ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ນະຄອນມິດຕະພາບແຫ່ງທີສອງຂອງຄຸນມິງ-ນະຄອນຊູຣິກ ປະເທດສະວິດເຊີແລນ,ຕັ້ງຢູ່ທາງທິດເໜືອຂອງພູແອລ (Alps) ແລະ ທາງທິດຕາເວັນຕົກສຽງໃຕ້ຂອງໜອງແສ ຊູຣິກ. ມີໜຶ່ງພູເຂົາ ແລະ ໜອງແສແມ່ນສັນຍາລັກທີ່ໂດດເດັ່ນຂອງ ນະຄອນຊູຣິກ.
ຫ່າງກັນຫຼາຍພັນກິໂລແມັດ,ໜອງແສ ດຽນຊີ ທີ່ເປັນດັ່ງໄຂ່ມຸກເທິງພູສູງອັນສະຫງ່າ ແລະ ເງົາຂອງພູຊີຊານສະທ້ອນໃຫ້ເຫັນຢູ່ໃນໜອງແສ ດຽນຊີ,ຊຶ່ງແມ່ນຈິດວິນຍານຂອງ ນະຄອນຄຸນມິງ.
ມີພູເຂົາ ແລະ ໜອງແສ, ຊຶ່ງກໍ່ເປັນນະຄອນທີ່ມີໜອງແສທີ່ສວຍງາມ, ນີ້ແມ່ນຈຸດເລີ່ມຕົ້ນຂອງຊະຕາກໍາຂອງສອງນະຄອນ.
ໃນຊຸມປີ 1980 ສະຕະວັດທີ 20, ທ່ານນາງ ກວາງຊູ້ຈ່ຽງ ສະມາຊິກຂອງຄະນະງິ້ວປັກກິ່ງແຂວງຢຸນນານໄດ້ມາເຖິງນະຄອນຊູຣິກ, ລາວກັບຜູ້ກ່ຽວຂ້ອງຂອງເທສະບານ ຊູຣິກ ວ່າ, ຢູ່ທີ່ນີ້ມີພູເຂົາ ແລະ ໜອງແສທີ່ສວຍງາມຄືກັບເມືອງຄຸນມິງ,ເປັນຫຍັງບໍ່ສ້າງສາຍພົວພັນນະຄອນມິດຕະພາບ?ສຳລັບຂໍ້ສະເໜີນີ້ ເຮັດໃຫ້ນະຄອນຊູຣິກມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ນະຄອນຄຸນມິງ.
ປີ 1982, ນະຄອນຊູຣິກໄດ້ສົ່ງຄະນະຜູ້ແທນໄປຢ້ຽມຢາມນະຄອນຄຸນມິງ ເມື່ອເຂົາເຈົ້າເຫັນພູເຂົາ ແລະ ແມ່ນ້ຳຂອງຄຸນມິງເປັນຄັ້ງທຳອິດ, ຊູຣິກກໍ່ໄດ້ຕັດສິນໃຈ:ນະຄອນມິດຕະພາກຂອງພວກເຮົາກໍ່ແມ່ນຄຸນມິງ.
ວັນທີ 17 ກຸມພາ ປີ 1982, ສອງນະຄອນລະຫວ່າງ ຄຸນມິງກັບຊູຣິກໄດ້ສ້າງຕັ້ງນະຄອນມິດຕະພາບ, ທັງສອງເຈົ້າຄອງນະຄອນໃນເວລານັ້ນ ໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບ "Camellia" ຢູ່ທີ່ນະຄອນຄຸນມິງ. ໃນນັ້ນ,ຊູຣິກໄດ້ກາຍເປັນນະຄອນມິດຕະພາບແຫ່ງທີສອງຂອງນະຄອນຄຸນມິງ.
