ແຂວງກຸ້ຍໂຈ່ວເປີດນໍາໃຊ້ຂະບວນລົດໄຟຂົນສົ່ງລົດໂດຍສານຕາມທາງລົດໄຟລາວ-ຈີນ ຖ້ຽວທໍາອິດ

ມາຈາກ:ສະບາຍດີ

微信截图_20241031105851

ສະບາຍດີ ນັກຂ່າວຄຳປະເສີດ)ເວລາ10ໂມງຂອງວັນທີ28ຕຸລານີ້,ຂະບວນລົດໄຟພິເສດຂາອອກທີ່ບັນຈຸລົດໂດຍສານພະລັງງານໃຫມ່"ກຸ້ຍໂຈ່ວ"ຈໍານວນ28ຄັນໄດ້ອອກເດີນທາງຈາກສະຖານີ ດູລາຢິງ ຂອງສູນຂົນສົ່ງສາກົນກຸ້ຍຢາງ,ຄາດວ່າຈະຮອດນະຄອນຫຼວງວຽງຈັນປະເທດລາວໃນ7ມື້ຕໍ່ມາ.ນີ້ແມ່ນຂະບວນທາງລົດໄຟລາວ-ຈີນສາຍທຳອິດໂດຍກົງຈາກກຸ້ຍໂຈ່ວ ສປ ຈີນ,ທັງເປັນການສົ່ງອອກລາວໂດຍກົງຄັ້ງທຳອິດຂອງລົດເມພະລັງງານໃໝ່ທີ່ຜະລິດຢູ່ພາຍໃນກຸ້ຍໂຈ່ວ.

ຕາມທ່ານ ໂລຈູນຫົງ ຮອງຜູ້ອຳນວຍການສະຖານີໃຕ້ ກຸ້ຍຢາງ ຂອງບໍລິສັດທາງລົດໄຟຈີນຈຳກັດ ສາຂາ ເສີງຕູ ແນະນໍາວ່າ,ຂະບວນລົດໄຟພິເສດດັ່ງກ່າວແມ່ນຂະບວນລົດໄຟພິເສດຂົນສົ່ງອອກລົດຖ້ຽວທໍາອິດຕາມທາງລົດໄຟລາວ-ຈີນທີ່ຈາກແຂວງກຸ້ຍໂຈ່ວຫາປະເທດລາວ,ເຊິ່ງຈະອອກເດີນທາງຜ່ານດ່ານບໍ່ຫານ,ຄາດວ່າຈະຮອດນະຄອນຫຼວງວຽງຈັນ ສປປ ລາວໃນ 7 ວັນຕໍ່ມາ.ນອກຈາກລົດເມພະລັງງານໃໝ່ 28 ຄັນທີ່ອອກເດີນທາງໃນວັນທີ 28, ລົດໄຟພິເສດອີກຄັນໜຶ່ງທີ່ບັນທຸກລົດເມ 27 ຄັນມີກຳນົດຈະອອກເດີນທາງໃນວັນທີ 29. 

微信截图_20241031105851

10月28日10时许,一列装载28台“贵州造”新能源客车的出口专列,从贵阳国际陆港都拉营站开出,预计7天后抵达老挝万象。这是贵州首次整列直发的中老班列,也是贵州本土生产的新能源客车首次出口老挝。

据中国铁路成都局集团有限公司贵阳南车站副站长罗君洪介绍,该专列是中老铁路首趟由贵州到老挝的汽车出口运输专列,将经由磨憨口岸出境,预计7天后抵达老挝万象。除28日发车的28台新能源客车外,另一列装载27台客车的专列拟于29日发车。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen Lirong]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

10/31

11:01

ແບ່ງປັນ

ແປ
翻译