ມາຈາກ:ສະບາຍດິ
(ສະບາຍດີ ນັກຂ່າວໂລລາ)ວັນທີ 25 ມີນານີ້, ພິທີເປີດ"ອາທິດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ແຂວງຢຸນນານ ປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ. ແຂວງຢຸນນານຮ່ວມກັບ5ປະເທດຕາມແມ່ນ້ຳຂອງໄດ້ເຂົ້າຮ່ວມກັນສົນທິສັນຍາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳປີ ເພື່ອປຶກສາຫາລືກ່ຽວກັບຜົນສຳເລັດ ແລະ ວິໄສທັດ.
ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີຕົ້ນກຳເນີດຈາກພູພຽງຈິງໄຮ້-ຕິເບດຂອງຈີນ, ເຊິ່ງໄດ້ໄຫຼຜ່ານມຽນມາ, ລາວ, ກຳປູເຈຍ, ໄທ ແລະ ຫວຽດນາມ, ເຊິ່ງໄດ້ເຊື່ອມຕໍ່ອາລະຍະທຳ ແລະ ຖ່າຍທອດມິດຕະພາບລະຫວ່າງປະເທດ. ນັບແຕ່ໄດ້ເປີດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງເປັນທາງການໃນປີ 2016ເປັນຕົ້ນມາ, ໄດ້ກາຍເປັນເວທີທີ່ສຳຄັນໃນການຮັກສາສະຖຽນລະພາບ ແລະ ຊຸກຍູ້ການພັດທະນາຮ່ວມກັນຂອງພາກພື້ນ, ແຂວງຢຸນນານມີບົດບາດຄວາມສຳຄັນໃນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 8 ປີ ແລະ "ອາທິດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ຊຸດທີ7, ແຂວງຢຸນນານຮ່ວມກັບ 5 ປະເທດຕາມແມ່ນ້ຳຂອງໄດ້ເຂົ້າຮ່ວມສົນທິສັນຍາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ປີນີ້, ແຂວງຢຸນນານຈະສືບຕໍ່ຈັດຕັ້ງ ແລະ ປະຕິບັດ ໂຄງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 25 ໂຄງການ, ໂດຍກວມເອົາ 5 ຂົງເຂດ ຄື: ການຮ່ວມມືດ້ານການເສດຖະກິດການຄ້າ, ຄວາມປອດໄພຂ້າມຊາຍແດນ, ການພົບປະແລກປ່ຽນປະຊາຊົນ, ການເຊື່ອມຕໍ່ນະໂຍບາຍ ແລະ ວັດທະນະທຳ ແລະ ກິລາ.
3月25日,云南省2024年“澜湄周”启动仪式在昆明举行。云南同湄公河五国共赴每年一度的澜湄之约,共叙成果、展望愿景。
澜沧江-湄公河发源于中国青藏高原,流经缅甸、老挝、柬埔寨、泰国、越南,串联文明、传递友谊。澜湄合作自2016年正式启动以来,成为维护地区稳定、促进共同发展的重要平台,云南省在澜湄合作中发挥着重要作用。
在澜湄合作启动八周年、第七个“澜湄周”之际,云南同湄公河五国共赴每年一度的澜湄之约。今年,云南省将继续组织实施25个澜湄合作项目,覆盖经贸合作、跨境安全、人文交流、政策对接、文化体育五大领域。
ອັດຕາແລກປ່ຽນໃນມື້ນີ້:
1CNY = 2993.3 LAK
— 2024 —
03/29
14:51
— ແບ່ງປັນ —