ຊຽງເກີຫຼີລະຂອງໂລກ| ເມືອງເອີຍສີແຂວງຢຸນນານ: ການທ່ອງທ່ຽວເປີດກວ້າງເສັ້ນທາງໃຫມ່ເພື່ອການພັດທະນາຊົນນະບົດ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວໂລລາ)ໃນຕົ້ນລະດູໜາວ, ເມື່ອຍ່າງເຂົ້າໄປໃນບ້ານຊີແບ ເມືອງຖາຊືນ ເມືອງເອີຍສີ, ເຈົ້າຈະເຫັນເຮືອນທີ່ມີລັກສະນະພື້ນເມືອງຢູ່ຂ້ອງລຸ່ມຕົ້ນໝາກກໍ່ໜັງ ແລະຕົ້ນໝາກມັນຫໍ້ທີ່ສູງ, ມີໃບໄມ້ສີທອງຄໍາຕ່າມລົມຕົກຢູ່. ເຖິງແມ່ນວ່າໃນລະດູໜາວ, ເມື່ອມາແຫ່ງນີ້, ເຈົ້າສາມາດເຫັນໄດ້“ທິວທັດສວຍງາມຄືຮູບແຕ້ມຢູ່ທົ່ວທຸກແຫ່ງ” ເຊິ່ງເປັນທິວທັດທີ່ອອນຊອນວອນໃຈຫຼາຍ.

图片 1

ໃນຊຸມປີທີ່ຜ່ານມາ, ເມືອງຖາຊືນ ເມືອງເອີຍສີ ແຂວງຕີຊີ້ນ, ໄດ້ອີງໃສ່ພູມສັນຖານແລະແຫຼ່ງວັດທະນະທໍາທີ່ເປັນເອກະລັກພື້ນເມືອງເພື່ອພັດທະນາການທ່ອງທ່ຽວຊົນນະບົດຢ່າງແຂງແຮງແລະຊຸກຍູ້ໃຫ້ຊາວບ້ານທີ່ມີຄຸນວຸດທິໄຂເຮືອນພັກ. ບ້ານຊີແບ ນຳໃຊ້ທັດສະນີຍະພາບທຳມະຊາດທີ່ສວຍງາມ, ວັດທະນະທຳຊົນເຜົ່າ ແລະ ແຫຼ່ງຊັບພະຍາກອນອື່ນໆຢ່າງເຕັມທີ່, ປະຕິບັດຕາມແນວຄວາມຄິດທາງພັດທະນາ“ປ່ຽນໝູ່ບ້ານໃຫ້ເປັນບ່ອນຊົມວິວ, ທົ່ງນາເປັນສວນສາທາລະນະ, ເຮືອນຊາວບ້ານເປັນເຮືອນພັກ ແລະ ຊາວບ້ານເປັນນັກສະແດງ”,ການສ້າງເຮືອນພັກຕ່າມທີ່ມີປະໂຫຍດຂອງພື້ນເມືອງ,ເຊື່ອມໂຍງທັດສະນີຍະພາບທຳມະຊາດທີ່ເປັນເອກະລັກເຂົ້າກັບການປະດິດສ້າງດ້ານວັດທະນະທຳຂອງຊົນເຜົ່າແລະພັດທະນາຂະແໜງການທ່ອງທ່ຽວວັດທະນະທຳຢ່າງຕັ້ງໜ້າ.

图片 2

ທ່ານນາງຫືເຢັນຊົນ ເປັນແມ່ຄ້າຂອງເຮືອນພັກ Manlaiyue ຢູ່ບ້ານຊີແບ ເມືອງ ຖາຊືນ. ໃນປີ 2015, ຍ້ອນວ່າແມ່ຂອງລາວທີ່ເປັນພະຍາດໜັກແລະເປັນເປ້ຍ,ຫືເຢັນຊົນທີ່ເຮັດວຽກຢູ່ນອກບ້ານ, ໄດ້ເລືອກກັບບ້ານເກີດເພື່ອເບິ່ງແຍງແມ່ຂອງລາວ, ຄອບຄົວຂອງລາວຍັງຖືກແຕ່ງຕັ້ງໃຫ້ເປັນຄອບຄົວຄວາມທຸກຍາກຍ້ອນພະຍາດ. ໃນຊຸມປີທີ່ຜ່ານມາ, ເມື່ອຄອບຄົວຫືເຢັນຊົນທີ່ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກໂດຍມາດຕະການຊ່ວຍເຫຼືອຂອງລັດຖະບານ, ການທ່ອງທ່ຽວຊົນນະບົດຢູ່ບ້ານຊີແບກໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ລາວໄດ້ມີຄວາມຄິດທີ່ຈະເປີດເຮືອນພັກຢູ່ໃນບ້ານຕົນພ້ອມກັນນັ້ນສາມາດດູແລແມ່ຂອງຕົນ.

