ຊ່ອງທາງທອງຄຳເຊື່ອມຈອດອາຊຽນ ສັກກະລາດໃໝ່ແຫ່ງການປະດິດສ້າງໃນການພັດທະນາ - ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ສ້າງພື້ນທີ່ເປີດກວ້າງຕາມຊາຍແດນ

ມາຈາກ:ສະບາຍດີ

ນັບຕັ້ງແຕ່ວັນທີ 30 ສິງຫາ 2019 ທີ່ໄດ້ຮັບການສ້າງຕັ້ງຢ່າງເປັນທາງການເປັນຕົ້ນມາ, ເຂດການຄ້າເສລີຈີນ (ຢຸນນານ) ພາກພື້ນຄຸນໝິງ (ເອີ້ນຫຍໍ້ວ່າ"ເຂດການຄ້າເສລີພາກພື້ນຄຸນໝິງ") ໄດ້ນຳໃຊ້ປະໂຫຍດທາງພູມສາດທີ່ເປັນເອກະລັກຂອງຕົນ ທີ່ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ, ໃກ້ກັບອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ພ້ອມທັງຍຶດໝັ້ນໃນການປະຕິບັດຍຸດທະສາດການພັດທະນາທີ່ຂັບເຄື່ອນດ້ວຍນະວັດຕະກຳ.ໃນໄລຍະຫ້າປີ, ເຂດການຄ້າເສລີພາກພື້ນຄຸນໝິງໄດ້ເຕີບໂຕຢ່າງໄວວາ, ກາຍເປັນປະຕູທີ່ສຳຄັນ ແລະ ເປັນເວທີຊັ້ນນຳໃນການສົ່ງເສີມການຄ້າ, ການຮ່ວມມືທາງເສດຖະກິດລະຫວ່າງຈີນກັບອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ພ້ອມທັງ ເປັນສະຖານະຍຸດທະສາດທີ່ນັບມື້ນັບສຳຄັນຂຶ້ນ.

3

ໂດຍສຸມໃສ່ສີ່ຂະແໜງຫຼັກຄື:ການປະດິດສ້າງລະບົບ,ການດຶງດູດການລົງທຶນ,ການເປີດປະຕູສູ່ພາຍນອກ, ການພັດທະນາອຸດສາຫະກຳ, ເຂດການຄ້າເສລີພາກພື້ນຄຸນໝິງໄດ້ບັນລຸຜົນ ສຳເລັດທີ່ໝັ້ນຄົງ ແລະ ໂດດເດັ່ນຫຼາຍປະການ.ເຂດການຄ້າເສລີພາກພື້ນຄຸນໝິງໄດ້ອີງໃສ່ທາງລົດໄຟລາວ-ຈີນເປັນຊ່ອງທາງສາກົນທີ່ສຳຄັນ, ໂດຍໄດ້ສ້າງກົນໄກການພັດທະນາຮ່ວມກັນແບບ "ການເຊື່ອມໂຍງສີ່ເຂດ" ທີ່ປະດິດສ້າວໃໝ່. ບັນດາມາດຕະການເຫຼົ່ານີ້ໄດ້ເປີດທາງຢ່າງມີປະສິດທິພາບ ແລະ ດຳເນີນງານດ້ວຍປະສິດທິພາບສູງສຳລັບ “ຊ່ອງທາງທອງຄຳ” ທີ່ເຊື່ອມຕໍ່ພາກໃນຂອງຈີນກັບຕະຫຼາດອາຊຽນ. ເສັ້ນທາງການພັດທະນາ ແລະ ຜົນສຳເລັດທີ່ໂດດເດັ່ນຂອງເຂດການຄ້າເສລີພາກພື້ນຄຸນໝິງ ໄດ້ຮັບຄວາມສົນໃຈສູງ ແລະ ການຍ້ອງຍໍຢ່າງກວ້າງ ຂວາງຈາກບັນດາຜູ້ນຳທາງການເມືອງຂັ້ນສູງ ແລະ ສື່ມວນຊົນຫຼັກຂອງລາວ, ການສຳຫຼວດ ແລະ ປະຕິບັດຂອງເຂດການຄ້າເສລີພາກພື້ນຄຸນໝິງຖືກຍອມຮັບຢ່າງກວ້າງຂວາງວ່າເປັນຕົວ ຢ່າງທີ່ປະສົບຜົນສຳເລັດໃນການເສີມສ້າງຄວາມສຳພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງຈີນ-ລາວ ແລະ ການບັນລຸຜົນປະໂຫຍດຮ່ວມກັນ.

