ມາຈາກ:ສະບາຍດີີ
ຕອນເຊົ້າວັນທີ 20 ຕຸລານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ"ປັກກິ່ງ-ຢຸນນານ-ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ຕາມທາງລົດໄຟລາວ-ຈີນ ທີ່ບັນທຸກໝາກກ້ວຍສົດຂອງລາວງວດທຳອິດຈຳນວນ 390 ໂຕນ ໄດ້ເດີນທາງໄປຮອດສູນຈໍລະຈອນສິນຄ້າສັງລວມຈິ່ງຜິງທີ່ນະຄອນຫຼວງປັກກິ່ງຂອງຈີນ ເຊິ່ງເປັນຄັ້ງທຳອິດທີ່ປັກກິ່ງນຳເຂົ້າໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ໂດຍຜ່ານທາງລົດໄຟລາວ-ຈີນ. ຕາມຂ່າວແຈ້ງວ່າ: ລົດໄຟຂົນສົ່ງສິນຄ້າສາກົນຂະບວນນີ້ແມ່ນເດີນທາງອອກຈາກສະຖານີວຽງຈັນໃຕ້ໃນວັນທີ 12 ຕຸລານີ້ ແລະ ເຂົ້າຊາຍແດນຈີນຜ່ານດ່ານບໍ່ຫານ. ລົດໄຟຂະບວນນີ້ນຳໃຊ້ຕູ້ແຊ່ເຢັນຂົນສົ່ງຕະຫຼອດເສັ້ນທາງ ແລະ ໄດ້ເດີນທາງຫຼາຍກວ່າ 4.000 ກິໂລແມັດຈຶ່ງມາເຖິງປັກກິ່ງ.
ຕາມຂ່າວແຈ້ງວ່າ: ດິນ ແລະ ອາກາດຂອງລາວເໝາະກັບການປູກໝາກກ້ວຍ. ໝາກກ້ວຍທີ່ປູກຢູ່ລາວຫອມ, ຫວານ ແລະ ແຊບ ທັງໄດ້ຮັບຄວາມນິຍົມຊົມຊອບຈາກຊາວນະຄອນຫຼວງປັກກິ່ງ. ໝາກກ້ວຍຈຳນວນ 15 ຕູ້ທີ່ຂົນສົ່ງມາຮອດປັກກິ່ງໃນເທື່ອນີ້ໄດ້ຖືກຍາດຊື້ໝົດຢູ່ກັບທີ່ ແລະ ຈະຈຳໜ່າຍໂດຍຜ່ານຮ້ານອິນເຕີເນັດ, ຊຸບເປີມາເກັດ ແລະ ຊ່ອງທາງອື່ນໆ. ການເປີດນຳໃຊ້ຂະບວນລົດໄຟຂົນສົ່ງສິນຄ້າສາກົນໃນຄັ້ງນີ້ ໄດ້ເຮັດໃຫ້ໝາກກ້ວຍ ແລະ ໝາກໄມ້ອື່ນໆຂອງລາວສາມາດຂົນສົ່ງໄປສູ່ຕະຫຼາດຂອງຈີນຢ່າງສະດວກ ແລະ ວ່ອງໄວ, ສ້າງຄວາມອຸດົມສົມບູນໃຫ້ແກ່"ກະຕ່າໝາກໄມ້"ຂອງລູກຄ້າຈີນ.
ອີງຕາມຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ນັບມາຮອດເດືອນກັນຍາປີນີ້, ດ່ານພາສີຄຸນໝີງຂອງຈີນໄດ້ກວດກາສິນຄ້າຂາເຂົ້າ-ຂາອອກ ແລະ ອະນຸຍາດຜ່ານດ່ານ ໂດຍຜ່ານທາງລົດໄຟຈີນ-ລາວຈຳນວນ 10 ລ້ານໂຕນ, ມູນຄ່າສິນຄ້າບັນລຸເຖິງ 40,77 ຕື້ໂດລາ. ປະເພດສິນຄ້າຂ້າມຊາດກໍໄດ້ເພີ່ມຂຶ້ນຈາກ 10 ກວ່າຊະນິດໃນເບື້ອງຕົ້ນມາເປັນ 2.900 ກວ່າຊະນິດໃນປັດຈຸບັນ, ການແລ່ນລົດໄຟໄດ້ເພີ່ມຂຶ້ນຈາກ 2 ຂະບວນໃນເບື້ອງຕົ້ນມາເປັນ 17 ຂະບວນໃນປັດຈຸບັນ. ຂໍ້ມູນດັ່ງກ່າວຕ່າງກໍໄດ້ສ່ອງແສງໃຫ້ເຫັນເຖິງທ່ວງທ່າການພັດທະນາອັນແຂງແຮງ ແລະ ກຳລັງບົ່ມຊ້ອນອັນໃຫຍ່ຫຼວງຂອງທາງລົດໄຟຈີນ-ລາວໃນດ້ານການຂົນສົ່ງສິນຄ້າຂ້າມຊາຍແດນ ພ້ອມທັງສ່ອງແສງໃຫ້ເຫັນເຖິງກຳລັງບົ່ມຊ້ອນອັນໃຫຍ່ຫຼວງ ແລະ ອະນາຄົດອັນກວ້າງຂວາງໃນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້.
