ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ທະນາຄານອຸດສາຫະກຳ ແລະການຄ້າຈີນສາຂານະຄອນຫຼວງວຽງຈັນໄດ້ຈັດພິທີຢູ່ນະຄອນຫຼວງວຽງຈັນລາວ, ເພື່ອເປີດບໍລິການຊຳລະສະສາງເງິນຢວນຢ່າງເປັນທາງການ. ມີທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ທ່ານບຸນເຫຼືອ ສິນໄຊວໍຣະວົງ ຜູ້ອຳນວຍການໃຫຍ່ທະນາຄານແຫ່ງສປປ ລາວ, ທ່ານຫວາງຊ້າງ ອຸປະທູດສະຖານທູດຈີນປະຈຳລາວ ແລະທ່ານຈ່າງເຫວີຍອູ ຮອງຜູ້ອຳນວຍການໃຫຍ່ທະນາຄານອຸດສາຫະກຳ ແລະການຄ້າຈີນໄດ້ເຂົ້າຮ່ວມ.
ທ່ານຫວາງຊ້າງກ່າວວ່າ: ການເປີດການບໍລິການຊຳລະສະສາງເງິນຢວນຢູ່ລາວຈະເຮັດໃຫ້ການຮ່ວມມືດ້ານການເງິນລະຫວ່າງສອງປະເທດລົງສູ່ລວງເລິກຕື່ມອີກ.
ທ່ານຈ່າງເຫວີຍອູກ່າວວ່າ: ການສ້າງຕັ້ງທະນາຄານຊຳລະສະສາງເງິນຢວນແຫ່ງສປປ ລາວແມ່ນຂີດໝາຍທີ່ສຳຄັນໃນການຮ່ວມມືດ້ານການເງິນລະຫວ່າງຈີນ-ລາວ, ຈະຊຸກຍູ້ອົງການການເງິນຂອງສອງປະເທດລົງເລິກການຮ່ວມມື, ບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ໃນພິທີດັ່ງກ່າວ, ທະນາຄານທ້ອງຖິ່ນຂອງລາວຈຳນວນ 7 ແຫ່ງ ເຊັ່ນ: ທະນາຄານແລະການຄ້າຕ່າງປະເທດລາວ ແລະອື່ນໆໄດ້ເຊັນສັນຍາຊຳລະສະສາງກັບທະນາຄານອຸດສາຫະກຳ ແລະການຄ້າຈີນສາຂານະຄອນຫຼວງວຽງຈັນ.
ຕາມຂ່າວແຈ້ງໃຫ້ຮູ້ວ່າ: ທະນາຄານຊຳລະສະສາງເງິນຢວນແຫ່ງສປປ ລາວແມ່ນໄດ້ຮັບການມອບສິດຈາກທະນາຄານປະຊາຊົນຈີນໃຫ້ສ້າງຕັ້ງຂຶ້ນໂດຍທະນາຄານອຸດສາຫະກຳ ແລະການການຄ້າຈີນສາຂານະຄອນຫຼວງວຽງຈັນ, ໄດ້ກາຍເປັນທະນາຄານຊຳລະສະສາງເງິນຢວນແຫ່ງທີ 5 ທີ່ຈີນສ້າງຕັ້ງຂຶ້ນຢູ່ອາຊີຕາເວັນອອກສຽງໃຕ້.
中国工商银行万象分行日前在老挝首都万象举办仪式,正式启动人民币清算行服务。老挝总理宋赛、老挝央行行长本勒、中国驻老挝大使馆临时代办王畅、中国工商银行副行长张伟武等出席仪式。
王畅致辞表示,老挝人民币清算行服务的启动将进一步深化两国金融领域合作。
张伟武表示,老挝人民币清算行的设立,是中老金融合作的重要里程碑,将进一步便利中老双边贸易的本币结算,有效提升资金循环质量,带动技术、人才等要素高效流动,推动两国金融机构深入合作,实现互利共赢。
在仪式上,老挝外贸银行等7家老挝本地银行分别与中国工商银行万象分行签署清算协议。
据悉,老挝人民币清算行由中国人民银行授权中国工商银行万象分行担任,成为中国在东南亚设立的第5家人民币清算行。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
10/26
09:23
— ແບ່ງປັນ —