ມາຈາກ:ສະບາຍດີ
ວັນທີ 29 ທັນວານີ້, ການພົບປະກັນລະຫວ່າງລັດຖະມົນຕີຕ່າງປະເທດຈີນ, ກຳປູເຈຍ ແລະ ໄທໄດ້ຈັດຂຶ້ນຢູ່ນະຄອນຢວີ້ຊີແຂວງຢຸນນານຈີນຢ່າງສຳເລັດຜົນ. ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ປຣັກ ໂຊຄົນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ, ທ່ານ ສີຫະສັກ ພວງເກດແກ້ວ ລັດຖະມົນຕີກະຊວງການຕ່າງປະເທດໄທ ແລະຜູ້ຮັບຜິດຊອບຂອງກອງທັບສາມປະເທດໄດ້ເຂົ້າຮ່ວມ.
ທ່ານວາງຢີ້ ກ່າວວ່າ, ພວກຂ້າພະເຈົ້າໄດ້ຈັດການພົບປະສອງຝ່າຍຫຼາຍຄັ້ງຢູ່ທີ່ນີ້, ໂດຍສະເພາະແມ່ນກະຊວງການຕ່າງປະເທດແລະກະຊວງການທະຫານຂອງກຳປູເຈຍແລະໄທໄດ້ດຳເນີນການສົນທະນາກັນຢ່າງເລິກເຊິ່ງ. ບັນດາຝ່າຍລ້ວນແຕ່ສະແດງທ່າທີທີ່ຕັ້ງໜ້າ ແລະ ເປີດກວ້າງ, ໃຫ້ຄຳໝັ້ນສັນຍາຈະຫຼຸດຜ່ອນຄວາມເຄັ່ງຕຶງ, ແລະ ຍິນດີປັບປຸງການພົວພັນລະຫວ່າງສອງປະເທດບົນພື້ນຖານການຢຸດຍິງ.ການປຶກສາຫາລືສາມຝ່າຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຄື: ໜຶ່ງ, ຮ່ວມກັນເບິ່ງ ແລະ ກ້າວໄປຂ້າງໜ້າ. ສອງ, ຄ່ອຍໆໄປຂ້າງໜ້າແຕ່ບໍ່ຢຸດຢູ່ບ່ອນເກົ່າ. ສາມ, ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຄືນໃໝ່ເປັນສິ່ງສຳຄັນທີ່ສຸດ. ການພົບປະຄັ້ງນີ້ຢູ່ທະເລສາບຝູຊ້ຽນເພື່ອແນໃສ່ປິ່ນປົວບາດແຜທີ່ເກີດຈາກການປະທະກັນ, ລົບລ້າງຄວາມແຕກແຍກລະຫວ່າງສອງຝ່າຍກຳປູເຈ ແລະ ໄທ, ແລະ ບັນລຸຄວາມປອງດອງກັນຢ່າງແທ້ຈິງ. ນີ້ແມ່ນຜົນປະໂຫຍດອັນດີທີ່ສຸດຂອງປະຊາຊົນກຳປູເຈຍ ແລະ ໄທ ແລະ ແມ່ນຄວາມຄາດຫວັງຮ່ວມຂອງທຸກຝ່າຍ. ຈີນຈະເປັນຜູ້ຊຸກຍູ້ການພັດທະນາສາຍພົວພັນລະຫວ່າງກຳປູເຈຍກັບໄທແຕ່ຕົ້ນຕະຫຼອດປາຍ, ຍິນດີສະໜອງການຊ່ວຍເຫຼືອ ແລະ ການສະໜັບສະໜູນທຸກຢ່າງທີ່ຈຳເປັນ, ຈີນຄອງຄອຍ ແລະ ເຊື່ອໝັ້ນວ່າການພົວພັນລະຫວ່າງກຳປູເຈຍກັບໄທຈະກັບຄືນສູ່ປົກກະຕິໂດຍໄວ.
ລັດຖະມົນຕີຕ່າງປະເທດກຳປູເຈຍ ແລະ ໄທຕ່າງສະແດງຄວາມຂອບໃຈນຳຈີນທີ່ສະໜອງເວທີສົນທະນາຄັ້ງນີ້, ແລະຍ້ອງຍໍຊົມເຊີຍບົດບາດທີ່ມີລັກສະນະສ້າງສັນຂອງຈີນເພື່ອແກ້ໄຂການປະທະກັນ, ຜ່ອນຄາຍສະຖານະການ ແລະ ຊຸກຍູ້ການສົນທະນາ.
ຫຼັງຈາກການພົບປະກັນ, ສາມຝ່າຍໄດ້ອອກປະກາດແຈ້ງຂ່າວໂດຍໄດ້ກຳນົດໃນ 5 ດ້ານຢ່າງຈະແຈ້ງວ່າ: ກຳປູເຈຍ ແລະ ໄທຈະເພີ່ມທະວີການແລກປ່ຽນຕື່ມອີກ, ເພີ່ມທະວີຄວາມເຂົ້າໃຈ ແລະ ປົກປັກຮັກສາຄວາມໝັ້ນຄົງຂອງການຢຸດຍິງເທື່ອລະກ້າວ, ຟື້ນຟູການໄປມາຫາສູ່ກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນທາງການເມືອງຄືນໃໝ່, ບັນລຸການຫັນປ່ຽນການພົວພັນໃຫ້ດີຂຶ້ນ ແລະ ປົກປັກຮັກສາສັນຕິພາບຂອງພາກພື້ນ.
12月29日,中柬泰外长会晤在云南玉溪成功举行。中共中央政治局委员、外交部长王毅和柬埔寨副首相兼外交大臣布拉索昆、泰国外长西哈萨以及三国军队的负责人出席。
王毅表示,三方会晤正当其时。我们在此举行了多场双边会谈,尤其是柬泰两国外交和军事部门也在此进行了面对面深入交流,都展现了积极开放态度,都致力于缓局降温,也都愿在停火基础上改善两国关系。三方之间的讨论是有益、建设性的,形成了重要共识:一是共同向前看、向前走。;二是循序渐进不停留。;三是重建互信最重要。这次聚首抚仙湖,希望能抚平冲突带来的创伤,拂去彼此心中的隔阂,真正实现重归于好,这才符合柬泰人民利益,也是各方共同期待。中方将始终做柬泰关系发展的促进者,愿意提供一切必要协助和支持,包括停火监督、人道援助、扫雷合作等方面,期待并相信柬泰关系早日重回正轨。
柬泰两国外长感谢中方提供这次的对话平台,高度赞赏中方为化解冲突、缓和局势、推动对话发挥的建设性作用。双方均强调和平之宝贵,愿积极落实停火协议,用好各层级对话机制,共同管控并解决好争端,共同维护两国边境地区安宁。
三方会晤后发表新闻公报,从五个方面明确柬泰将进一步加强沟通,增进理解,循序渐进地巩固停火局面、恢复彼此交往、重建政治互信、实现关系转圜、维护地区和平。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
12/29
00:00
— ແບ່ງປັນ —