ມາຈາກ:ສະບາຍດີ
ໃນ"ງານກິດຈະກຳບຸນທວນໄຟຂ້າງເທິງນ້ຳ" ທີ່ໜອງແສຊີຫູ ເມືອງເອີຢວນ ກິ່ງແຂວງດ້າລີ(ຮຸບຈາກວີດີໂອ).
ມີຄຳເວົ້າວ່າ ນ້ຳກັບໄຟບໍ່ເຂົ້າກັນໄດ້, ແຕ່ເມື່ອບໍ່ດົນມານີ້ ໃນເມືອງເອີຢວນ ກິ່ງແຂວງດ້າລີໄດ້ສະເຫຼີມສະຫຼອງ"ງານກິດຈະກຳບຸນທວນໄຟຂ້າງເທິງນ້ຳ" ທີ່ມີນ້ຳກັບໄຟປະສົມກັນໄດ້ຈັດຂຶ້ນ! ວັນທີ່ 25 ເດືອນ 6 ຈັນທະປະຕິທິນ ງານບຸນທວນໄຟແມ່ນງານບຸນປະເພນີຂອງຊາວເຜົ່າໄບ, ໃນເຂດຊົມທິວທັດ ໜອງແສຊີຫູ ເມືອງເອີຢວນ ກິ່ງແຂວງປັກຄອງຕົນເອງຊົນເຜົ່າໄບ ດ້າລີ ແຂວງຢຸນນານ, ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວໄດ້ຂີ່ເຮືອຢູ່ເທິງທະເລສາບໜອງແສຊີຫູ, ໄດ້ເຕັ້ນມັງກອນໄຟ, ຈູດໂຄມໄຟທະເລ, ມາສະເຫຼີມສະຫຼອງ "ງານກິດຈະກຳບຸນທວນໄຟຂ້າງເທິງນ້ຳ" ໄປນຳກັນ.
ໃນ"ງານກິດຈະກຳບຸນທວນໄຟຂ້າງເທິງນ້ຳ" ທີ່ໜອງແສຊີຫູ ເມືອງເອີຢວນ ກິ່ງແຂວງດ້າລີ,ຍິງຊາວໄບຫຼາຍຄົນໄດ້ວາງໂຄມໄຟເພື່ອຂໍອວຍພອນ(ຮຸບຈາກວີດີໂອ).
ໜອງແສຊີຫູເມືອງເອີຢວນ ມີ 6 ໝູ່ບ້ານ ແລະ 7 ໝູ່ເກາະ, ເຊິ່ງມີ ກ່ວາ900 ຄົນ ຊາວບ້ານເຜົ່າໄບດຳລົງຊີວິດນີ້ມາແຕ່ດົນນານ. ໃນເມື່ອກ່ອນ,ເຮືອເປັນທາງດຽວໃນການຂົນສົ່ງຂອງຊາວບ້ານ, ດັ່ງນັ້ນຈຶ່ງເກີດ "ງານກິດຈະກຳບຸນທວນໄຟຂ້າງເທິງນ້ຳ".ໃນປະຈຸບັນນີ້,ດ້ວຍພະຍາຍາມຂອງຫຼາຍຝ່າຍ, ງານບຸນປະເພນີນີ້ໄດ້ຮັບການຟື້ນຟູ ແລະ ໄດ້ຮັບການຜັນຂະຫຍາຍ ແລະ ໄດ້ດຶງດູດນັກທ່ອງທ່ຽວມາສຳຜັດເປັນຈຳນວນຫຼວງຫຼາຍ.
大理洱源西湖“水上火把节”(视频截图)。
都说水火不相容,但近日在大理洱源,就上演了一场水火交融的“水上火把节”!农历六月二十五是白族传统火把节,在云南省大理白族自治州洱源县西湖风景区,当地群众与游客一同泛舟西湖,舞动火龙,点亮海灯,共同沉浸在“水上火把节”的狂欢之中。
大理洱源西湖“水上火把节”,几名白族姑娘放灯祈福(视频截图)。
洱源西湖有六村七岛,900多户白族村民世代生活于此。过去,船是村民唯一的交通工具,“水上火把节”也由此诞生。如今,在多方努力下,这一传统节日得以恢复和传承,吸引了众多游客前来体验游玩。
ອັດຕາແລກປ່ຽນໃນມື້ນີ້:
1CNY = 2994.17 LAK
— 2024 —
08/08
16:36
— ແບ່ງປັນ —