ມາຈາກ:ສະບາຍດີ
ນັກສຶກສາລາວກຳລັງລົງທະບຽນ
ເຕັມໄປດ້ວຍຄວາມປາຖະຫນາໃນອະນາຄົດ,ວັນທີ 1 ກັນຍານີ້, ນັກສຶກສາລາວໃໝ່ 300 ກວ່າຄົນໄດ້ລົງທະບຽນຢູ່ໂຮງຮຽນວິຊາຊີບເມືອງຫຼ້າເພື່ອເລີ່ມຕົ້ນຊີວິດໃໝ່ຂອງການສຶກສາຢູ່ຈີນ.
ຕາມຂ່າວແຈ້ງໃຫ້ຮູ້ວ່າ,ໂຮງຮຽນວິຊາຊີບເມືອງຫຼ້າບໍ່ພຽງແຕ່ເປັນໂຮງຮຽນວິຊາຊີບຊັ້ນກາງທີ່ເປີດຮັບນັກຮຽນຕ່າງປະເທດກ່ອນຫນ້ານີ້1ແຫ່ງໃນທົ່ວປະເທດເທົ່ານັ້ນ,ແຕ່ຍັງເປັນໂຮງຮຽນວິຊາຊີບຊັ້ນກາງທີ່ມີນັກຮຽນຕ່າງປະເທດຫລາຍນໍາດ້ວຍ.ນັບແຕ່ປີ2001ເປັນຕົ້ນມາໂຮງຮຽນວິຊາຊີບເມືອງຫຼ້າໄດ້ເອົາໃຈໃສ່ສົ່ງເສີມການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຊົນລາວແລະຈີນ,ສ້າງຜູ້ທີ່ມີຄວາມສາມາດດ້ານການແປພາສາຈີນໃຫ້ແກ່ລາວເປັນຈໍານວນຫລວງຫລາຍ.ມາຮອດປັດຈຸບັນ,ໂຮງຮຽນໄດ້ຝຶກອົບຮົມນັກຮຽນລາວ 2,934 ຄົນ,ແຈກຢາຍຢູ່ທົ່ວແຂວງ ແລະ ເທດສະບານຂອງລາວ.
ເພື່ອຕ້ອນຮັບນັກສຶກສາລາວທີ່ມາຈາກທາງໄກເຫລົ່ານີ້,ໂຮງຮຽນວິຊາຊີບເມືອງຫຼ້າໄດ້ຈັດໃຫ້ມີທີມງານສອງພາສາເພື່ອໃຫ້ຄໍາປຶກສາເພື່ອຊ່ວຍໃຫ້ນັກຮຽນລາວສາມາດປັບຕົວເຂົ້າກັບສະພາບແວດລ້ອມໃຫມ່ໄດ້ໄວເທົ່າທີ່ຈະໄວໄດ້ໂດຍການດໍາເນີນກິດຈະກໍາທາງວັທນະທັມທີ່ອຸດົມສົມບູນແລະວິທີການສອນທີ່ຫລາກຫລາຍ.ທໍາອິດແມ່ນຈັດໃຫ້ນັກສຶກສາລາວໄປຮຽນພາສາຈີນຢູ່ໂຮງຮຽນເປັນເວລາ1ປີ,ຫຼັງຈາກທີ່ມີພື້ນຖານດ້ານພາສາຈີນແລ້ວ ແມ່ນເລີ່ມແຕ່ປີທີ 2 ເປັນຕົ້ນໄປ,ໂດຍນັກສຶກສາຈະເລືອກຮຽນດ້ວຍຕົນເອງໃນຫຼັກສູດພິເສດຕ່າງໆເຊັ່ນ:ການນໍາໃຊ້ແລະການສ້ອມແປງລົດຍົນ,ການຄ້າທາງເອເລັກໂຕຣນິກ,ການບໍລິຫານແລະການບໍລິການດ້ານການທ່ອງທ່ຽວ,ເຕັກນິກການປູກພືດສວນ,ນຳໃຊ້ຊັບພະຍາກອນການສິດສອນຕ່າງໆເພື່ອປູກຝັງຄວາມສາມາດດ້ານເຕັກນິກທີ່ນຳໃຊ້ທີ່ມີຄວາມຊຳນານດ້ານພາສາຈີນ.
ຫົວຫນ້າໂຮງຮຽນກ່າວວ່າໂຮງຮຽນວິຊາຊີບເມືອງຫຼ້າບໍ່ພຽງແຕ່ເປັນບ່ອນທີ່ນັກຮຽນລາວສາມາດຮຽນຮູ້ແລະເຮັດຄວາມຝັນຂອງຕົນໃຫ້ສໍາເຣັດເທົ່ານັ້ນແຕ່ຫາກຍັງເປັນຂົວຕໍ່ທີ່ສໍາຄັນໃນການແລກປ່ຽນວັທນະທັມລະຫວ່າງຈີນແລະລາວນໍາອີກ.ທາງໂຮງຮຽນມີແຜນຈະເພີ່ມຈໍານວນນັກຮຽນຕ່າງປະເທດໃຫ້ໄດ້ເຖິງ1000ຄົນພາຍໃນ3ປີຕໍ່ຫນ້າແລະສືບຕໍ່ລົງເລິກການຮ່ວມມືດ້ານການສຶກສາກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ເສີມຂະຫຍາຍບົດບາດລັງສີດ້ານການສຶກສາທີ່ມີເອກະລັກພິເສດຂອງຕົນເພື່ອປະກອບສ່ວນເຂົ້າໃນການສ້າງ"ຫນຶ່ງແລວຫນຶ່ງເສັ້ນທາງ".
老挝新生报到。
满怀着对未来的憧憬,9月1日,300余名老挝新生到勐腊县职业高级中学报到,开启中国留学新生活。
据了解,勐腊县职业高级中学不仅是全国较早对外招生的中职学校之一,也是外籍学生人数较多的中职学校之一。自2001年起,勐腊县职业高级中学便致力于促进中老两国人民的交流与合作,为老挝培养了大量的中文翻译人才。截至目前,学校培养的2934名老挝学生,分布老挝全部省份和直辖市。
为迎接这些远道而来的老挝新生,勐腊县职业高级中学安排双语双师团队提供辅导,通过开展丰富的文化活动和多样化的教学方式,帮助老挝学生尽快适应新环境。首先安排老挝学生在学校进行为期一年的中文学习,待具备一定汉语基础后,从第二年开始,由学生自主选择学习汽车运用与维修、电子商务、旅游管理与服务、园艺技术等专业课程,利用各类教学资源,培养出精通汉语的应用型技术人才。
学校负责人表示,勐腊县职业高级中学不仅是老挝学生的求学圆梦之地,更是中老两国文化交流的重要桥梁。学校计划在未来三年内将外籍学生人数增加到1000人,并继续深化与东南亚国家的教育合作,发挥其独特的教育辐射作用,为建设“一带一路”贡献力量。(记者 刁卓达 见习记者 张绍山 关耀鑫)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
04/11
17:26
— ແບ່ງປັນ —