ຜະລິດຕະພັນປາຈາກລາວສົ່ງໄປຢູ່ໜ້າໂຕະອາຫານໃນປະເທດຈີນເປັນຄັ້ງທໍາອິດ

ມາຈາກ:ສະບາຍດີ

ໃນວັນທີ 31 ມີນາ 2025 ຜ່ານມານີ້, ຕູ້ຂົນສົ່ງສິນຄ້າທີ່ບັນຈຸຜະລິດຕະພັນປາສະຫວາຍຄຸນນະພາບສູງຊຸດທໍາອິດທີ່ຜະລິດຈາກຟາມລ້ຽງ ແລະປຸງແຕ່ງປາຢູ່ລາວ ໄດ້ຂົນສົ່ງໄປເຖິງທ່າເຮືອ ເຊີໂຄວນະຄອນເຊີນເຈິ້ນ ເຊິ່ງບໍ່ພຽງແຕ່ມີຄວາມໝາຍສໍາຄັນດ້ານການຮ່ວມມືຜະລິດສັດນໍ້າລະຫວ່າງລາວ-ຈີນ ໂດຍຜ່ານການກວດກາຢູ່ດ່ານພາສີຢ່າງສົມບູນເປັນຄັ້ງທໍາອິດເທົ່ານັ້ນ, ຍັງເປັນຄັ້ງປະຫວັດສາດທີ່ຜະລິດຕະພັນສັດນໍ້າຈາກລາວເຂົ້າສູ່ຕະຫລາດຈີນໂດຍກົງອີກດ້ວຍ.

1744016697376_503

ປະເທດລາວຕັ້ງຢູ່ທາງເທິງຂອງແມ່ນ້ຳຂອງ,ເຊິ່ງມີສະພາບອາກາດເຂດຮ້ອນທີ່ເປັນເອກະລັກສະເພາະ ແລະ ແຫຼ່ງນ້ຳຈືດທີ່ອຸດົມສົມບູນ ໄດ້ສ້າງເງື່ອນໄຂທີ່ເປັນເອກະລັກສະເພາະໃຫ້ແກ່ການລ້ຽງປາ.ໂດຍໄດ້ຮັບການສະຫນັບສະຫນູນຢ່າງເຂັ້ມແຂງ ຈາກຫ້ອງການພັດທະນາທະເລ ແລະຄະນະກໍາມະການພັດທະນາ ແລະປະຕິຮູບນະຄອນເຊີນເຈິ້ນ, ບໍລິສັດເຊີນເຈິ້ນຊົງຢູມາຣິນເຕັກໂນໂລຊີຈໍາກັດ ເຊິ່ງເປັນຕົວແທນຂອງວິສາຫະກິດນະຄອນເຊີນເຈິ້ນ ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າຕໍ່ຂໍ້ລິເລີ່ມ"ໜຶ່ງແລວໜຶ່ງເສັ້ນທາງ"ແລະເລືອກທີ່ຈະລົງທຶນໃນການກໍ່ສ້າງນິຄົມອຸດສາຫະກໍາການປະມົງປາສະຫວາຍແມ່ນໍ້າຂອງແຫ່ງທໍາອິດໃນລາວທີ່ມີໂຄງການຕັ້ງຢູ່ເມືອງໂຂງ, ແຂວງຈໍາປາສັກ.

1744016760714_329

ຜ່ານມາ, ລາວຍັງບໍ່ທັນໄດ້ສ້າງລະບົບການລ້ຽງສັດນໍ້າຂະຫນາດໃຫຍ່ ແລະການຫມູນວຽນດ້ານການຄ້າສັດນໍ້າຢ່າງເປັນລະບົບ, ລວມເຖິງຊ່ອງທາງການຄ້າສັດນ້ໍາລະຫວ່າງລາວ-ຈີນ ຍັງເປັນພື້ນທີ່ວ່າງເປົ່າ. ປັດຈຸບັນ ປາສະຫວາຍທີ່ລ້ຽງຢູ່ລາວ ໄດ້ສົ່ງກັບຄືນໄປປະເທດຈີນຢ່າງສໍາເລັດ ພາຍຫລັງທີ່ໄດ້ດໍາເນີນໂຄງການມາເປັນເວລາ 3 ປີ. 