4

ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ, ເຂດການຄ້າເສລີພາກພື້ນຄຸນໝິງໄດ້ຖືເອົາການປະດິດສ້າງລະບົບເປັນພະລັງຂັບເຄື່ອນຫຼັກຂອງການພັດທະນາ, ໄດ້ສຳຫຼວດມາດຕະການປະຕິຮູບຫຼາຍຢ່າງທີ່ເປັນແກນຫຼັກໃນລະດັບປະເທດ. ປັດຈຸບັນ, ເຂດການຄ້າເສລີພາກພື້ນຄຸນໝິງໄດ້ສ້າງຜົນສຳເລັດການປະດິດສ້າງລະບົບທັງໝົດ 393 ລາຍການ,ໃນນັ້ນມີ 100 ລາຍການເປັນຕົວຢ່າງທີ່ມີລັກສະນະພິເສດຂອງການຂ້າມຊາຍແດນໃກ້ຊາຍແດນ, ໄດ້ປະຕິບັດຢ່າງຄົບຖ້ວນທັງ 106 ໜ້າທີ່ການທົດລອງປະຕິຮູບລະດັບຊາດ ແລະ 53 ໜ້າທີ່ການທົດລອງປະຕິຮູບລະດັບແຂວງ.

5

ຮູບແບບການຮັບເອົາການຍົກຍ້າຍອຸດສາຫະກຳແບບ"ສາມສວນຫນຶ່ງສາຍ"ເຂດການຄ້າເສລີພາກພື້ນຄຸນໝິງປະດິດຂຶ້ນເປັນຄັ້ງທຳອິດແມ່ນໂດດເດັ່ນ ແລະ ດຶງດູດຄວາມສົນໃຈຢ່າງຍິ່ງ.ຮູບແບບນີ້ໄດ້ສ້າງຫ່ວງໂສ້ອຸດສາຫະກຳ"ຊຽງໄຮ້ຄົ້ນຄວ້າພັດທະນາ+ຄຸນໝິງທົດລອງນຳໃຊ້+ບໍ່ຫານການຜະລິດ"ໂດຍຜ່ານການຄົ້ນຄວ້າພັດທະນາຢູ່ເມືອງວິທະຍາສາດແລະເຕັກນິກ ຊຽງໄຮ-ຢຸນນານ ຫຼິງກາງ-ຄຸນໝິງ,ການນຳໃຊ້ສະຖານະການປະຕິບັດຂອງເຂດການຄ້າເສລີພາກພື້ນຄຸນໝິງ,ການຜະລິດຂອງຖານທີ່ບໍ່ຫານ, ເຊິ່ງໄດ້ຍົກສູງປະສິດທິພາບ ແລະ ຄຸນນະພາບຂອງການຍົກຍ້າຍອຸດສາຫະກຳຢ່າງຫຼວງຫຼາຍ. ທ່ານ ຈັນດາ ຈັນມະນີ ຮອງຫົວໜ້າພະແນກຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ຈາກກະຊວງແຜນການ ແລະ ການລົງທຶນລາວ ໄດ້ຍ້ອງຍໍຢ່າງສູງວ່າ:"ການພັດທະນາຂອງເຂດການຄ້າເສລີພາກພື້ນຄຸນໝິງສ້າງຄວາມປະທັບໃຈຢ່າງຍິ່ງ!ມັນບໍ່ພຽງແຕ່ເປັນ’ປ້ອມດ່ານໜ້າ’ຂອງການຮ່ວມມືລາວ-ຈີນເທົ່ານັ້ນ, ແຕ່ຍັງໄດ້ປະດິດສ້າງລະບົບທີ່ປ່ຽນເອກະລັກພິເສດ ‘ໃກ້ຊາຍແດນແລະຂ້າມຊາຍແດນ’ ໃຫ້ກາຍເປັນຜົນປະໂຫຍດຕົວຈິງ."

