ສາຍທັງໝົດຂອງທາງລົດໄຟລາວ-ຈີນໄດ້ດຳເນີນ"ບໍາລຸງຮັກສາ"ຂະຫນາດໃຫຍ່ທີ່ສຸດ

ມາຈາກ:ສະບາຍດີີ

ສະບາຍດີ ນັກຂ່າວໂລລາ)ຫວ່າງມໍ່ໆນີ້, ນັກຂ່າວໄດ້ຮັບຮູ້ຈາກກຸ່ມບໍລິສັດທາງລົດໄຟ ຈຳກັດນະຄອນຄຸນມິງວ່າ, ກົມການທາງລົດໄຟລາວ-ຈີນໄດ້ສວຍໃຊ້ຊ່ອງຫວ່າງການດຳເນີນງານຂອງຂະບວນລົດໄຟ ເພື່ອເລີ່ມບຳລຸງຮັກສາ ແລະ ສ້ອມແປງທາງລົດໄຟລາວ-ຈີນ ສາຍທັງໝົດ,ເຊິ່ງນີ້ເປັນ"ບໍາລຸງຮັກສາ"ຂະຫນາດໃຫຍ່ທີ່ສຸດ ນັບແຕ່ທາງລົດໄຟລາວ-ຈີນ ໄດ້ເປີດໃຫ້ບໍລິການເປັນຕົ້ນມາ.

微信截图_20241023152856

ທາງລົດໄຟລາວ-ຈີນທາງທິດເໜືອເລີ່ມຈາກນະຄອນຄຸນມິງແຂວງຢຸນນານປະເທດຈີນ ແລະ ທາງທິດໃຕ້ສິ້ນສຸດທີ່ນະຄອນຫຼວງວຽງຈັນປະເທດລາວ, ມີຄວາມຍາວທັງໝົດ 1,035 ກິໂລແມັດ, ນັບແຕ່ໄດ້ເລີ່ມເປີດໃຫ້ບໍລິການໃນເດືອນທັນວາປີ 2021ເປັນຕົ້ນມາ, ໄດ້ຂົນສົ່ງຜູ້ໂດຍສານເກີນ 40 ລ້ານ ເທື່ອຄົນ ແລະ ຂົນສົ່ງສິນຄ້າ  ຫຼາຍກວ່າ 45 ລ້ານໂຕນ.

ເພື່ອຍົກສູງຄຸນນະພາບຂອງອຸປະກອນສາຍທາງລົດໄຟໃຫ້ດີຂຶ້ນ, ກົມການທາງລົດໄຟລາວ-ຈີນໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການສົ່ງກົນຈັກສ້ອມແປງທາງລົດໄຟຂະໜາດໃຫຍ່ 5 ເຄື່ອງ ແລະ ຜູ້ປະກອບອາຊີບ 50 ກວ່າຄົນ, ພ້ອມກັບ ຝ່າຍລາວໄດ້ຄັດເລືອກເອົາຜູ້ຊ່ຽວຊານທາງລົດໄຟ 24 ຄົນ ແລະ ເຄື່ອງຈັກສຳລັບບໍາລຸງຮັກສາທາງລົດໄຟ ເພື່ອດຳເນີນວຽກງານ.ການບຳລຸງຮັກສາ ແລະ ສ້ອມແປງທາງລົດໄຟລາວ-ຈີນດັ່ງກ່າວນີ້ ຈະຍາວຮອດທ້າຍເດືອນທັນວານີ້, ເພື່ອແນ່ໃສ່ການຮັບປະກັນຄວາມປອດໄພຂອງເສັ້ນທາງລົດໄຟລາວ-ຈີນ.

微信截图_20241023152847

微信截图_20241023152928

微信截图_20241023152938

近日,记者从中国铁路昆明局集团有限公司获悉,中老两国铁路部门利用列车运行间隙,开始对中老铁路全线开展养护和维修,这是中老铁路开通运营以来规模最大的一次“保养”。

微信截图_20241023152856

中老铁路北起中国云南昆明,南至老挝万象,全长1035公里,自2021年12月开通运营以来,累计发送旅客超4000万人次,运输货物超4500万吨。

为进一步提升线路设备质量,中老两国铁路部门紧密协作,中国段派出5台大型养路机械和50多名专业作业人员,老挝段选派24名业务骨干、2台大型养路机械开展工作。这次养护维修将持续到12月底,为中老铁路的安全畅通提供坚实保障。

微信截图_20241023152847

微信截图_20241023152928

微信截图_20241023152938

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen li ron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

10/15

00:00

ແບ່ງປັນ

ແປ
翻译