ໃນຖານະເປັນນິຄົມອຸດສາຫະກໍາການປະມົງປາສະຫວາຍແມ່ນໍ້າຂອງແຫ່ງທໍາອິດ ແລະໃຫຍ່ທີ່ສຸດໃນປະເທດລາວ ມີເນື້ອທີ່ທັງໝົດ 2,863 ເຮັກຕາ, ໂຄງການນີ້ໄດ້ຮັບການຕີລາຄາສູງຈາກລັດຖະບານ ແລະອົງການປົກຄອງທ້ອງຖິ່ນຂອງລາວ, ນັບແຕ່ມື້ເປີດໂຄງການເປັນຕົ້ນມາ, ກະຊວງກະສິກໍາ ແລະປ່າໄມ້ຂອງລາວ, ໂດຍມີກົມລ້ຽງສັດ ແລະ ການປະມົງ ໃຫ້ການສະຫນັບສະຫນູນຢ່າງເຕັມທີ່ ສໍາລັບການກໍ່ສ້າງ ແລະ ການດໍາເນີນງານຂອງນິຄົມແຫ່ງນີ້ກໍໄດ້ມີນະໂຍບາຍພິເສດ ລວມທັງການປະສານງານດ້ານອື່ນໆ.  ໃນໄລຍະຜ່ານມາ ທ່ານນາຍົກລັດຖະມົນຂອງລາວໄດ້ໄປຢ້ຽມຢາມໂຄງການດັ່ງກ່າວມາແລ້ວ 2 ຄັ້ງ ແລະ ໃຫ້ການຍ້ອງຍໍຊົມເຊີຍວ່າ:"ນີ້ຄືແບບຢ່າງທີ່ດີຂອງການຮ່ວມມືລະຫວ່າງ ລາວ-ຈີນ".

ໃນເດືອນທັນວາ 2024, ລັດຖະບານສອງປະເທດ ລາວ-ຈີນ ໄດ້ເຊັນສັນຍາຢ່າງເປັນທາງການກ່ຽວກັບຂໍ້ກໍານົດວ່າດ້ວຍການກວດກາ ແລະ ສຸຂະອະນາໄມສໍາລັບຜະລິດຕະພັນສັດນໍ້າທີ່ສົ່ງອອກໄປປະເທດຈີນ. ຫຼັງຈາກນັ້ນ, ກົມໃຫຍ່ພາສີຂອງຈີນກໍໄດ້ອອກແຈ້ງການກ່ຽວກັບການກວດກາ ແລະ ເງື່ອນໄຂດ້ານສຸຂະອະນາໄມ ແລະອະນຸຍາດໃຫ້ເຂົ້າສູ່ຕະຫຼາດຈີນ.

ໃນປີ 2024, ເປັນໄລຍະທໍາອິດຂອງໂຄງການນິຄົມອຸດສາຫະກໍາການປະມົງປາສະຫວາຍແມ່ນໍ້າຂອງໄດ້ກໍ່ສ້າງສໍາເລັດ ແລະ ເລີ່ມດໍາເນີນການ, ຄາດວ່າໃນເບື້ອງຕົ້ນຈະສາມາດບັນລຸການຜະລິດປາສະຫວາຍປະມານ 20,000 ໂຕນຕໍ່ປີ ແລະ ປຸງແຕ່ງປາສະຫວາຍ 12,000 ໂຕນຕໍ່ປີ, ມູນຄ່າການຜະລິດປະມານ 330 ລ້ານຢວນຕໍ່ປີ (963 ຕື້ກວ່າກີບ), ຫຼັງຈາກກໍ່ສ້າງນິຄົມດັ່ງກ່າວສໍາເລັດສົມບູນ ຄາດວ່າການປຸງແຕ່ງປາສະຫວາຍຈະບັນລຸຫຼາຍກວ່າ 500,000 ໂຕນຕໍ່ປີ, ນັ້ນຈະກາຍເປັນພື້ນຖານທີ່ສໍາຄັນສໍາລັບການສະໜອງຜະລິດຕະພັນສັດນ້ໍາຂອງປະເທດຈີນ ເພື່ອນໍາສົ່ງປາສະຫວາຍທີ່ມີຄຸນນະພາບສູງສູ່ສາທາລະນະ ແລະ ເພີ່ມລົດຊາດອາຫານທີ່ແຊບຊ້ອຍໃນລີ້ນຂອງສາທາລະນະຊົນໃນຈີນ.