6

ເຂດການຄ້າເສລີພາກພື້ນຄຸນໝິງໄດ້ນຳໃຊ້ປະໂຫຍດທາງນະໂຍບາຍຂອງເຂດການຄ້າເສລີຢ່າງເຕັມທີ່, ພ້ອມທັງດຶງດູດການລົງທຶນຈາກພາຍໃນປະເທດຈີນ ແລະ ຕ່າງປະເທດຢ່າງຈິງຈັງ, ສົ່ງຜົນໃຫ້ການດຶງດູດການລົງທຶນມີຜົນສຳເລັດຢ່າງໂດດເດັ່ນ.ຈາກປີ 2019 ຫາ ເດືອນສິງຫາ 2024, ເຂດການຄ້າເສລີພາກພື້ນຄຸນໝິງໄດ້ບັນລຸການເຕີບໂຕຢ່າງຫຼວງຫຼາຍ ໂດຍມີວິສາຫະກິດໃໝ່ທີ່ລົງທະບຽນເພີ່ມຂຶ້ນ 2.2 ເທົ່າ,ວິສາຫະກິດທີ່ມີທຶນຕ່າງປະເທດເພີ່ມຂຶ້ນ 1.8 ເທົ່າ,ການນຳໃຊ້ທຶນຕ່າງປະເທດຕົວຈິງເພີ່ມຂຶ້ນ 2.1 ເທົ່າ, ມູນຄ່າຂາເຂົ້າ-ຂາອອກການຄ້າຕ່າງປະເທດເພີ່ມຂຶ້ນ 2.7 ເທົ່າ. ໃນນັ້ນ, ໂຄງການທຶນຕ່າງປະເທດຫຼາຍໂຄງການເຊັ່ນ ບໍລິສັດລົງທຶນພຣໍສ ແລະ ບໍລິສັດຂົນສົ່ງສາກົນ ວັນວິກົດຈິດ ໄດ້ລົງທຶນຢ່າງຕໍ່ເນື່ອງ, ເຊິ່ງເປັນເຄື່ອງໝາຍວ່າເຂດການຄ້າເສລີພາກພື້ນຄຸນໝິງໄດ້ກ້າວໄປສູ່ຄວາມກ້າວໜ້າທີ່ໝັ້ນຄົງໃນການດຶງດູດທຶນຕ່າງປະເທດ.

ການເປີດນຳໃຊ້ທາງລົດໄຟລາວ-ຈີນໄດ້ຍົກສູງລະດັບການເປີດກວ້າງຂອງເຂດການຄ້າເສລີພາກພື້ນຄຸນໝິງຂຶ້ນອີກ.ໃນຖານະທີ່ເປັນສາຍພົວພັນສຳຄັນຂອງການຮ່ວມມືລາວ-ຈີນ,ທາງລົດໄຟລາວ-ຈີນບໍ່ພຽງແຕ່ຫຍໍ້ໄລຍະທາງ ແລະ ເວລາລະຫວ່າງຄຸນໝິງ ແລະ ນະຄອນຫຼວງວຽງຈັນເທົ່ານັ້ນ,ແຕ່ຍັງກະຕຸ້ນໃຫ້ການຄ້າຂ້າມຊາຍແດນແລະການລົງທຶນເຕີບໂຕຢ່າງໄວວາ. ໃນເຄິ່ງປີທຳອິດຂອງປີ 2025, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 10,07 ລ້ານຄົນ, ຂົນສົ່ງສິນຄ້າເກີນ 12,6 ລ້ານໂຕນ,ປະເພດສິນຄ້າຂະຫຍາຍເຖິງກວ່າ 3000 ປະເພດ, ກວມເອົາຫຼາຍກວ່າ 10 ປະເທດ ລວມທັງລາວ ແລະ ໄທ.ທ່ານ ຈັນດາ ຈັນມະນີ ໄດ້ແບ່ງປັນວ່າ:"ຂ້ອຍຍັງຈື່ປະສົບການຄັ້ງທຳອິດໃນປີ 2023 ທີ່ໄດ້ຂີ່ທາງລົດໄຟລາວ-ຈີນຈາກນະຄອນຫຼວງວຽງຈັນໄປຄຸນໝິງ:ອອກເຊົ້າເຖິງແລງ,ສະບາຍແລະສະດວກສະບາຍ, ໃຊ້ເວລາ 10 ຊົ່ວໂມງຂ້າມພູຜາ ແລະ ທະເລ, ທາງລົດໄຟນີ້ໄດ້ປ່ຽນແປງວິທີການເຮັດວຽກຂອງຂ້ອຍ. ໃນອະດີດ,ການປະສານງານໂຄງການຂ້າມຊາຍແດນຕ້ອງບິນມາຄຸນໝິງຫຼາຍເທື່ອ,ແຕ່ດຽວນີ້ຂ້ອຍສາມາດນັ່ງລົດໄຟຄວາມໄວສູງໄປ-ກັບທຸກໆເດືອນ, ສາມາດປະຊຸມແບບໜ້າຕໍ່ໜ້າກັບທີມງານຈີນພາຍໃນມື້ດຽວ, ຊ່ວຍປະຢັດຄ່າໃຊ້ຈ່າຍດ້ານເວລາຢ່າງຫຼວງຫຼາຍ."

