ອາທິດແລກປ່ຽນວັດທະນະທຳ ແລະ ກິລາ ສຳລັບນັກສຶກສາຈາກບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ທີ່ຄຸນມິງໄດ້ເປີດຂຶ້ນ

ມາຈາກ:ສະບາຍດີ

00306452786_546dd3a9

ສະບາຍດີ ນັກຂ່າວຄຳປະເສີດ)ແຕ່ວັນທີ 31 ສິງຫາຫາວັນທີ 9 ກັນຍານີ້,ງານກິລາມິດຕະພາບນັກສຶກສາລ້ານຊ້າງ-ແມ່ນໍ້າຂອງຄັ້ງທີ 5 ແລະ ອາທິດແລກປ່ຽນວັດທະນະທຳ ແລະ ກິລາ ສຳລັບນັກສຶກສາຈາກບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ທີ່ຄຸນມິງໄດ້ເປີດຂຶ້ນໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນມິງ. 

ກິດຈະກໍາດັ້ງກ່າວ,ເປັນໜຶ່ງໃນກິດຈະກໍາເວທີປຶກສາຫາລືທີ່ຄຸນມິງ ສຳລັບການຮ່ວມມືດ້ານການສຶກສາອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານຄັ້ງທີ 7 ແລະ "ປະຊາຊົນສະໜິດສະໜົມເຊິ່ງກັນ ແລະ ກັນ · ກິດຈະກໍາເພື່ອການສຶກສາ"ປະຊາຊົນຮັກແພງກັນ· ກິດຈະກຳເພື່ອການສຶກສາ".ກິດຈະກຳຄັ້ງນີ້,ມີຄູອາຈານ ແລະ ນັກສຶກສາ 770 ກວ່າຄົນທີ່ມາຈາກ 28 ແຫ່ງ ມະຫາວິທະຍາໄລ ຂອງ 12 ປະເທດ ເຊັ່ນ: ປະເທດຈີນ, ບັງກະລາເທດ, ກຳປູເຈຍ, ອິນເດຍ, ລາວ, ມາເລເຊຍ, ສີລັງກາ, ປາກີສະຖານ, ໄທ, ຫວຽດນາມ, ມຽນມາ ແລະ ຟີລິບປິນ, ລວມມີ 55 ການແຂ່ງຂັນນ້ອຍ ແລະ 4 ການແຂ່ງຂັນໃຫຍ່ ເຊັ່ນ: ກິລາບານເຕະ,ບານສົ່ງ,ຕີດອກປີກໄກ່ ແລະ ສິລະປະການຕໍ່ສູ້.ໃນໄລຍະກິດຈະກໍານີ້, ຍັງຈັດກິດຈະກໍາທັດສະນະສຶກສາແລກປ່ຽນວັດທະນະທໍາອີກດ້ວຍ.ກິດຈະກໍານີ້ຍັງໄດ້ດຶງດູດນັກສຶກສາຕ່າງປະເທດຈາກປະເທດອາຟຼິກາ ແລະ ມະຫາສະໝຸດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

2222

8月31日至9月9日,第五届澜沧江—湄公河大学生友好运动会暨第七届南亚东南亚国家大学生文化体育昆明交流周在昆明理工大学举行。

作为云南省第七届南亚东南亚教育合作昆明论坛系列活动之一、2024年“民相亲·教育行”南亚东南亚教育合作精品活动,本次活动有来自中国、孟加拉国、柬埔寨、印度、老挝、马来西亚、斯里兰卡、巴基斯坦、泰国、越南、缅甸、菲律宾12个国家28所高校的770余名师生报名参加,包括足球、排球、羽毛球和武术四个大项55个小项的比赛。活动期间还将组织文化交流考察活动。本次活动还吸引了来自非洲、大洋洲国家的不少留学生报名参加。(云南日报 记者陈怡希)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen lirong]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

09/05

09:52

ແບ່ງປັນ

ແປ
翻译