ມາຈາກ:ສະບາຍດີ
ວັນທີ 24 ມີນານີ້, ຜູ້ຄົນໄດ້ຊົມດອກຊາກຸຣະຢູ່ສວນສາທາລະນະຢວນຕົງຊານນະຄອນຄຸນມິງແຂວງຢຸນນານ.
(ສະບາຍດີ ນັກຂ່າວໂລລາ)ຖ່າຍດອກໄມ້ຢູ່ນະຄອນຄຸນມິງມີ 2 ປະໂຫຍດຫຼັກ, ອັນທີ່ໜຶ່ງແມ່ນໄລຍະອອກດອກຍາວ, ບໍ່ຕ້ອງຮີບຮ້ອນ; ອີກປະການໜຶ່ງແມ່ນມີຫຼາຍຊະນິດ, ສາມາດຖ່າຍດອກໄມ້ໃນຕະຫຼອດປີ. ນອກຈາກບັນດານັກຖ່າຍຮູບທີ່ມັກຖ່າຍດອກໄມ້ແລ້ວ, ຍັງມີປະຊາຊົນ ແລະ ນັກທ່ອງທ່ຽວມາທີ່ນີ້ເພື່ອມ່ວນຊື່ນຊົມ ແລະ ຖ່າຍດອກໄມ້, ໄດ້ຖ່າຍຊ່ວງເວລາທີ່ສວຍສົດງົດງາມທີ່ສຸດ.
ພໍ່ຄົວຂອງຮ້ານອາຫານແຫ່ງໜຶ່ງໃນນະຄອນຄຸນມິງ ກະກຽມປຸງແຕ່ງອາຫານໂດຍໃຊ້ດອກໝາກກ້ວຍເປັນວັດຖຸດິບ.
ໃນແຂວງຢຸນນານມີດອກໄມ້ກິນໄດ້ເຖິງຫຼາຍຮ້ອຍຊະນິດ. ຊາວທ້ອງຖິ່ນໄດ້ນຳໃຊ້ດອກໄມ້ບາງຊະນິດສາມາດກິນໄດ້ເຂົ້າໃນອາຫານປະຈຳວັນ, ໄດ້ເປັນວັດທະນະທຳການກິນດອກໄມ້ທີ່ເປັນເອກະລັກສະເພາະນັ້ນ, ສິ່ງດັ່ງກ່າວບໍ່ພຽງແຕ່ໄດ້ເພີ່ມພູນຄູນສ້າງຊີວິດການກິນຂອງຊາວທ້ອງຖິ່ນເທົ່ານັ້ນ, ຫາກຍັງເຮັດໃຫ້ດອກໄມ້ເປັນແຫຼ່ງເສດຖະກິດອີກດ້ວຍ.ຜະລິດຕະພັນດອກໄມ້ເຊັ່ນ: ດອກກຸຫຼາບກິນໄດ້, ເຂົ້າໜົມດອກກຸຫຼາບ, ແຈ່ວດອກກຸຫຼາບໄດ້ກາຍເປັນອຸດສາຫະກຳພິເສດຂອງນະຄອນຄຸນມິງ.
ວັນທີ 12 ກຸມພານີ້, ນັກທ່ອງທ່ຽວໄດ້ໄປທ່ຽວຫຼິ້ນຕະຫຼາດດອກໄມ້ໂດນານນະຄອນຄຸນມິງເພື່ອຊື້ດອກໄມ້.
ຢູ່ຕະຫຼາດຈີນ, ດອກໄມ້ສົດ 10 ດວງກໍ່ມີ 7 ດວງ ມາຈາກນະຄອນຄຸນມິງແຂວງຢຸນນານ. ໃນລະດູໃບໄມ້ປົ່ງນີ້, ຕະຫຼາດດອກໄມ້ໂດນານເປັນຕະຫຼາດຊື້-ຂາຍດອກໄມ້ສົດທີ່ໃຫຍ່ທີ່ສຸດໃນອາຊີ,ມີດອກໄມ້ຫຼາຍພັນຊະນິດຖືກເຕົ້າໂຮມຢູ່ທີ່ນີ້, ຜູ້ຄົນສາມາດເອົາ "ລະດູໃບໄມ້ປົ່ງ"ມາບ້ານດ້ວຍໃຊ້ເງິນພຽງແຕ່ຫ້າຢວນສິບຢວນ.
3月24日,人们在云南昆明圆通山公园观赏樱花。
昆明拍花有两大优势,一是花期长,不用特别赶时间;二是种类多,一年四季都有花可拍。除了热爱拍花的摄影师,更多的是慕名来的市民游客,赏花拍花,定格下最美瞬间。
昆明一家餐厅的厨师在制作以芭蕉花为原料的菜肴。
在云南,可食用的花多达上百种。当地人将一些可食花卉融入到日常饮食中,形成独特的食花文化,这不仅丰富了当地居民的饮食生活,也让花卉成为一种经济资源。食用玫瑰、鲜花饼、玫瑰酱等花卉制品已成为昆明的特色产业。
2月12日,游客在昆明斗南花卉市场游玩买花。
在中国市场上,每10枝鲜切花就有7枝来自云南昆明。这个春天,作为亚洲最大的鲜切花交易市场,上千个品种的鲜花聚集于此,人们只需花上五块十块,就能将一大把“春天”带回家。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
04/22
09:35
— ແບ່ງປັນ —