ໃນ 42 ປີທີ່ຜ່ານມາ, ສອງນະຄອນໄດ້ດຳເນີນການຮ່ວມມືຢ່າງຕັ້ງໜ້າ ແລະ ບັນລຸໄດ້ໝາກຜົນທີ່ສຳຄັນຫຼາຍຢ່າງຫຼວງຫຼາຍ,ແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງນະຄອນບໍ່ພຽງແຕ່ໄດ້ຮັບການເຊີດຊູວ່າ"ໜຶ່ງໃນບັນດາຄູ່ນະຄອນມິດຕະພາບມີການພະທະນາທີ່ດີທີ່ສຸດຂອງບັນດານະຄອນມິດຕະພາບສາກົນທີ່ຫຼາຍພັນຄູ່ໃນປະເທດຈີນ", ແຕ່ຍັງໄດ້ຮັບ"ນະຄອນມິດຕະພາບທີ່ເປັນຕົວແບບ"ໂດຍກະຊວງການຕ່າງປະເທດ ແລະ ສະມາຄົມມິດຕະພາບການຕ່າງປະເທດ ສປ ຈີນ, ແລະ ໄດ້ຍົກລະດັບການພົວພັນລະຫວ່າງສອງນະຄອນຂຶ້ນເປັນ "ເນື້ອໃນສຳຄັນຂອງການພົວພັນລະຫວ່າງສອງປະເທດ ຈີນ-ສະວິດເຊີແລນ. "
ຈາກຖະຫນົນການຄ້າ ນານປິງເຈຍ ເຖິງ ໜອງແສ ພັນລອງ, ຈາກເຂດໃໝ່ ຊືນກອງ ເຖິງ ເຂດຕົວເມືອງພາບເຫນືອ...ຍ່າງອ້ອມເມືອງຄຸນມິງ, ຈະໄດ້ພົບເຫັນຕຶກອາຄານ ແລະ ສະຖານທີ່ຫຼາຍແຫ່ງທີ່ຕິດພັນກັບນະຄອນຊູຣິກ.ທີມງານຜູ້ຊ່ຽວຊານຂອງສະວິດເຊີແລນໄດ້ມາເຖິງນະຄອນຄຸນມິງເພື່ອຮ່ວມກັນກະກຽມແຜນແນວຄວາມຄິດຂອງເຂດຕົວເມືອງພາກເໜືອກັບສະຖາບັນແຜນການຄຸນມິງ ແລະ ໃຫ້ການແນະນຳການວາງແຜນ ແລະ ກໍ່ສ້າງເຂດຕົວເມືອງພາກເໜືອ.
ຖະໜົນເຂດປະຫວັດສາດໄດ້ຄວາມຊົງຈຳທາງປະຫວັດສາດຂອງນະຄອນຄຸນມິງຢ່າງຫລວງຫລາຍ,ວັດຖຸບູຮານວັດທະນະທຳ, ທີ່ຢູ່ອາໄສໃນອະດີດ ແລະ ຕຶກອາຄານປະກອບຮູບແບບຂອງຕົວເມືອງຄຸນມິງ.ນັບແຕ່ປີ 1996, ສອງນະຄອນດັ່ງກ່າວໄດ້ເລີ່ມດຳເນີນໂຄງການປົກປັກຮັກສາເມືອງເກົ່າ,ຮອງຜູ້ອຳນວຍການຂອງອົງການປົກປັກຮັກສາວັດຖຸບູຮານວັດທະນະທຳນະຄອນຊູຣິກ ໃນເວລານັ້ນ ໄດ້ນຳພາຄະນະຜູ້ຊ່ຽວຊານໄປນະຄອນຄຸນມິງ 35 ຄັ້ງ,ໄດ້ຍ່າງຜ່ານຖະໜົນຫົນທາງຂອງເຂດເມືອງເກົ່າຄຸນມິງ,ການໂອ້ລົມສົນທະນາອັນຍາວນານກັບພົນລະເມືອງ, ໄດ້ບັນທຶກ ແລະ ບັນຍາຍບັນດາຮູບແບບສະຖາປັດຕະຍະກຳທີ່ເກົ່າແກ່, ສອງນະຄອນໄດ້ຮ່ວມກັນແຈ້ງອອກ"ແຜນການປົກປັກຮັກສາເມືອງແຫ່ງປະຫວັດສາດ ແລະ ວັດທະນະທຳ ຄຸນມິງ".