7

ທ່ານ ແສງທອງ ພະສະຫວັດ ຮອງຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວໄດ້ຍ້ອງຍໍຢ່າງສູງວ່າ:"ເຂດການຄ້າເສລີພາກພື້ນຄຸນໝິງໃນຖານະທີ່ເປັນປ່ອງຢ້ຽມສຳຄັນຂອງຈີນທີ່ເປີດສູ່ອາຊີໃຕ້ ແລະ ອາຊີຕາ ເວັນອອກສຽງໃຕ້,ໄດ້ສະແດງໃຫ້ເຫັນທ່າແຮງການພັດທະນາທີ່ສຸງ, ຜົນສຳເລັດຂອງພາກພື້ນນີ້ໃນການປະດິດສ້າງລະບົບ,ການອຳນວຍຄວາມສະດວກດ້ານການຄ້າ, ການກໍ່ສ້າງພື້ນຖານໂຄງລ່າງ,ໄດ້ສະໜອງໂອກາດໃຫ້ວິສາຫະກິດລາວເຂົ້າຮ່ວມໃນຫ່ວງໂສ້ອຸດສາຫະກຳໂລກດ້ວຍຕົ້ນທຶນຕໍ່າແລະປະສິດທິພາບສູງ. ການເປີດນຳໃຊ້ທາງລົດໄຟລາວ-ຈີນໄດ້ສົ່ງເສີມການພັດທະນາການຄ້າ,ການລົງທຶນ, ການທ່ອງທ່ຽວລະຫວ່າງສອງປະເທດຢ່າງຫຼວງຫຼາຍ.ໃນປີ 2024, ປະລິມານການຂົນສົ່ງຜະລິດຕະພັນກະສິກຳຂອງລາວທີ່ເຂົ້າສູ່ຕະຫຼາດຈີນຜ່ານທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນ 79% ເມື່ອທຽບກັບປີກ່ອນ,ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງໃຫ້ແກ່ກະສິກຳແລະອຸດສາຫະກຳທີ່ກ່ຽວຂ້ອງຂອງລາວ. ຮູບແບບ'ສາມສວນຫນຶ່ງສາຍ'ຮ່ວມກັບຜົນປະໂຫຍດຮ່ວມຈາກທາງລົດໄຟລາວ-ຈີນໄດ້ເຮັດໃຫ້ວິສາຫະກິດລາວສາມາດເຊື່ອມໂຍງກັບການກໍ່ສ້າງແລວທາງເສດຖະກິດຈີນ-ລາວແໜ້ນແຟ້ນກວ່າເກົ່າ, ໄດ້ຮັບສ່ວນແບ່ງຜົນປະໂຫຍດຈາກການພັດທະນາເສດຖະກິດພາກພື້ນ. ຂ້າພະເຈົ້າຫວັງວ່າເຂດການຄ້າເສລີພາກພື້ນຄຸນໝິງຈະສືບຕໍ່ນຳໃຊ້ປະໂຫຍດຂອງຕົນໃນຖານະທີ່ເປັນສູນກາງການຂົນສົ່ງ ແລະສູນກາງການປະດິດສ້າງລະບົບ ໂດຍຜ່ານກົດລະບຽບການຄ້າມາດຕະຖານສູງ, ການສະໜັບສະໜູນທາງນະໂຍ ບາຍ,ເພື່ອສົ່ງເສີມການເຊື່ອມໂຍງ, ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງລາວ-ຈີນ ແລະ ພາກພື້ນອາຊຽນ."