图片 3

ດັ່ງນັ້ນ, ຫຼັງຈາກກະກຽມວຽກງານເບື້ອງຕົ້ນ, ເຮືອນພັກManlaiyueເຊິ່ງລວມເອົາລັກສະນະສະຖາປັດຕະຍະກໍາຂອງຊົນເຜົ່ານະຊີແລະໄຂບໍລິການໃນເດືອນມີນາ ປີ2022, ເຊິ່ງໄດ້ເຂົ້າມາໄລຍະມີລູກຄ້າຫຼາຍກວ່າສີ່ເດືອນທີ່ໄຂບໍລິການຜ່ານມາ. ຫືເຢັນຊົນ ເວົ້າວ່າ:ເມື່ອມີລູກຄ້າຫຼາຍ, ເຮົາຈັດຂຶ້ນງານກອງໄຟໃນສອງສາມມື້ມີຄັ້ງໜຶ່ງແລະບາງເທື່ອຈະເຊີນຜູ້ສືບທອດມໍລະດົກວັດທະນະທໍາຂອງທ້ອງຖິ່ນມາຮ້າງນີ້ເພື່ອການສະແດງຕາມຄວາມຕ້ອງການຂອງລູກຄ້າ.ໃນປີກາຍນີ້, ຫືເຢັນຊົນໄດ້ເຈືອຈານນັກສຶກສາຄົນໜຶ່ງໃນບ້ານຕົນທີ່ຫາກໍ່ເສັງເຂົ້າມາວິທະຍາໄລ ເພື່ອມາຊ່ວຍລາວໃນເຮືອນພັກManlaiyueແລະສະແດງວ່າລາວຈະເປັນຜູ້ຮັບຜິດຊອບຄ່າຮຽນວິທະຍາໄລທັງໝົດຂອງນັກສຶກສາ. ຫືເຢັນຊົນ ເວົ້າວ່າ:"ເນື່ອງຈາກວ່າຄອບຄົວຂອງຂ້ອຍກໍ່ເປັນຄວາມທຸກຍາກໃນແຕ່ກ່ອນ, ຂ້ອຍຄິດວ່າຄົນທີ່ມີຄວາມທຸກຍາກຍັງຈໍາເປັນຕ້ອງໄດ້ຊ່ວຍເຫຼືອເຊິ່ງກັນແລະກັນ."

ໃນເວລາບໍ່ຮອດ 2 ປີ, ເຮືອນພັກຂອງຫືເຢັນຊົນ ໄດ້ສະສົມຊື່ສຽງທີ່ດີໃນບັນດາລູກຄ້າ, ລູກຄ້າບາງຄົນທີ່ມາຈາກຕົວເມືອງທີ່ພະທະນາໄດ້ໂພດຮູບພາບທີ່ເຮືອງພັກຂອງລາວໃນສື່ສັງຄົມ,ກໍ່ໄດ້ດຶງດູດນັກທ່ອງທ່ຽວມາບ້ານຊີແບເພື່ອປະສົບການຊີວິດການເປັນຢູ່ຂອງຊົນນະບົດຫຼາຍກວ່າເກົ່າ.

