ກົດລະບຽບການສໍາລັບຜູ້ໂດຍສານໃນພາກສ່ວນຂອງທາງລົດໄຟຈີນ-ລາວ

ມາຈາກ:

ເພື່ອຮັບປະກັນຄວາມປອດໄພໃນການປະຕິບັດງານຂອງລົດໄຟ ແລະ,ຄວາມປອດໄພສ່ວນຕົວຂອງຜູ້ໂດຍສານເທິງລົດໄຟຈີນ-ລາວ, ກົມຕຳຫຼວດລາວໄດ້ອອກລະບຽບການທີ່ກ່ຽວຂ້ອງກັບສິນຄ້າທີ່ຕ້ອງຫ້າມ ແລະ ຈຳກັດຜູ້ໂດຍສານເທິງລົດໄຟຈີນ-ລາວຕາມກົດໝາຍທາງລົດໄຟ,ລະບົບການດຳເນີນງານ ແລະ ຄຸ້ມຄອງທາງລົດໄຟຈີນ-ລາວໂດຍມີເນື້ອໃນຕົ້ນຕໍດັ່ງນີ້:

1. ຫ້າມຜູ້ໂດຍສານນຳອາວຸດເສິກ, ລູກປືນທຸກຊະນິດ ເຊັ່ນ: ປືນສັ້ນ, ປືນຍາວ, ປືນກິລາ ແລະ ປືນດັດແປງອື່ນໆ ເຂົ້າສະຖານີ ແລະນຳຂຶ້ນລົດໄຟຢ່າງເດັດຂາດ (ຍົກເວັ້ນພະນັກງານລັດ, ເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານ, ຜູ້ທີ່ມີຂໍ້ຕົກລົງແຕ່ງຕັ້ງໄປວຽກທາງລາດຊະການຖືກຕ້ອງຕາມຂັ້ນຕອນຂອງກົດໝາຍເທົ່ານັ້ນ).

2. ຫ້າມຜູ້ໂດຍສານນຳທາດລະເບີດທຸກຊະນິດເຊັ່ນ: ທາດລະເບີດ, ໝາກກະໂພກ, ສາຍ-ດອກໄມ້ໄຟລະເບີດ, ດິນລະເບີດ ແລະ ທາດແຕກອື່ນໆ ຫ້າມນຳເຂົ້າສະຖານີ ແລະ ນຳຂື້ນລົດໄຟຢ່າງເດັດຂາດ.

3. ຫ້າມຜູ້ໂດຍສານນຳທາດເຄມີທຸກຊະນິດເຂົ້າສະຖານີ, ຂຶ້ນລົດໄຟ ເຊັ່ນ: ທາດ ໄຮໂກເຈນ, ເມເທັນ, ເອເທັນ, ບູເຊັ່ນ, ເອທິລິນ, ໂປຣຟີລິນ, ແອຊີຕີລິນຄາບອນມາໂນຊາຍ, ແກັດນໍ້າມັນແຫຼວ,ຟຣອນ, ອົກຊີເຈນ ( ຍົກເວັ້ນທາງການແພດ) ນໍ້າມັນແອັດຊັງ, ນໍ້າມັນກະຊວນ ແລະ ທາດແຫຼວໄວໄຟທຸກປະເພດ.

4. ຫ້າມຜູ້ໂດຍສານນຳຢາເສບຕິດທຸກປະເພດເຂົ້າສະຖານີ ແລະ ນຳຂຶ້ນລົດໄຟ ຢ່າງເດັດຂາດ ເຊັ່ນ: ເຮໂຣອິນ, ເອເຝດຕາມິນ(ຢາບ້າ), ຢາໄອສ໌, ຢາເຄ, ໂຄເຄນ, ກັນຊາ,ຝິ່ນ ແລະ ຢາເສບຕິດອື່ນໆ.

5. ຫ້າມຜູ້ໂດຍສານນຳເອົາວັດຖຸປາຍແຫຼມ, ມີຄົມທຸກຊະນິດ ເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດເຊັ່ນ: ມີດ, ພ້າ, ຄັດເຕີ, ມີສະໄລ ແລະ ອື່ນໆ ທີ່ສາມາດເຮັດໃຫ້ຜູ້ອື່ນບາດເຈັບ ແລະ ເສຍຊີວິດ.

6. ຫ້າມຜູ້ໂດຍສານນຳສັດລ້ຽງ, ສັດປ່າມີຊິວິດ ແລະ ບໍ່ມີຊິວິດທຸກຊະນິດເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ ເຊັ່ນ: ໝາ, ແມວ ແລະ ສັດອື່ນໆ

7. ຫ້າມຜູ້ໂດຍສານນຳອາຫານທຸກຊະນິດທີ່ມີກິ່ນເໝັນ,ອາຫານທີ່ຈະສ້າງຄວາມບໍ່ສະອາດ, ມີຜົນກະທົບທາງສິ່ງແວດລ້ອມ, ຕໍ່ຜູ້ໂດຍສານຢູ່ໃນສະຖານີ ແລະ ຂະບວນລົດ.

ຖ້າຫາກວ່າພົບເຫັນຜູ້ໂດຍສານຄົນໃດຫຼືກຸ່ມໃດບໍ່ປະຕິບັດຕາມຂໍ້ຫ້າມດັ່ງກ່າວແລະຖືກເຈົ້າໜ້າທີ່ພະແນກຮັກສາຄວາມປອດໄພບໍລິສັດທາງລົດໄຟຈີນ-ລາວກວດພົບເຄື່ອງທີ່ລະບຸໃນຂໍ້ຫ້າມນັ້ນແມ່ນຈະຖືກເຮັດບົດບັນທຶກກໍລະນີຮ້າຍແຮງແມ່ນຈະຖືກມອບໃຫ້ເຈົ້າໜ້າທີ່ຕຳຫຼວດລົດໄຟນຳໄປດຳເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງລະບຽບ ແລະກົດໝາຍ.

为确保中老铁路列车运行安全和旅客人身安全,老挝公安部铁警司根据《铁路法》和中老铁路运营管理制度,对老中铁路旅客禁止携带和限制物品作出相关规定,主要内容如下:

1. 严禁携带任何种类的武器和弹药,即:手枪、步枪、运动 枪、改装枪支等进站和乘车(不包括根据相关决议和法律规定被 任命、派驻到铁路工作的公务员,警察和军人);

2. 严禁携带任何爆炸物品,如:炸弹、爆竹、烟花、炸药等进站和乘车;

3. 严禁携带任何化学类物品,如:氢气、甲烷、乙烷、丁烷、 乙烯、丙烯、乙炔、一氧化碳、液化石油气、氟利昂、氧气(医 用氧气除外)、汽油、柴油和各类易燃易爆液体等进站和乘车;

4. 严禁携带各类毒品,如:麻黄碱、冰毒、可卡因、大麻、鸦 片和其毒品进站和乘车;

5. 严禁携带各类可能危及旅客人身安全的利器和钝器, 如: 刀、斧子、裁纸刀、弹簧刀等进站和上车;

6. 严禁携带任何种类的活体或非活体牲畜和野生动物, 如: 狗、猫等进站和上车;

7. 严禁携带任何有恶臭气味的物品, 可能妨碍公共卫生的液体 和能够损坏或者污染车站、列车的物品等进站和上车。

如发现武器、爆炸物、化学品、锐器、毒品和其他包含在违禁品清单中的物品, 则制定交接备忘录,将相关物品移交给铁路警察进行检查、管理, 以作为下一步审讯和审查工作的依据。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xuting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/14

12:12

ແບ່ງປັນ

ແປ
翻译