ເຂດການຄ້າເສລີພາກພື້ນຄຸນໝິງໃນຖານະທີ່ເປັນສູນກາງພັດທະນາທີ່ສົ່ງຜົນສະທ້ອນອັນກວ້າງຂວາງຕໍ່ພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້,ໄດ້ນຳໃຊ້ປະໂຫຍດທາງທີ່ຕັ້ງຢ່າງເຕັມທີ່, ສົ່ງເສີມການຮ່ວມມືທາງການຄ້າແລະເສດຖະກິດກັບບັນດາປະເທດໃກ້ຄຽງຢ່າງຈິງຈັງ. ເຂດການຄ້າເສລີພາກພື້ນຄຸນໝິງໄດ້ສືບຕໍ່ສົ່ງເສີມການຮ່ວມມືຢ່າງໝັ້ນຄົງກັບເຂດພັດທະນາຮອບດ້ານຂອງ ໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງຂອງລາວ, ພ້ອມທັງສວນອຸດສາຫະກຳລະຢອງຂອງໄທ. ການບໍລິການຮອບດ້ານເຊັ່ນ: ການຄ້າພະລັງງານຂ້າມຊາຍແດນ,ການບໍລິການດ້ານກົດໝາຍສາກົນ, ການຖ່າຍທອດເຕັກໂນໂລຊີອາຊຽນ,ໄດ້ຂະຫຍາຍອິດທິພົນສູ່ຫຼາຍປະເທດ, ຂົງເຂດໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້.

ການເປີດນຳໃຊ້ທາງລົດໄຟລາວ-ຈີນ ເລັ່ງຂະບວນການເປີດປະຕູສູ່ພາຍນອກຂອງເຂດການຄ້າເສລີພາກພື້ນຄຸນໝິງຢ່າງຫຼວງຫຼາຍ.ໂດຍອີງໃສ່ສູນກາງຂົນສົ່ງຕູ້ຄອນເທນເນີ້ສະຖານີຫວັງເຈຍອິງຊີ ໄດ້ສ້າງສູນກາງຂົນສົ່ງຕູ້ຄອນເທນເນີທີ່ມີອິດທິພົນຄົບຄຸມທົ່ວແຂວງຢຸນນານ ແລະ ອາຊີຕາເວັນອອກສຽງໃຕ້.ສູນກາງຂົນສົ່ງຕູ້ຄອນເທນເນີ້ຫວັງເຈຍອິງຊີ ໄດ້ເປີດນຳໃຊ້ຍີ່ຫໍ້ການຂົນສົ່ງສິນຄ້າເຊັ່ນ"ສາຍດ່ວນລ້ານຊ້າງ-ແມ່ນໍ້າຂອງ", "ສາຍຊຽງໄຮ້-ຢຸນນານ·ລ້ານຊ້າງ-ແມ່ນໍ້າຂອງ" ແລະ "ສາຍດ່ວນລ້ານຊ້າງ·ເຊິງຕູ-ເອີຣົບ",ພ້ອມທັງຍົກສູງຄວາມສາມາດໃນການຂົນສົ່ງຂ້າມຊາຍແດນຢ່າງຕໍ່ເນື່ອງ.