ທ່ານເຮີຊິນໄຫໄດ້ຮັບນາມະກຽດ "ທະຫານບຳນານທີ່ສວຍງາມທີ່ສຸດໃນແຂວງຢຸນນານ" ໃນປີ 2020. ໃນຕົ້ນປີ 2004, ລາວມີຄວາມຄິດທີ່ກັບຄືນເມືອບ້ານເກີດເມືອງນອນຕົນເພື່ອພັດທະນາການທ່ອງທ່ຽວຊົນນະບົດ, ແຕ່ຍ້ອນຂາດທຶນຮອນແລະພື້ນຖານໂຄງລ່າງບໍ່ພຽງພໍໃນເວລານັ້ນ, ການພັດທະນາແມ່ນຂ້ອນຂ້າງຊ້າ. ມາຮອດເດືອນສິງຫາປີ 2015, ເຮີຊິນໄຫໄດ້ກັບຄືນບ້ານເກີດໄດ້ຈັດຕັ້ງບໍລິສັດຈຳກັດພັດທະນາການທ່ອງທ່ຽວກະສິກຳຕີຊິ້ນຊຽງເກີຫຼີລະລາປຸ່ງລົງແລະນຳພາຊາວໜຸ່ມທີ່ຫວ່າງງານໃນບ້ານເກີດ,

ເຊິ່ງໄດ້ປະກອບທຸລະກິດຫຼາຍດ້ານເຊັ່ນ:ບໍລິການໃຫ້ຄຳປຶກສາດ້ານການທ່ອງທ່ຽວ, ການຊື້, ປຸງແຕ່ງ, ແລະການຂາຍຜະລິດຕະພັນພິເສດກະສິກໍາ.

图片 4

ທ່ານເຮີຊິນໄຫງສະແດງໃຫ້ຮູ້ວ່າ: ໃນໄລຍະທີ່ບໍລິສັດກໍາລັງພັດທະນາ, ຍັງບໍ່ຫຼົງລືມຊາວບ້ານເຮົາ, ປະຈຸບັນ, ບໍລິສັດຂອງລາວມີພະນັກງານ 20 ຄົນ, ເຊິ່ງລ້ວນແຕ່ມາຈາກບ້ານຂອງລາວ, ສ່ວນຫຼາຍແມ່ນເຍົາວະຊົນທີ່ກັບບ້ານ. 

图片 5


初冬时节,走进维西县塔城镇启别村,古朴的民居掩映在高大的栗子树和核桃树下,金黄的树叶随风飘落。即使入冬,来到这里也能看到“步步是景、处处是画”,令人赏心悦目、心旷神怡的美景。

图片 1

近年来,迪庆州维西县塔城镇依托独具特色的山水、文化资源,大力发展乡村旅游,鼓励有条件的村民开办民宿。启别村充分利用优美的自然风光、多元的民族文化等资源,按照“村庄变景点、田园变公园、民房变民宿、村民变演员”的发展思路,因势利导建设民宿,将独特的自然景观与民族文化创新融合,大力发展文旅产业。

图片 2

和艳群是塔城镇启别村慢来悦民宿的老板娘。2015年,由于母亲重病瘫痪,在外打工的和艳群选择回到家乡照顾母亲,她家也因病致贫被评为建档立卡户。在和艳群一家通过政府帮扶措施逐步脱离贫困的这几年,启别村的乡村旅游也不断发展起来,和艳群便有了在家一边开民宿一边照顾母亲的想法。

图片 3

于是,经过前期筹备,融入了纳西族建筑特色的慢来悦民宿于2022年3月开始试营业,开业不到四个月便迎来了客流高峰。和艳群介绍,客人多的时候,慢来悦民宿每两天开一场篝火晚会,有时还会根据客人需要请来当地的非遗传承人为客人表演。去年,和艳群招了村里一个刚考上大学的准大学生到民宿帮忙,并表示将一直供他读完大学。“因为我们家也是从贫困中走出来的,我觉得有困难的人还是需要相互帮忙。”

在短短两年不到的时间里,和艳群的民宿已经在客人中积累了良好的口碑,一些从一线城市来到慢来悦民宿的客人在社交媒体发布住宿体验照片后,吸引越来越多的人来到启别村体验乡村生活。

和新海于2020年被评为“云南省最美退役军人”,早在2004年他就有了回乡发展乡村旅游的想法,但苦于当时资金匮乏和基础建设跟不上,发展相对缓慢。直到2015年8月,和新海回乡带领家乡待业青年创立了迪庆香格里拉腊普茸农旅开发有限公司,融合了旅游咨询服务、农特产品收购与加工、销售等多项业务。

图片 4

和新海表示,企业发展的同时不能忘记乡亲们,目前,他的公司有固定员工20名,全都来自村里,大部分是返乡青年。

图片 5


[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

11/21

11:12

ແບ່ງປັນ

ແປ
翻译