ອຸດສາຫະກຳກາເຟຊ່ວຍຟື້ນຟູຖະໜົນເກົ່າແກ່ຮ້ອຍປີໃຫ້ມີຊີວິດຊີວາ

ມາຈາກ:ສຳນັກຂ່າວສານຊິນຮວາ

ພົນລະເມືອງ ແລະ ນັກທ່ອງທ່ຽວມ່ວນຊື່ນກັບການພັກຜ່ອນຢູ່ຮ້ານກາເຟບູຕິກ ຊິເຢ (Xingye Specialty Coffee Shop) ໃນຖະໜົນຊຸນຈິນ.

ນັກທ່ອງທ່ຽວກຳລັງຖ່າຍຮູບຢູ່ຖະໜົນຊຸນຈິນ.

ຖະໜົນຊິນຈິນໄດ້ກາຍເປັນສະຖານທີ່ທີ່ໄດ້ຮັບຄວາມນິຍົມສຳລັບນັກທ່ອງທ່ຽວໃນການຖ່າຍຮູບ ແລະ ເຊັກອິນ.

ລູກຄ້າສຳຜັດກັບເຄື່ອງອຸປະກອນດົມກິ່ນຫອມກາເຟຢູ່ຮ້ານກາເຟແຫ່ງໜຶ່ງຂອງຖະໜົນຊຸນຈິນ.

ພະນັກງານບາຣິສຕ້າກຳລັງສະແດງກາເຟ.

ພະນັກງານເຮັດສະບູກາເຟຢູ່ທີ່ເຮືອນເລກທີ 17 ສວນພັນລອງ ຖະໜົນຊຸນຈິນ.

ພະນັກງານບາຣິສຕ້າກຳລັງເຮັດກາເຟພິເສດຢູ່ຮ້ານກາເຟບູຕິກ ຊິເຢ (Xingye Specialty Coffee Shop) ໃນຖະໜົນຊຸນຈິນ.

ທິວທັດຂອງຖະໜົນຊຸນຈິນ.

ນັບຕັ້ງແຕ່ການເລີ່ມຕົ້ນຂອງວັນພັກລະດູຮ້ອນເປັນຕົ້ນມາ, ຖະໜົນຊຸນຈິນ ນະຄອນຄຸນໝິງ ໄດ້ກາຍເປັນຈຸດໝາຍປາຍທາງໃໝ່ສຳລັບພົນລະເມືອງ ແລະ ນັກທ່ອງທ່ຽວທີ່ຈະພັກຜ່ອນ, ບໍລິໂພກ ແລະ ສຳຜັດກັບວັດທະນະທຳຂອງຕັວເມືອງນີ້. ໃນຊຸມປີມໍ່ໆມານີ້, ໃນຂະນະທີ່ຮັກສາລັກສະນະທາງປະຫວັດສາດຂອງຖະໜົນເກົ່າໄວ້, ເທດສະບານທ້ອງຖິ່ນໄດ້ຟື້ນຟູອາຄານປະຫວັດສາດ ແລະ ພື້ນທີ່ຫວ່າງງານຜ່ານການປັບປຸງຂະໜາດນ້ອຍ ແລະ ການຍົກລະດັບທີ່ປັບປຸງແລ້ວ, ໂດຍນຳສະເໜີຮູບແບບອຸດສາຫະກຳໃໝ່ໆ ເຊັ່ນ: ກາເຟ, ອາຫານການກິນ, ແລະ ເຄື່ອງວັດທະນະທຳ ແລະ ສ້າງສັນ. ດ້ວຍການເປີດຮ້ານກາເຟ ພິເສດ ຫຼາຍແຫ່ງຢ່າງຕໍ່ເນື່ອງ, ກາເຟໄດ້ກາຍເປັນສື່ກາງອັນໃໝ່ທີ່ເຊື່ອມຕໍ່ວັດທະນະທຳປະຫວັດສາດຂອງຖະໜົນຊຸນຈິນກັບການບໍລິໂພກທີ່ທັນສະໄໝ. ປະຈຸບັນນີ້, ຖະໜົນຊຸນຈິນມີຮ້ານພິເສດຫຼາຍກວ່າ 50 ແຫ່ງເຊັ່ນ: ຮ້ານກາເຟ, ຮ້ານອາຫານ, ແລະ ຮ້ານເຄື່ອງວັດທະນະທຳ ແລະ ສ້າງສັນ, ໄດ້ສ້າງລາຍໄດ້ດຳເນີນງານປະຈຳປີ 20 ລ້ານຢວນ. ດ້ວຍການລວມຕົວຂອງຮູບແບບອຸດສາຫະກຳໃໝ່ຢ່າງຕໍ່ເນື່ອງ, ປະລິມານລູກຄ້າ ແລະ ລາຍຮັບຂອງຮ້ານຄ້າໃນຖະໜົນແມ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ.


市民、游客在巡津街区幸也精品咖啡店享受休闲时光。

游客在巡津街区打卡拍照。

巡津街区已成为游客拍照打卡热门地。

顾客在巡津街区一家咖啡店使用咖啡闻香装置。

咖啡师展示制作好的咖啡。

巡津街区盘龙十七号院的工作人员制作咖啡香皂。

巡津街区幸也精品咖啡店的咖啡师在制作特色咖啡。

巡津街区一景。

暑期以来,昆明市巡津街区成为市民、游客休闲消费、感受城市文化的新去处。近年来,当地在保留老街历史风貌的基础上,通过微改造、精提升,盘活历史建筑和闲置空间,引入咖啡、餐饮、文创等新业态。随着一批特色咖啡馆相继落地,咖啡成为串联巡津街区历史文化与现代消费的新载体。目前,巡津街区已有50余家咖啡、餐饮、文创等特色商户,年营业收入达2000万元。随着新业态不断集聚,街区客流和商户营收持续增长。(新华社)


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

08/25

10:09

ແບ່ງປັນ

ແປ
翻译