ປີ 1996, ສອງນະຄອນດັ່ງກ່າວໄດ້ລວມເອົາ "ຄຸ້ມບ້ານອາລະຍະທໍາ" ເປັນ "ຄຸ້ມບ້ານປະຫວັດສາດ ແລະ ວັດທະນະທຳ" ທີ່ຕ້ອງໄດ້ຮັບການປົກປັກຮັກສາຂອງເມືອງແຫ່ງປະຫວັດສາດ ແລະ ວັດທະນະທຳ ຄຸນມິງ.
ສອງນະຄອນລະຫວາງຄຸນມິງ-ຊູຣິກເປັນເມືອງແຄມໜອງແສ.ໜອງແສ ດຽນຊີ ແລະ ໜອງແສ ຊູຣິກ ແມ່ນໜອງແສຂອງສອງນະຄອນ,ໄດ້ປະສົບກັບມົນລະພິດຮ້າຍແຮງໃນແຕ່ກ່ອນ.ພາຍໃຕ້ຂອບການຮ່ວມມືຂອງນະຄອນມິດຕະພາບ,ຜູ້ຊ່ຽວຊານຫຼາຍຄະນະຈາກ ຊູຣິກໄດ້ມາເຖິງຄຸນມິງ ເພື່ອນຳເອົາປະສົບການການຄຸ້ມຄອງໜອງແສໃຫ້ແກ່ນະຄອນຄຸນມິງ ນັບແຕ່ຊຸມປີ 1990 ສະຕະວັດທີ 20 .
ເພື່ອການຂອບໃຈເທດສະບານຊູຣິກສຳລັບການສະໜັບສະໜູນ,ໃນປີ 1993 ນະຄອນຄຸນມິງໄດ້ສົ່ງທີມງານວິສະວະກໍາ ເຂົ້າມານະຄອນຊູຣິກ,ໄດ້ກໍ່ສ້າງສວນ ດ້ວຍຮູບແບບສະຖາປັດຕະຍະກຳທີ່ຄ້າຍຄືກັບສວນສາທາລະນະ ຊວຍຫູ, ຕັ້ງຊື່ວ່າ "ສວນ ຊາດຈີນ". ສວນແຫ່ງນີ້ທີ່ເຕັມໄປດ້ວຍລັກສະນະຂອງ ສປ ຈີນ ໄດ້ຖືວ່າ"ຊັບສົມບັດຂອງ ສປ ຈີນ",ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມຢ່າງບໍ່ຢຸດຢັ້ງ ຊື່ງໄດ້ກາຍເປັນປ່ອງຢ້ຽມໃຫ້ພົນລະເມືອງ ຊູຣິກ ເຂົ້າໃຈນະຄອນຄຸນມິງ.
ເມື່ອເວົ້າເຖິງນະຄອນຊູຣິກ, ທ່ານ Thomas Wagner, ເຈົ້າຄອງນະຄອນຊູຣິກ ໃນເວລານັ້ນ ໄດ້ເວົ້າເຖິງຫຼາຍເທື່ອວ່າ,ລາວເຄີຍໄປຄຸນມິງຫຼາຍສິບເທື່ອ ແລະ ຈື່ຈຳຄຸນມິງ ແລະ ໜອງແສ ດຽນຊີ ຕະຫຼອດໄປ.ທ່ານກ່າວວ່າ: "ຂ້າພະເຈົ້າຫວັງວ່າມີມື້ໜຶ່ງ, ພົນລະເມືອງຄຸນມິງສະມາດເຫັນຕາຂອງຕົນເອງ ເມື່ອເວລາເບິ່ງຊົມໜອງແສ ດຽນຊີ.