ການຂົນສົ່ງຜະລິດຕະພັນປາສະຫວາຍທີ່ລ້ຽງຢູ່ລາວກັບຄືນສູ່ນະຄອນເສີນເຈິ້ນຄັ້ງນີ້ ຖືເປັນຕົວຢ່າງທີ່ສໍາຄັນ ໃນການຊຸກຍູ້ສົ່ງເສີມການເປີດປະຕູສູ່ພາຍນອກ ແລະການຮ່ວມມືດ້ານການປະມົງສາກົນ ແລະ ເປັນເສັ້ນທາງໃຫມ່ສໍາລັບການນໍາໃຊ້ຊັບພະຍາກອນການປະມົງທົ່ວໂລກ ແລະ ການຫມູນວຽນດ້ານການຄ້າຢ່າງສົມເຫດສົມຜົນ. ໃນອະນາຄົດ, ນະຄອນເຊີນເຈິ້ນ ສປ ຈີນຈະສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມ"ໜຶ່ງແລວໜຶ່ງເສັ້ນທາງ"   ດ້ວຍໂຄງການຮ່ວມມືທີ່ມີຄຸນນະພາບສູງໃຫ້ຫຼາຍຂຶ້ນ ແລະສ້າງຜົນສໍາເລັດໃຫມ່ໃຫຍ່ຫລວງກວ່າເກົ່າ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັບບັນດາປະເທດທີ່ເຂົ້າຮ່ວມຂໍ້ລິເລີ່ມ"ໜຶ່ງແລວໜຶ່ງເສັ້ນທາງ". 

1744016786386_764

2025年2月31日,首批由老挝养殖、生产、加工的高品质巴沙鱼货柜顺利抵达深圳蛇口港,这不仅意味着中老水产品通关贸易通道实现首次贯通,也是老挝水产品首次直接进入中国市场。

1744016697376_503

老挝地处湄公河上游流域,独特的亚热带气候与丰富的淡水资源,为渔业养殖创造了得天独厚的条件。2022年,在深圳市规划和自然资源局(深圳市海洋渔业局)、深圳市发展和改革委员会的支持下,深圳企业代表深圳中渔海洋科技有限公司,积极响应“一带一路"倡议,选择在老挝占巴色省勐孔县投资建设老挝首个国家级巴沙鱼现代渔业产业园。

1744016760714_329

当时,老挝尚未形成规模化的养殖体系和成体系的水产贸易流通系统,中老水产贸易通路也属空白领域。如今,老挝巴沙鱼在项目落地三年后顺利回运到中国。

作为老挝首个也是最大的国家级渔业产业园项目,占地面积为2863公顷‌,自启动便得到老挝中央与地方政府主管部门的高度重视。老挝农林部作为渔业的主管部门,积极通过出台优惠政策、协调关键资源,为渔业产业园的建设与运营提供了坚实支撑。项目也获得了老挝总理两度亲临考察,并被誉为“中老合作典范"。

在中国海关总署、老挝农林部等多部门的协同推动下,2024年 12 月,中老两国政府正式签署老挝《输华养殖水产品的检验和卫生要求议定书》,中老水产贸易通路由此正式开通。

2024年,产业园一期项目已全面建成并投入运营,预计可实现年产商品巴沙鱼超 2 万吨,加工成品巴沙鱼达 1.2 万吨,年产值约 3.3 亿元人民币。未来,产业园区整体建成运营后,预计年加工巴沙鱼可达 50 万吨以上,届时将成为中国水产“菜篮子"的重要保障基地,给市民带来高品质巴沙鱼,丰富市民舌尖上的美味。

中老水产贸易的首次成功打通,老挝巴沙鱼的成功回运,是深圳为推动对外开放和国际渔业合作打造的成功范例,为全球渔业资源合理利用和贸易流通提供了新路径。未来,深圳市将以更多优质合作项目推动共建“一带一路"走深走实,高水平开放行稳致远,为沿线各国共同繁荣创造新成果。

1744016786386_764

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

04/24

09:47

ແບ່ງປັນ

ແປ
翻译