ເຂົ້າໃນສະຖານບູຮານເຫີໂຜສໍ ທີ່ເຂດຈິ້ນໜິງ ແຂວງຢຸນນານ

ມາຈາກ:ສຳນັກຂ່າວສານຊິນຮວາ

ວັນທີ 24 ເມສານີ້, ຈີນໄດ້ປະກາດລາຍຊື່ການຄົ້ນພົບທາງບູຮານຄະດີທີ່ຄົ້ນພົບໃໝ່ 10 ອັນດັບເລກຂອງປະເທດຈີນ ໃນປີ 2024, ສະຖານບູຮານເຫີໂຜສໍທີ່ເຂດຈິ້ນໜິງ ແຂວງຢຸນນານໄດ້ຖືກຈັດເຂົ້າບັນຊີລາຍຊື່.

e21526db0fa5ad4151c3dfe97c9b09a

ສະຖານບູຮານດັ່ງກ່າວທີ່ຕັ້ງຢູ່ໃນເຂດຈິ້ນໜິງນະຄອນຄຸນມິງ, ເປັນທົ່ງນາຢູ່ພາກຕາເວັນອອກສຽງໃຕ້ຂອງທະເລສາບຕຽນສື, ເປັນສະຖານບູຮານຊຸມຊົມທີ່ມີຈໍານວນຄົນ ແລະ ວັດທະນະທໍາທີ່ໃຫຍ່ທີ່ສຸດ ໃນຍຸກສະໄໝລາຊະວົງຊາງ ແລະ ລາຊະວົງໂຈ່ວ ຈົນເຖິງລາຊະວົງສິນ ແລະ ລາຊະວົງຮັ້ນ, ທັງຍັງເປັນເຂດໃຈກາງຂອງວັດທະນະທໍາສືຈ້າຍຊານ (ວັດທະນະທໍາຕຽນ, ຕຽນເປັນຊື່ຫຍໍ້ຂອງແຂວງຢຸນນານ) ອີກດ້ວຍ.

ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ, ວຽກງານບູຮານຄະດີໃນເຂດນີ້ໄດ້ຮັບຄວາມສໍາເລັດທີ່ສໍາຄັນ. ມາຮອດປັດຈຸບັນ, ໄດ້ຄົ້ນພົບກາສັນຍະລັກຂອງທາງການ ແລະ ເອກະຊົນຫຼາຍກວ່າ 1,900 ໜ່ວຍ ແລະ ແຜ່ນບັນທຶກດ້ວຍໄມ້ໄຜ່ 50,000 ກວ່າແຜ່ນ, ໃນນັ້ນແຜ່ນບັນທຶກດ້ວຍໄມ້ໄຜ່ທີ່ມີອັກສອນ 14,000 ກວ່າແຜ່ນ.ສະຖານບູຮານເຫີໂຜສໍ ເປັນທັງເມືອງຫຼວງຂອງອານາຈັກຕຽນບູຮານ ແລະ ເປັນທັງເມືອງປົກຄອງ ອີ້ໂຈ່ວໃນສະໄໝບູຮານ, ເຊິ່ງເປັນພະຍານເຖິງຂະບວນການທາງປະຫວັດສາດຂອງການປ່ຽນຜ່ານຂອງຢຸນນານຈາກຫຼາຍວັດທະນະທໍາໄປສູ່ຄວາມເປັນເອກະພາບອັນຍິ່ງໃຫຍ່.

4月24日,2024年度全国十大考古新发现评选结果在京揭晓,云南晋宁河泊所遗址入选。

e21526db0fa5ad4151c3dfe97c9b09a

该遗址地处昆明市晋宁区滇池盆地最肥沃的东南湖滨冲积平原,是云南高原已知规模最大、延续时间较长、文化内涵较丰富的商周至汉晋时期的大型中心聚落遗址,也是石寨山文化(俗称滇文化)的核心分布区。

2014年以来,河泊所遗址的考古工作取得重大成果。如今,共出土官、私印封泥1900余枚,简牍5万余枚,其中有字简牍14000余枚。河泊所遗址是古滇国都邑,也是汉代益州郡郡治所在地,揭示了西南边疆从多元文化到国家一体的历史发展历程。


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

05/15

17:07

ແບ່ງປັນ

ແປ
翻译