ໃນຫຼາຍປີຜ່ານມາ, ການເປີດນຳໃຊ້ທາງລົດໄຟຈີນ-ລາວບໍ່ພຽງແຕ່ໄດ້ສ້າງໂອກາດ ແລະ ເວທີໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບລາວເທົ່ານັ້ນ, ຍັງໄດ້ສ້າງພະລັງຂັບເຄື່ອນໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ ກໍຄືໂລກອີກດ້ວຍ. ຄຽງຄູ່ກັບການຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຂົ້າສູ່ລວງເລິກ ແລະ ການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນໄດ້ພັດທະນາຢ່າງວ່ອງໄວ, ທາງລົດໄຟຈີນ-ລາວຍ່ອມຈະເສີມຂະຫຍາຍບົດບາດອັນສຳຄັນກວ່າເກົ່າໃນຂົງເຂດການຈໍລະຈອນສິນຄ້າຂ້າມຊາຍແດນ. ພວກເຮົາກໍຫວັງວ່າ ທາງລົດໄຟຈີນ-ລາວຈະມີຂະບວນລົດໄຟທີ່ມີເອກະລັກພິເສດໃຫ້ຫຼາຍກວ່າເກົ່າ ເພື່ອເຮັດໃຫ້ເສັ້ນທາງແຫ່ງໄມຕີຈິດມິຕະພາບ, ເສັ້ນທາງແຫ່ງຄວາມຮັ່ງມີ ແລະ ເສັ້ນທາງແຫ່ງຄວາມສຸກສາຍນີ້ມີຄວາມໜັກແໜ້ນ ແລະ ຄວາມກວ້າງຂວາງຫຼາຍກວ່າເກົ່າ.
20日上午,载有首批390吨老挝新鲜香蕉的“京滇·澜湄线”中老铁路国际货运列车抵达北京平谷区京平综合物流枢纽,本趟国际货运班列10月12日从老挝万象南站驶出,由中国云南省磨憨口岸入境,通过全程冷链运输,行驶了4000多公里抵达北京。
有消息称:老挝土壤和当地气候适合香蕉生长,种出来的香蕉有机质含量高,清甜可口、口感糯,成熟后没有硬芯,很受北京消费者喜爱。本次抵达的15柜香蕉,将在线上线下多家知名电商、商超连锁同步投放销售。此次国际货运班列的开通,让香蕉等水果以更方便快捷地运输方式进入中国市场,丰富了中国消费者的“果篮子“。
据有关资料显示,截至今年9月,中国昆明海关共验放中老铁路进出口货物1000万吨,货值高达407.7亿美元。跨境运输的货物种类由最初的10余种增加到如今的2900余种;开行列车班次由最初的2列增至目前的17列。这一系列数据不仅彰显出中老铁路在跨境货物运输领域的强劲发展势头和巨大潜力,还深刻反映了中国与东南亚国家在经贸合作方面所拥有的巨大潜力与广阔的发展空间。
近年来,中老铁路的开通不仅为中老两国的经贸合作开辟了新的机遇与平台,同时也为中国与东南亚国家间的经贸合作注入了新动力,并拓展了合作的新领域。随着“一带一路”倡议的深入实施和区域经济一体化的加速推进,中老铁路将在跨境货物运输领域将扮演愈发关键的角色。我们期待中老铁路能够推出更多具有特色的列车服务,让这条友谊之路、财富之路、幸福之路变得更加坚实宽广。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
10/22
00:00
— ແບ່ງປັນ —