ມາຈາກ:ສຳນັກຂ່າວສານຊິນຮວາ
ນັກທ່ອງທ່ຽວຢ້ຽມຢາມຫໍພິພິທະພັນສິລະປະລາວທີ່ນະຄອນຫຼວງວຽງຈັນ, ວັນທີ 13 ກໍລະກົດ.(ຂ່າວສານຊິນຮວາ ພາບໂດຍ ໄກແກ້ວ)
ຫໍພິພິທະພັນສິລະປະລາວຕັ້ງຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ແລະໄດ້ເປີດໃນເດືອນມັງກອນ 2025. ຫໍພິພິທະພັນດັ່ງກ່າວ ຕັ້ງຢູ່ຫ່າງຈາກຕົວເມືອງປະມານ 10 ກິໂລແມັດ, ໂດຍມີພື້ນທີ່ທັງໝົດ 20 ເຮັກຕາ, ພື້ນທີ່ໃນການກໍ່ສ້າງ 3 ເຮັກຕາ ໂດຍໃຊ້ງົບປະມານ 50 ລ້ານໂດລາສະຫະລັດ, ເຊິ່ງປະກອບດ້ວຍອາຄານຫຼາຍພາກສ່ວນເຊັ່ນ: ອາຄານນຳສະເໜີຂໍ້ມູນ, ອາຄານຕ້ອນຮັບ, ອາຄານວາງສະແດງງານສີລະປະ, ອາຄານອະເນກປະສົງ, ຮ້ານຂາຍເຄື່ອງທີ່ລະລຶກ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ.
ນັກທ່ອງທ່ຽວຢ້ຽມຢາມຫໍພິພິທະພັນສິລະປະລາວທີ່ນະຄອນຫຼວງວຽງຈັນ, ວັນທີ 13 ກໍລະກົດ.(ຂ່າວສານຊິນຮວາ ພາບໂດຍ ໄກແກ້ວ)
ຫໍພິພິທະພັນແຫ່ງນີ້ ສ່ວນໃຫຍ່ຈະວາງສະແດງສິລະປະຂອງລາວເຊັ່ນ: ແກະສະຫຼັກໄມ້ ແລະ ແຕ້ມຮູບອື່ນໆ. ຊາວລາວພາຍໃນປະເທດ ແລະ ຄົນຕ່າງປະເທດທີ່ມາທ່ອງທ່ຽວ ຈະໄດ້ຊົມຜົນງານສີລະປະຫຼາຍກວ່າ 30,000 ຜົນງານ ຢູ່ໃນນະຄອນຫຼວງວຽງຈັນ.ໃນນັ້ນ,ຜົນງານດ້ານສີລະປະຊາວລາວ ຫຼາຍກວ່າສິບພັນຜົນງານ.
ນັກທ່ອງທ່ຽວຢ້ຽມຢາມຫໍພິພິທະພັນສິລະປະລາວທີ່ນະຄອນຫຼວງວຽງຈັນ, ວັນທີ 13 ກໍລະກົດ.(ຂ່າວສານຊິນຮວາ ພາບໂດຍ ໄກແກ້ວ)
ຈຸດປະສົງໃນການສ້າງຫໍພິພິທະພັນແຫ່ງນີ້ ແມ່ນຕ້ອງການສ້າງສັນຍາລັກແຫ່ງສັນຕິພາບຜ່ານງານສີລະປະ ແລະ ຫໍພິພິທະພັນແຫ່ງນີ້ ຈະເປັນສູນກາງຂອງການທ່ອງທ່ຽວ ພ້ອມທັງເປັນບ່ອນເຕົ້າໂຮມສີລະປະວັດທະນຳທຳລາວ. ການເປີດຫໍພິພິທະພັນໃນຄັ້ງນີ້ ຄາດວ່າ ຈະສົ່ງເສີມບົດບາດອັນສຳຄັນໃນພາກຂອງການທ່ອງທ່ຽວ ເພາະມັນຈະກາຍເປັນຈຸດໝາຍປາຍທາງແຫ່ງໃໝ່ ສຳລັບນັກທ່ອງທ່ຽວ, ຊ່ວຍສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ກັບປະຊາຊົນຢູ່ໃນທ້ອງຖິ່ນ ແລະຊ່ວຍກະຕຸ້ນນັກລົງທຶນໃຫ້ເຂົ້າມາລົງທຶນໃນຂະແໜງຕ່າງໆນໍາອີກດ້ວຍ.
ນັກທ່ອງທ່ຽວຢ້ຽມຢາມຫໍພິພິທະພັນສິລະປະລາວທີ່ນະຄອນຫຼວງວຽງຈັນ ເພື່ອຖ່າຍຮູບເປັນທີ່ລະນຶກ, ວັນທີ 13 ກໍລະກົດ.(ຂ່າວສານຊິນຮວາ ພາບໂດຍ ໄກແກ້ວ)
ພ້ອມກັນນັ້ນ, ຫໍພິພິທະພັນແຫ່ງນີ້ ຍັງຈະກາຍມາເປັນສູນກາງເຕົ້າໂຮມສີລະປະກອນທົ່ວປະເທດ ໂດຍສ້າງພື້ນທີ່ ແລະໂອກາດໃຫ້ແກ່ພວກເຂົາເຈົ້າ ທີ່ຈະໄດ້ວາງສະແດງຜົນງານຂອງຕົນເອງ ສູ່ສາທາລະນະຊົນ.
ນັກທ່ອງທ່ຽວຢ້ຽມຢາມຫໍພິພິທະພັນສິລະປະລາວທີ່ນະຄອນຫຼວງວຽງຈັນ, ວັນທີ 13 ກໍລະກົດ.(ຂ່າວສານຊິນຮວາ ພາບໂດຍ ໄກແກ້ວ)
7月13日,游客在位于老挝首都万象的老挝艺术博物馆参观。(新华社 凯乔\摄)
老挝艺术博物馆位于老挝首都万象,于2025年1月开馆。该馆距离市中心约10公里,总占地面积20公顷,建筑面积3公顷,预算为5000万美元,由信息楼、接待楼、艺术展览楼、多功能楼、纪念品商店、酒店、餐厅等组成。
7月13日,游客在位于老挝首都万象的老挝艺术博物馆参观。(新华社 凯乔\摄)
馆内主要展出木雕、绘画等老挝艺术精品,国内外游客得以在万象欣赏到超过 3 万件艺术作品,其中老挝本土艺术作品逾 1 万件。
7月13日,游客在位于老挝首都万象的老挝艺术博物馆参观。(新华社 凯乔\摄)
建造这座博物馆的目的是通过艺术打造一个和平的象征,希望它能成为旅游中心以及老挝文化艺术的聚集地。博物馆的开放预计将在旅游业中发挥重要作用,成为新的旅游打卡点,有助于创造就业机会、增加当地居民收入,还能鼓励投资者在各个领域进行投资。
7月13日,游客在位于老挝首都万象的老挝艺术博物馆参观留影。(新华社 凯乔\摄)
同时,这座博物馆也将成为全国各地艺术家的聚集地,为他们提供向公众展示作品的空间和机会。
7月13日,游客在位于老挝首都万象的老挝艺术博物馆参观。(新华社 凯乔\摄)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
07/14
17:35
— ແບ່ງປັນ —