ພະນັກງານການຕ່າງປະເທດນະຄອນຄຸນມິງທີ່ເຄີຍໄປເຮັດວຽກຢູ່ປະເທດສະວິດເຊີແລນເລົ່າວ່າ, ໝູ່ເພື່ອນຕ່າງປະເທດຫຼາຍຄົນຈະເລືອກເອົາເມືອງໃຫຍ່ຄືປັກກິ່ງ ແລະ ຊຽງໄຮ ເມື່ອເຂົ້າເມືອງຈີນ,ແຕ່ເມື່ອຍື່ນຂໍວີຊາໃຫ້ແກ່ພົນລະເມືອງຊູຣິກ, ນາງໄດ້ເຫັນຈຸດໝາຍປາຍທາງເກືອບທັງໝົດຂອງເຂົາເຈົ້າແມ່ນນະຄອນຄຸນມິງ, ເຂົາເຈົ້າເວົ້າດ້ວຍຄວາມກະຕືລືລົ້ນວ່າ: "ຢາກໄປຢ້ຽມຢາມຄຸນມິງສຳລັບນະຄອນມິດຕະພາບຂອງພວກເຮົາ."
昆明的第二座友好城市——瑞士苏黎世,位于阿尔卑斯山的北面,苏黎世湖的西南端。一山一湖,是苏黎世的鲜明标志。
相隔万里的地方,高原明珠滇池碧波荡漾,西山睡美人倩影倒映水面,是昆明的城市灵魂。
有山有湖,同样是美丽的湖滨城市,这是两座城市缘分的开始。
20世纪80年代,云南省京剧团的关肃霜来到苏黎世,她对苏黎世政府相关人员说,这里有山、有湖,和昆明一样漂亮,何不结为友好城市?这个提议让苏黎世对昆明留下深刻印象。
1982年,苏黎世派出代表团访问昆明,当第一眼看到昆明的山水,苏黎世就确定:我们的友城就选昆明。
1982年2月17日,两市正式缔结为友好城市,两位时任市长在昆明共同栽下友谊树"茶花",苏黎世成为昆明市的第二座国际友城。
42年来,两市开展务实合作,成果丰硕,两市友城关系不仅被誉为"我国上千对国际友城中发展最好的对子之一",还被外交部和全国对外友协评为全国"模范友城",并将两市关系提升到"中瑞国家关系的组成部分"。
从南屏街到盘龙江,从呈贡新区到北市区……在昆明走一圈,很多有代表性的建筑和场所,都和苏黎世密切相关。1997年,瑞士专家团队来到昆明,与昆明市规划院联合编制北市区概念方案,并对北市区规划建设进行指导。
昆明历史街区承载着昆明的历史记忆,众多文物、故居、建筑构成昆明的城市气质。1996年起,两市启动老城保护项目,时任苏黎世市文物保护局副局长斯杜奇率专家团队35次访昆,在昆明老城走街串巷,与市民促膝长谈,记录和描绘老建筑样式,两市携手出台《昆明历史文化名城保护规划》。
1996年,两市将"文明街区"列入昆明历史文化名城中必须保护的"历史文化街区"。
昆明和苏黎世同为湖滨城市,两座城市的湖泊——滇池和苏黎世湖,都曾经历重度污染。在友城合作框架下,20世纪90年代以来,多批苏黎世专家来昆,把湖泊治理经验带给昆明。
为感谢苏黎世政府给予的支持,1993年,昆明市派出工程队,在苏黎世建了一座建筑风格与翠湖公园相似的园林,名为"中国园"。这座充满中国特色的园林,被誉为"东方瑰宝",游览者络绎不绝,成为苏黎世市民了解友城昆明的窗口。
说到苏黎世,时任苏黎世市长托马斯·瓦格纳被屡屡提及,他到过昆明数十次,始终记挂着昆明和滇池。他说:"希望有一天,昆明人在凝视滇池的时候,可以看到自己的眼睛。"
曾在瑞士工作的一名昆明外事工作者回忆,很多外国友人到中国,会选择北京、上海这样的大城市,但为苏黎世市民办理签证时,她看到他们的目的地几乎都有昆明,他们热切地说:"想去见一见我们的友城昆明。"
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
11/19
16:12
— ແບ່ງປັນ —