ການທ່ອງທ່ຽວເຂົ້າເມືອງຈີນ ແລະ ຂັບລົດດ້ວຍຕົນເອງ ຊຸກຍູ້ຕະຫຼາດການທ່ອງທ່ຽວໃນບຸນຕ່ວນຫວູຂອງຄຸນມິງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ວັນທີ 10 ມິຖຸນານີ້, ຫຼາຍເວທີການທ່ອງທ່ຽວທາງອິນເຕີເນັດໄດ້ເປີດເຜີຍຂໍ້ມູນທີ່ສະແດງໃຫ້ເຫັນວ່າ ການທ່ອງທ່ຽວເຂົ້າເມືອງຈີນ ແລະ ທ່ອງທ່ຽວຂັບລົດດ້ວຍຕົນເອງໃນໄລຍະບຸນຕ່ວນຫວູໄດ້ຊຸກຍູ້ຕະຫຼາດການທ່ອງທ່ຽວຄຸນມິງ.

ຕາມຂໍ້ມູນຈາກ CtripAPP ສະແດງໃຫ້ເຫັນວ່າ, ໃນໄລຍະບຸນຕ່ວນຫວູ(ບຸນຊ່ວງເຮືອມັງກອນ), ການສັ່ງຈອງທ່ອງທ່ຽວອ້ອມຮອບຄຸນມິງ ແລະ ການທ່ອງທ່ຽວພາຍໃນຄຸນມິງກວມເອົາເກືອບ 70%ຂອງຈຳນວນການສັ່ງຈອງການທ່ອງທ່ຽວ,ການທ່ອງທ່ຽວອ້ອມຮອບຄຸນມິງ ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການທ່ອງທ່ຽວຂັບລົດດ້ວຍຕົນເອງອ້ອມຮອບຄຸນມິງກວມເອົາ 90%.

ຈາກທັດສະນະຂອງແຂວງຢຸນນານແລ້ວ, ຈຳນວນການສັ່ງຈອງທ່ອງທ່ຽວເຂົ້າເມືອງຈີນຂອງຈຸດໝາຍປາຍທາງ ການທ່ອງທ່ຽວແມ່ນແຂວງຢຸນນານ ໄດ້ເພີ່ມຂຶ້ນ 214% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ການທ່ອງທ່ຽວອ້ອມຮອບຄຸນມິງໄດ້ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ,ຈຳນວນການສັ່ງຈອງທ່ອງທ່ຽວເຂົ້າເມືອງຈີນຂອງຈຸດໝາຍປາຍທາງ ການທ່ອງທ່ຽວແມ່ນນະຄອນຄຸນມິງ ໄດ້ເພີ່ມຂຶ້ນ183% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ການທ່ອງທ່ຽວອ້ອມຮອບຄຸນມິງໄດ້ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.ພ້ອມດ່ຽວກັນນັ້ນ, ນະຄອນຄຸນມິງຍັງໄດ້ຖືກຄັດເລືອກ 10 ເມືອງ ຖືກນິຍົມຂອງນັກທ່ອງທ່ຽວໂດຍຂັບລົດດ້ວຍຕົນເອງ.

6月10日,多个在线旅游平台发布数据,端午假期入境游、自驾游带旺昆明旅游市场。

携程数据显示,端午假期,周边游及本地游订单占旅游订单总量达到近七成,周边游预订量同比去年增长近两成,短途周边自驾游占比高达九成。

从云南来看,目的地为云南的端午假期入境游订单量同比增长214%,周边游订单量同比增长18%。其中,目的地为昆明的端午假期入境游订单量同比增长183%,周边游订单量同比增长36%。同时,昆明还上榜端午假期自驾游十大热门目的地。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

06/20

17:51

ແບ່ງປັນ

ແປ
翻译