8

ເຂດການຄ້າເສລີພາກພື້ນຄຸນໝິງໄດ້ສົ່ງເສີມຄວາມສະດວກໃນການເດີນທາງຂອງບຸກຄົນຢ່າງຈິງຈັງ.ໃນປີ 2025, ຊ່ອງບໍລິການພິເສດ"ຊ່ອງສຳລັບຊາວຕ່າງປະເທດທີ່ມາລົງທຶນແລະເຮັດວຽກໃນຈີນ"ທີ່ຕັ້ງຂຶ້ນໃນເຂດການຄ້າເສລີພາກພື້ນຄຸນໝິງໄດ້ຊ່ວຍເຫຼືອວິສາຫະກິດທຶນຕ່າງປະເທດ 27 ແຫ່ງສຳເລັດການລົງທະບຽນຢ່າງຄົບຖ້ວນ,ພ້ອມທັງ ສະໜອງການບໍລິການທີ່ມີປະສິດທິພາບແລະສະດວກສະບາຍໃຫ້ແກ່ການລົງທຶນຂອງຊາວຕ່າງປະເທດ.ທ່ານ ຫວັງເວີຍ ນັກສຶກສາລາວທີ່ຮຽນຢູ່ຄຸນໝິງ ເປັນຜູ້ທີ່ໄດ້ຮັບຜົນປະໂຫຍດຈາກນະໂຍ ບາຍນີ້.ໃນປີ 2023,ທ່ານ ຫວັງເວີຍ ໄດ້ລົງທະບຽນສ້າງຕັ້ງບໍລິສັດທ່ອງທ່ຽວສາກົນຢຸນນານ-ລາວ-ຈີນ ຈຳກັດ ຢູ່ເຂດການຄ້າເສລີພາກພື້ນຄຸນໝິງ.ທ່ານ ຫວັງເວີຍ ກ່າວວ່າ:"ເຂດການຄ້າເສລີພາກພື້ນຄຸນໝິງໄດ້ຊ່ວຍຂ້ອຍສຳເລັດການລົງທະບຽນ, ພ້ອມທັງສະໜອງບໍລິການດ້ານວີຊາ, ການປຶກສາ ແລະ ບໍລິການອື່ນໆ,ເຊິ່ງເຮັດໃຫ້ຂ້ອຍມີຄວາມໝັ້ນໃຈຕໍ່ອະນາຄົດ.ຄຸນໝິງມີທ່າແຮງການພັດທະນາສູງ,ມີສະພາບອາກາດທີ່ສະບາຍ, ໃກ້ກັບລາວ,ພ້ອມດ້ວຍຄວາມສະດວກຈາກທາງລົດໄຟລາວ-ຈີນ ເຮັດໃຫ້ຂ້ອຍເຫັນທ່າອ່ຽງອັນກວ້າງຂວາງຂອງການຮ່ວມມືດ້ານການທ່ອງທ່ຽວລາວ-ຈີນ." ທ່ານ ຫວັງເວີຍ ຍັງກ່າວອີກວ່າ,ເຂດການຄ້າເສລີພາກພື້ນຄຸນໝິງໄດ້ສະໜອງການສະໜັບສະໜູນທີ່ສຳຄັນໃຫ້ແກ່ເສັ້ນທາງການລິເລີ່ມທຸລະກິດຂອງລາວ, ລາວວາງແຜນທີ່ຈະສຸມໃສ່ການພັດທະນາບໍລິສັດຫຼັງຈາກຈົບການສຶກສາ, ເພື່ອກະຕຸ້ນການທ່ອງທ່ຽວສອງທາງລະຫວ່າງຈີນ ແລະ ລາວໃຫ້ຫຼາຍຂຶ້ນ"

9

ໃນອະນາຄົດ,ເຂດການຄ້າເສລີພາກພື້ນຄຸນໝິງຈະຮັບຜິດຊອບພາລະກິດທີ່ສູງສົ່ງກວ່າເກົ່າ.ຈະສືບຕໍ່ຍຶດໝັ້ນໃນການເປີດກວ້າງແບບລະບົບ,ສົ່ງເສີມການປະດິດສ້າງແລະການປະຕິຮູບຢ່າງເລິກເຊິ່ງ, ສ້າງສູນກາງປະຕູເປີດກວ້າງໃກ້ຊາຍແດນທີ່ມີລະດັບສູງກວ່າເກົ່າ. ພ້ອມນີ້ ຍັງເປັນການສະໜັບສະໜູນຍຸດທະສາດການພັດທະ ນາໃໝ່ຂອງປະເທດຈີນ, ເຂດການຄ້າເສລີພາກພື້ນຄຸນໝິງຈະປະກອບສ່ວນຢ່າງຈິງຈັງໃນການຮ່ວມກັນກໍ່ສ້າງ"ໜຶ່ງແລວ ໜຶ່ງເສັ້ນທາງ" ທີ່ມີຄຸນນະພາບສູງ, ໂດຍຜ່ານການສືບຕໍ່ສົ່ງອອກ"ປະສົບການຄຸນໝິງ"ທີ່ສາມາດເປັນຕົວຢ່າງ ແລະ ຂະຫຍາຍໄດ້, ເພື່ອປະກອບສ່ວນອັຍໃໝ່ ແລະ ຍິ່ງໃຫຍ່ກວ່າເຂົ້າໃນການສົ່ງເສີມຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງພາກພື້ນ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.

