສູນກາງການເຊື່ອມຕໍ່ທາງບົກຂອງພາກພື້ນ"ຂອງລາວ.

自11月下旬组织媒体体验活动以来,中老铁路老挝段票价一直备受瞩目。老挝政府当地时间11月30日对外公布,将对12月3日正式开通运营的中老铁路老挝段列车实行试行票价。其中,始发站万象站至终点站磨丁站的普客票价仅需132元(均为人民币计价)。

640 (17)

此外,万象至磨丁间一等客运票价为294元,二等客运票价为185元。货运方面,整车货物运输仅为0.6元/吨每公里,集装箱货物按集装箱规格另行收费。

中老铁路北起云南省会昆明,南至老挝首都万象,由中国段、老挝段两段组成。其中老挝段北起老中边境口岸磨丁,南至老挝首都万象,全长422.4公里,是“一带一路”、中老友谊的标志性工程。项目建成后,对加强中老两国人民交流、助力“一带一路”建设和老挝“变陆锁国为陆联国”发展战略,均具有重要意义。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xuting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/14

12:19

ແບ່ງປັນ

ແປ
翻译