ດ່ານບໍ່ເຕ່ນ ສປປ ລາວ ໄດ້ອອກແຈ້ງການຢຸດປ່ອຍລົດບັນທຸກສິນຄ້າຂາເຂົ້າ-ອອກຊົ່ວຄາວ

ມາຈາກ:ສະບາຍດີ

ວັນທີ 10 ກັນຍາ 2024, ຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ,ແຂວງຫຼວງນ້ຳທາ ສປປ ລາວ ໄດ້ອອກແຈ້ງການສຸກເສີນຢ່າງເປັນທາງການວ່າ ການຢຸດປ່ອຍລົດບັນທຸກສິນຄ້າຂາເຂົ້າ-ອອກ ຊົ່ວຄາວ, ເພື່ອຮັບມືກັບຜົນກະທົບອັນຮ້າຍແຮງຈາກໄພພິບັດທາງທໍາມະຊາດທີ່ເກີດຂຶ້ນໃນເມື່ອບໍ່ດົນມານີ້.

90c55515014474df22f8924634c2713

ຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ: 

ໃນປັດຈຸບັນ ການຈອນຢູ່ເບື້ອງ ສປປ ລາວ ແມ່ນຖືກຕັດຂາດ ບໍ່ສາມາດສັັນຈອນໄປມາໄດ້ ເນື່ອວຈາກຝົນຕົດໜັກໃນຄັ້ງວັນທີ 09/09/2024 ທີ່ຜ່ານມາກໍ່ໃຫ້ເກີດນ້ຳຖ້ວມ ແລະ ດິນເຈື່ອນໃນຫຼາຍຈຸດ ໂດຍສະເພາະແມ່ນເສັ້ນທາງ ເລກທີ່ 13 ເໜືອ ຈາກດ່ານສາກົນບໍ່ເຕ່ນ ຫາ ບ້ານ ນາເຕີຍ, ເມືອງຫຼວງນ້ຳທາ, ເຊິ່ງປັດຈຸບັນ ແມ່ນກຳລັງຢູ່ໃນການແກ້ໄຂສ້ອມແປງຄືນ, ພາຍຫຼັ້ງສ້ອມແປງສຳເລັດແລ້ວ ຈະແຈ້ງວັນເວລາເປີດດ່ານລົດບັນທຸດສິນຄ້າຂາເຂົ້າ-ອອກຄືນ.

ດັ່ງນັ້ນ, ຈິ່ງຂໍຄວາມຮ່ວມມືຈາກທ່ານ ໃນການຢຸດປ່ອຍລົດບັນທຸກສິນຄ້າຂາເຂົ້າ-ອອກ ຊົ່ວຄາວ ໃນວັນທີ10/09/2024 ເປັນຕົ້ນໄປ ຈົນກວ່າການສ້ອມແປງເສັ້ນທາງສຳເລັດ ແລະ ສາມາດສັນຈອນໄປມາໄດ້ ຈິ່ງຈະແຈ້ງເປີດບໍລິການຄືນ.

ສະນັ້ນ ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຂໍຄວາມຮ່ວມືໃນການຢຸດປ້ອຍລົດບັນທຸກສິນຄ້າຂາເຂົ້າ-ຂາອອກຊົ່ວຄາວ.

13110988519388947178d600f3c5998

c78cf5993844c12df8428d76b3af0d5

2024年9月10日,老挝琅南塔省磨丁国际口岸管理委员会正式发布紧急通知,宣布暂时停止放行所有进出境的货车,以应对近期自然灾害对交通造成的严重影响。

90c55515014474df22f8924634c2713

磨丁国际口岸管理委员会:

2024年9月9日,受暴雨影响,老挝方面交通受阻无法正常通行。特别是尤其是从磨丁国际口岸至琅南塔县纳堆村13号公路北段,遭受了严重的洪涝和滑坡影响。目前正处于紧急修复阶段,恢复通行时间将另行通知。

鉴于此情况,决定自2024年9月10日起,暂停放行进出该口岸的货车。修复工作完成后,将重新公布口岸开放和货车进出口岸的具体时间。

请各方知悉并配合执行上述通知。

13110988519388947178d600f3c5998

c78cf5993844c12df8428d76b3af0d5

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen li ron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

09/13

15:34

ແບ່ງປັນ

ແປ
翻译