ມາຈາກ:ສະບາຍດີ
ວັນທີ 1 ຕຸລານີ້, ຢູ່ກິ່ງແຂວງສິບສອງພັນນາແຂວງຢຸນນານຈີນ, ໄດ້ເປີດເສັ້ນທາງການທ່ອງທ່ຽວສາກົນຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຢ່າງເປັນທາງການ. ກຳປັ່ນທ່ອງທ່ຽວລຳທຳອິດອອກເດີນທາງຈາກທ່າຊຽງຮຸ່ງ ເຊິ່ງເປັນດ່ານຂົນສົ່ງທາງນ້ຳລະດັບຊາດທີ່ຕັ້ງຢູ່ນະຄອນຊຽງຮຸ່ງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາ, ເມື່ອເດີນໄປຮອດດ່ານກ່ວນເຫຼີຍແລ້ວຈະເຮັດເອກະສານຜ່ານດ່ານອອກເມືອງ, ແລ້ວສືບຕໍ່ເດີນຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແລະເດີນໄປຮອດທ່າຊຽງແສນຂອງໄທໃນທີ່ສຸດ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, ທາງນ້ຳຄຳທີ່ເຊື່ອມຕໍ່ 6 ປະເທດສາຍນີ້ ໄດ້ມີການບຸກທະລຸໃໝ່ໃນຂົງເຂດການເຊື່ອມໂຍງວັດທະນະທຳແລະການທ່ອງທ່ຽວ.
ຕາມການແນະນຳວ່າ, ການເປີດເສັ້ນທາງການທ່ອງທ່ຽວສາຍນີ້ ໄດ້ຊຸກຍູ້ໃຫ້ "ທາງນ້ຳ+ການທ່ອງທ່ຽວວັດທະນະທຳ" ເຊື່ອມໂຍງເຂົ້າກັນ, ບັນລຸ "ການທ່ຽວຫຼາຍປະເທດດ້ວຍກຳປັ່ນລຳດຽວ", ເສັ້ນທາງການທ່ອງທ່ຽວແມ່ນ "ສິບສອງພັ່ນນາຂອງຈີນ+ຊຽງໄລ່ຂອງໄທ, ຊຽງໃໝ່ຂອງໄທ+ຫຼວງພະບາງຂອງລາວ" ທັງໝົດ 5 ມື້ 4 ຄືນ, ແມ່ນຜະລິດຕະພັນການທ່ອງທ່ຽວແບບໃໝ່ທີ່ກວມເອົາ 3 ປະເທດຈີນ-ລາວ-ໄທ ແລະວິທີການເດີນທາງ 4 ແບບ ຄື: ທາງນ້ຳ ທາງບົກ ທາງອາກາດແລະທາງລົດໄຟ.
ທ່ານຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ກິ່ງແຂວງສິບສອງພັນນາແຂວງຢຸນນານຈີນໄດ້ແນະນຳໃຫ້ຮູ້ວ່າ: ໃນອະນາຄົດ ຈະເລັ່ງລັດປູກຝັງແຫຼ່ງທ່ອງທ່ຽວ, ເປີດກວ້າງບັນດາຜະລິດຕະພັນເສັ້ນທາງທ່ອງທ່ຽວອ່າງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ອຸດົມສົມບູນ, ສ້າງ "ວົງການທ່ອງທ່ຽວທອງຄຳ"ຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ,ເພື່ອຍູ້ແຮງການສ້າງປະຊາຄົມເສດຖະກິດ ແລະ ວັດທະນະທຳຂອງພາກພື້ນໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.
10月1日,西双版纳澜沧江·湄公河国际旅游航运正式启航。首艘船舶从国家级水运口岸——位于云南西双版纳傣族自治州景洪市的景洪港出发,抵达关累口岸办理出境手续后将沿澜沧江-湄公河顺流而下,最终抵达泰国清盛港。这标志着这条连接六国的黄金水道在文旅融合领域实现新突破。
据介绍,此次澜沧江·湄公河国际旅游航运启航推动了"水路+文旅"融合,实现"一船游多国",行程为"中国西双版纳+泰国清莱、清迈+老挝琅勃拉邦"五天四晚,是中老泰三国联动、水陆空铁四式联运的先行性线路产品。
西双版纳州文旅部门负责人介绍,未来将加快客源培育进度,推出更加丰富的澜湄流域旅游线路产品,打造更加繁荣的澜湄"黄金旅游圈",为构建区域经济文化共同体注入鲜活动能。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
10/01
00:00
— ແບ່ງປັນ —