自2019年8月30日正式挂牌运作以来,中国(云南)自由贸易试验区昆明片区(以下简称“昆明片区”)充分发挥其地处中国西南、毗邻南亚东南亚的独特地理优势,并坚定不移地实施创新驱动发展战略。五年间,昆明片区已迅速崛起,成为推动中国与南亚东南亚区域经贸往来、深化合作的关键门户和前沿平台,战略地位日益凸显。

3

中国(云南)自由贸易试验区昆明片区

聚焦制度创新、招商引资、对外开放和产业发展四大核心领域,昆明片区取得了一系列扎实而亮眼的成效。昆明片区依托中老铁路这条国际大通道,并创新性地构建“四区联动”协同发展机制。这些举措有力打通并高效运营了一条连接中国腹地与东盟市场的“黄金通道”。昆明片区的发展路径和显著成果,赢得了老挝政界高层和主流媒体的高度聚焦与广泛赞誉,其探索实践被普遍视为深化中老全面战略合作伙伴关系、实现互利共赢的成功典范。

深化制度创新 打造沿边开放新高地

昆明片区自成立以来,始终将制度创新作为发展的核心动力,探索出一系列具有全国首创性的改革举措。目前,昆明片区已累计形成393项制度创新成果,其中100项为沿边跨境特色案例,106项国家赋予的改革试点任务和53项省级改革试点任务全面实施。

4

沪滇临港昆明科技城示范区

昆明片区首创的“三园一线”梯度承接产业转移模式尤为引人注目。该模式通过沪滇临港昆明科技城“研发”、昆明片区“应用场景”和磨憨基地“制造”形成“上海研发+昆明试验+磨憨生产”的产业链条,极大提升了产业转移的效率和质量。

5

老挝计划与投资部老中合作委员会办公厅副处长甄达·占玛尼

老挝计划与投资部老中合作委员会办公厅副处长甄达·占玛尼对此高度评价:“昆明片区的发展令人印象深刻!它不仅是中老合作的‘桥头堡’,更通过制度创新将‘沿边跨境’特色转化为实际优势。”

此外,昆明片区在政务服务、贸易便利化、金融创新等领域持续发力。推出的“电子劳动合同全程网办”入选全国第七批自贸试验区改革试点经验,“商标品牌指导站建设”入选全国商标品牌建设优秀案例。这些创新举措不仅提升了营商环境,还为企业提供了实实在在的便利。

优化营商环境 拓展开放合作新空间

昆明片区充分发挥自贸试验区的政策优势,积极吸引国内外投资,招商引资成效显著。2019年至2024年8月,昆明片区新注册企业增长2.2倍、外资企业增长1.8倍,实际利用外资增长2.1倍,外贸进出口额增长2.7倍。其中,普洛斯、万纬国际等一批外资项目相继落地,标志着昆明片区在吸引外资方面迈出坚实步伐。

6

法籍投资人Marc咨询业务办理流程

昆明片区还通过“四区联动”模式,实现了政策协同和资源共享。“四区”即经济技术开发区、综合保税区、跨境经济合作区和自贸试验区,通过联动发展,昆明片区在政策实惠、物流速度、制度优化和成本降低等方面为企业提供了全方位支持。甄达·占玛尼表示:“联动带来的好处是实打实的!现在‘四区’统一解决了四大痛点:经开区给政策实惠、磨憨-磨丁跨合区保物流速度、自贸区优化制度、综保区降成本。尤其是磨憨口岸的焕然一新,双向2车道扩至12车道,大大提升了跨境物流效率。”

中老铁路的开通进一步提升了昆明片区的开放水平。作为中老合作的重要纽带,中老铁路不仅缩短了昆明与万象的时空距离,还带动了跨境贸易和投资的快速增长。2025年上半年,中老铁路累计发送旅客超1007万人次,运输货物超1260万吨,货物种类扩展至3000多种,覆盖老挝、泰国等10余个国家。 甄达·占玛尼分享道:“我至今记得2023年首次乘中老铁路从万象到昆明的体验:朝发夕至、平稳舒适,10小时跨越山海!这条铁路彻底改变了我的工作方式,以前协调跨境项目需频繁飞昆明,现在每月可乘高铁往返,当天就能与中方团队面对面开会,极大节约了时间成本。”

