ເປີດຂະບວນລົດໄຟຂົນສົ່ງສິນຄ້າໃຊ້ໃນປະຈໍາວັນໂດຍໄວລະຫວ່າງຄຸນມິງ ຫາ ສິບສອງພັນນາ ຄັ້ງທຳອິດ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ເວລາ 15:03 ໂມງ ວັນທີ 30 ມິຖຸນານີ້, ຂະບວນລົດໄຟຂົນສົ່ງສິນຄ້າ X907 ທີ່ບັນທຸກນ້ຳແຮ່, ເຄື່ອງດື່ມ ແລະ ສິນຄ້າອື່ນໆ ໄດ້ແລ່ນອອກຈາກຊ່ອງທາງທີ 2 ,ເດີ່ນສິນຄ້າບ້ານຈິງໝາຂອງສູນຂົນສົ່ງສິນຄ້າທາງລົດໄຟສາຂາຄຸນມິງ,ຄາດວ່າຈະມາຮອດສະຖານີແຢຊ້າງກູ ຕາມທາງລົດໄຟລາວ-ຈີນໃນຕອນແລງມື້ດ່ຽວ.ນີ້ແມ່ນຂະບວນລົດໄຟຂົນສົ່ງສິນຄ້າໃຊ້ໃນປະຈໍາວັນໂດຍໄວລະຫວ່າງຄຸນມິງ ຫາ ສິບສອງພັນນາ ຄັ້ງທຳອິດ,ເຊິ່ງເປັນຂີດໝາຍການສ້າງຊ່ອງທາງສາຍດ່ວນສິນຄ້າໃຊ້ໃນປະຈໍາວັນທີ່ປອດໄພ, ວ່ອງໄວ ແລະ ສີຂຽວຢູ່ພາກກາງ ແລະ ພາກໃຕ້ຂອງແຂວງຢຸນນານໂດຍອີງຕາມເສັ້ນທາງລົດໄຟ.

ຂະບວນລົດໄຟຂົນສົ່ງສິນຄ້າໃຊ້ໃນປະຈໍາວັນໂດຍໄວລະຫວ່າງຄຸນມິງ ຫາ ສິບສອງພັນນາ ຄັ້ງທຳອິດໄດ້ແລ່ນອອກເດີ່ນສິນຄ້າບ້ານຈິງໝາ.

ພະນັກງານຢູ່ສູນຂົນສົ່ງສິນຄ້າທາງລົດໄຟສາຂາຄຸນມິງກຳລັງກວດເບິ່ງລາຍການບັນທຸກສິນຄ້າ. 

ຂະບວນລົດໄຟຂົນສົ່ງສິນຄ້າໃຊ້ໃນປະຈໍາວັນໂດຍໄວນີ້ແລ່ນຕາມກຳນົດເວລາ, ກຳນົດສະຖານີທີ່ ແລະ ກຳນົດເສັ້ນທາງ, ແລ່ນດ້ວຍຄວາມໄວສູງສຸດ 120 ກິໂລແມັດຕໍ່ຊົ່ວໂມງເຖິງສະຖານີແຢຊ້າງກູ. ຂະບວນລົດໄຟທັງໝົດແມ່ນບັນຈຸລົດຕູ້ 15 ຄັນ, ຄາດວ່າມີຄູ່1ຈະແລ່ນໄປ-ມາ ໃນແຕ່ລະມື້, ໄດ້ຂົນສົ່ງເຄື່ອງດື່ມ, ນ້ຳມັນປຸງແຕ່ງ, ເຄື່ອງໃຊ້ປະຈຳວັນ ແລະ ສິນຄ້າອື່ນໆ ຈາກນະຄອນຄຸນມິງ ຫາ ກິ່ງແຂວງສິບສອງພັນນາ, ຂົນສົ່ງສິນຄ້າກະສິກຳ ແລະ ປ່າໄມ້ທ້ອງຖິ່ນ ເຂົ້າບາເລ, ຜັກບົ້ງ ແລະ ຜະລິດຕະພັນໄມ້ ເປັນຕົ້ນ ຈາກກິ່ງແຂວງສິບສອງພັນນາຂົນສົ່ງເຖິ່ງນະຄອນຄຸນມິງ.

ພະນັກງານໄດ້ຍົກນ້ຳແຮ່ອອກຈາກລົດບັນທຸກ ແລະ ໄດ້ກະກຽມກວດກາຄວາມປອດໄພໃນກ່ອນເຂົ້າສາງ. 

ພະນັກງານກໍາລັງດໍາເນີນກວດກາຄວາມປອດໄພຕໍ່ສິນຄ້າ.

昆明信息港讯 记者上官艳君 6月30日15时03分,一趟满载着矿泉水、饮料等商品的X907次货运列车,从昆明铁路物流中心金马村货场2道缓缓驶出,预计当晚抵达中老铁路野象谷站。这是昆明地区开往西双版纳的首趟城际快速白货班列,标志着滇中与滇南地区依托铁路干线搭建起了一条安全、快捷、绿色的白货快运通道。

首趟昆明至西双版纳城际快速白货班列从金马村货场驶出。通讯员周祥明 摄

昆明铁路物流中心职工正在核对货物装载清单。通讯员毕子钧 摄

该趟城际快速白货班列定时、定点、定线开行,以最快时速120公里运行至野象谷站。整列采用15辆棚车装载,预计每天往返开行1对,从昆明将饮料、食用油、日用百货等商品运至西双版纳,再从西双版纳将当地出产的薏仁米、南瓜、木材制品等农林特产运回昆明。

工作人员从汽车上卸下矿泉水,准备入库安检。通讯员毕子钧 摄

工作人员正在对货物进行安检。通讯员毕子钧 摄

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

06/30

14:58

ແບ່ງປັນ

ແປ
翻译