ງານກິດຈະກໍາ"ນັກທຸລະກິດຫຼາຍພັນຄົນຈາກຮົງກົງມາຢ້ຽມຢາມແຂວງຢຸນນານ"ໄດ້ເປີດຂຶ້ນຢູ່ນະຄອນຄຸນໝິງໃນວັນທີ 29 ມີນານີ້

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 26 ມີນານີ້,ນັກຂ່າວໄດ້ຮັບຊາບຈາກກອງປະຊຸມແຈ້ງຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວອົງການປົກຄອງແຂວງວ່າ:ງານກິດຈະກໍາ"ນັກທຸລະກິດຫຼາຍພັນຄົນຈາກຮົງກົງມາຢ້ຽມຢາມແຂວງຢຸນນານ"ທີ່ຈັດຂຶ້ນໂດຍສະພາປຶກສາການເມືອງແຂວງຢຸນນານຈະຈັດຂຶ້ນຢູ່ນະຄອນຄຸນມິງຄຸນໝິງແຕ່ວັນທີ29ມີນາຫາວັນທີ2ເມສານີ້,ໃນໄລຍະນີ້ ຈະຈັດພິທີເປີດ,ກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນ,ການທັດສະນະສຶກສາທຸລະກິດ ແລະ ກິດຈະກໍາອື່ນໆ,ມີແຂກຖືກເຊີນຈາກຮົງກົງ 150 ກວ່າຄົນເຂົ້າຮ່ວມ. 

ປີ2023,ສະພາປຶກສາການເມືອງຂັ້ນແຂວງຢຸນນານໄດ້ຈັດຕັ້ງປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງຄະນະກໍາມະການປົກຄອງແຂວງຢຸນນານຢ່າງຈິງຈັງ,ເຮັດແຜນວຽກເຊັ່ນ,ໃຊ້ເວລາ5ປີ,ເຊື້ອເຊີນນັກທຸລະກິດຮົງກົງ1.000ກວ່າຄົນມາທັດສະນະສຶກສາຢູ່ແຂວງຢຸນນານ,ຈັດຕັ້ງປະຕິບັດກິດຈະກໍາ"ນັກທຸລະກິດຫຼາຍພັນຄົນຈາກຮົງກົງມາຢ້ຽມຢາມແຂວງຢຸນນານ".ເຮັດແຜນວຽກເຊັ່ນ,ໃຊ້ເວລາ5ປີເຊື້ອເຊີນນັກທຸລະກິດຮົງກົງ1.000ກວ່າຄົນມາທັດສະນະສຶກສາຢູ່ແຂວງຢຸນນານ,ໃນຫນຶ່ງປີຜ່ານມາ,ໂດຍໄດ້ຮັບການຮ່ວມມືສະຫນັບສະຫນູນຈາກພາກສ່ວນທີ່ກ່ຽວຂ້ອງຕ່າງໆຂອງແຂວງຢຸນນານ,ໄດ້ເຊື້ອເຊີນນັກທຸລະກິດຈາກຮົງກົງມີ9ກຸ່ມ 248ຄົນເພື່ອມາຢ້ຽມຢາມ ແລະ ທັດສະນະສຶກສາຢູ່ແຂວງຢຸນນານ,ຄຽງຄູ່ກັບການໂຄສະນາເຜີຍແຜ່ ແລະ ແນະນໍາແຂວງຢຸນນານ,ຊຸກຍູ້ກຸ່ມວິສາຫະກິດຮົງກົງເຊັນສັນຍາກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງຢຸນນານເພື່ອບັນລຸເຈດຕະນາການຮ່ວມມື,ເລັ່ງລັດໂຄງການຮ່ວມມືລະຫວ່າງແຂວງຢູນນານ-ຮົງກົງຈໍານວນຫນຶ່ງຈັດຕັ້ງປະຕິບັດ.ເຮັດໃຫ້ຜະລິດຕະພັນທີ່ມີຄຸນນະພາບສູງກຸ່ມຫນຶ່ງຂອງແຂວງຢູນນານເຂົ້າສູ່ຕະຫຼາດຮົງກົງຢ່າງສໍາເລັດຜົນ, ລົງເລິກການຮ່ວມມື ແລະ ການແລກປ່ຽນລະຫວ່າງແຂວງຢູນນານ-ຮົງກົງຕື່ມອີກ,ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງແຂວງຢຸນນານໃຫ້ມີຄຸນນະພາບສູງ ແລະ ສ້າງຜົນສະທ້ອນອັນດີຕໍ່ສັງຄົມ.

昆明信息港讯(昆明日报 记者陈思伊)3月26日,记者从省政府新闻办召开的新闻发布会上获悉,由省政协主办的“千名香港企业家云南行”(2024)活动将于3月29日至4月2日在昆明举行,其间将举行开幕式、交流座谈会、商务考察等系列活动,150余名香港嘉宾受邀参加。

2023年,省政协认真贯彻省委要求,作出利用5年时间,邀请超过1000名香港企业家来云南考察,组织开展“千名香港企业家云南行”活动的工作部署。一年来,在省级各有关部门的支持配合下,共邀请9批次248名香港企业家来云南参观考察,在宣传推介云南的同时,推动一批香港企业与云南有关方面签订协议达成合作意向,加速一批滇港合作项目落实落地,促成一批优质云品成功打入香港市场,进一步深化滇港合作与交流,为助力全省经济高质量发展作出了积极贡献,产生了良好的社会反响。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

04/01

16:35

ແບ່ງປັນ

ແປ
翻译