推动产业升级 构建跨境协同发展新格局

近年来,昆明片区积极把握国家战略机遇,主动服务和融入新发展格局。围绕承接东部产业转移、深化沪滇产业合作、推进王家营国际陆港建设,并依托“四区”联动机制持续发力,成功塑造了园区发展新优势,打开了对外开放新格局。这一系列努力在2024年结出硕果:昆明经开区(自贸试验区昆明片区)完成营业收入3761亿元;引进省外产业到位资金95.6亿元,居全市国家级开发(度假)区首位;外贸进出口总额同比增长36.4%;新增经营主体2.63万户(同比增长32%),其中企业1.41万户(增长29%)。尤为突出的是,截至2024年底,全区经营主体累计达9.5万户(企业5.3万户),在3年内实现了总量翻番。

与此同时,昆明片区深化与磨憨、河口、瑞丽等关键沿边口岸的联动发展。这种紧密协作有效拓展了跨境产业链的深度和广度,并成功构建起“前岸后仓”的贸易闭环模式,进一步提升了区域贸易的效率和竞争力。

7

老挝巴特寮通讯社副社长桑通·帕萨万

老挝巴特寮通讯社副社长桑通·帕萨万对此给予高度评价:“昆明片区作为中国面向南亚东南亚开放的重要窗口,展现了强大的发展潜力。其在制度创新、贸易便利化和基础设施建设方面的成就,为老挝企业提供了低成本、高效率参与全球产业链的机会。中老铁路的开通极大推动了两国贸易、投资和旅游业的发展,2024年老挝农产品通过中老铁路进入中国市场的运输量同比增长79%,这为老挝农业和相关产业带来了实实在在的收益。‘三园一线’模式与中老铁路的协同效应,使老挝企业能够更紧密地融入中老经济走廊的建设,共享区域经济发展的红利。我期待昆明片区继续发挥其作为物流枢纽和制度创新中心的优势,通过高标准的贸易规则和政策支持,推动中老及东盟区域的互联互通和共同繁荣。”

拓展对外开放 增强南亚东南亚辐射能力

昆明片区作为中国面向南亚东南亚的辐射中心,充分发挥区位优势,积极推动与周边国家的经贸合作。昆明片区与老挝万象赛色塔综合开发区、塔纳楞港、泰国罗勇工业园区的合作稳步推进,跨境电力交易、国际法律服务、东盟技术转移等综合服务辐射南亚东南亚多个国家和地区。

中老铁路的开通更是加速了昆明片区的对外开放进程。依托王家营西站,打造了辐射全省及东南亚的集装箱物流中心,王家营西站已开通“澜湄快线”“沪滇·澜湄线”“澜湄蓉欧快线”等货运品牌,跨境运输能力持续提升。

8

老挝留学生王伟在自贸区昆明片区注册旅行社

昆明片区还积极推动人员往来便利化。2025年,昆明片区设立的“外国人来华投资工作专窗”累计协助27家外资企业完成注册登记,为外商投资提供了高效便捷的服务。老挝留学生王伟便是这一政策的受益者。2023年,王伟在昆明片区注册了云南老中国际旅行社有限公司,他表示:“自贸区帮助我完成了注册,还提供了签证、咨询等一站式服务,让我对未来充满信心。昆明发展潜力大、气候宜人、靠近老挝,中老铁路的便利让我看到了中老旅游合作的广阔前景。”王伟还提到,昆明片区为他的创业之路提供了重要支持,他计划毕业后专注于发展公司,带动更多中老双向旅游。

五年探索,昆明片区以制度创新为引擎,以开放合作为基石,成功开辟了一条彰显中国特色、契合云南实际的沿边自贸发展新路。其成就不仅体现于亮眼的经济数据,更在于深度融入国家战略,有效发挥了推动中老命运共同体建设、辐射带动南亚东南亚区域发展的战略支点作用。桑通·帕萨万总结道:“昆明片区的发展为中老合作树立了典范,它不仅是经济的‘试验田’,更是友谊的‘连心桥’。其创新模式和开放实践为区域合作提供了宝贵经验。”

9

自贸试验区昆明片区

面向未来,昆明片区肩负更高使命。将继续锚定制度型开放,纵深推进改革创新,打造更高水平的沿边开放门户枢纽。在服务国家构建新发展格局的同时,积极贡献于高质量共建“一带一路”,通过持续输出可借鉴、可推广的“昆明经验”,为促进区域共同繁荣、推动构建人类命运共同体作出新的更大贡献。(昆明信息港 记者马弘杨 洪俊杰/编译)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

08/05

18:00

ແບ່ງປັນ

ແປ
翻译