ໄປເກັບໝາກຈອງເດີ! ໃນວັນເສົານີ້ ງານບຸນເກັບໝາກຈອງ ເປົາຈູ່ ຄັ້ງທີ 11 ຂໍເຊີນທຸກທ່ານມາຫຼີ້ນມ່ວນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ດອກໄມ້ເປັ່ງບານໃນເດືອນມີນາ, ອອກໝາກໃນເດືອນກັນຍາ,ເປັນລະດູອອກໝາກຈອງ ເປົາຈູ່ ປະຈໍາປີອີກຄັ້ງ.ວັນທິ 20 ກັນຍານີ້, ນັກຂ່າຮັບຮູ້ຈາກກອງປະຊຸມແຈ້ງຂ່າວຂອງ“ບຸນຄູນເຂົ້າຊາວກະສິກອນຈີນ”ແລະ ງານບຸນເກັບໝາກຈອງ ເປົາຈູ່ ຂອງເຂດຊຸມຊົນວ້ານຊີ່ຄັ້ງທີ 11 ທີ່ເປັນໜຶ່ງໃນກິດຈະກໍາຂະບວນກ່ຽວກັບວັດທະນະທໍາອິນເຕີເນັດຄັ້ງທີ່ 2 ຂອງເຂດເສີນກ້ອງ·ແຂວງຢຸນນານໃນປີ 2023 ວ່າ, ງານບຸນເກັບໝາກຈອງ ເປົາຈູ່ ຂອງບ້ານວ້ານຊີ່ຈ່ອງຄັ້ງນີ້ຈະຈັດຂຶ້ນຢູ່ບ້ານ ວ້ານຊີ່ຈ່ອງ ຖະໜົນ ອູເຈ່ຍຢີງເຂດເສີນກ້ອງໃນວັນທິ 23 ກັນຍານີ້, ໃນໄລຍະນີ້, ຈະມີກິດຈະກໍາ 11 ລາຍການພາທ່ານໄປ“ຊອກຫາຂຸມຊັບ”ຂອງໝາກຈອງ ເປົາຈູ່.

1

ກອງປະຊຸມແຈ້ງຂ່າວໄດ້ແນະນໍາສະພາບການກະກຽມແລະຈຸດເດັ່ນຂອງກິດຈະກຳທີ່ກ່ຽວຂ້ອງຂອງ “ງານບຸນເກັບໝາກຈອງ ເປົາຈູ່ ຂອງເຂດຊຸມຊົນວ້ານຊີ່ຈ່ອງ”ຄັ້ງນີ້. ຕາມການແນະນໍາວ່າ, ງານບຸນເກັບໝາກຄັ້ງນີ້ຈະປະກອບດ້ວຍສາມພາກໃຫຍ່ ແລະ ສິບເອັດກິດຈະກໍາ, ກິດຈະກໍາຕ່າງໆຫຼາກຫຼາຍແລະມີສີສັນ, ເນື້ອໃນແປກໃໝ່ແລະມີເອກະລັກສະເພາະຕົວ, ໃນນັ້ນລວມງານລ້ຽງ ວ້ານຊີ່ ທີ່ນະວັດຕະກໍາໃໝ່, ຊາລອນຟົລັມ, ການເລືອກໝາກຈອງໃຫຍ່ທີ່ສຸດ, ປະສົບການວັດທະນະທໍາການກະເສດ, ກິດຈະກໍາສະເຫຼີມສະຫຼອງຮ່ວມກັນ, ຕະຫຼາດ ວ້ານຊີ່, ການອ່ານໜຶງສືຢູ່ຫ້ອງ ມໍ່ລູ ແລະ ອື່ນໆ.

2

ໃນຊາລອນຟົລັມ, ເຂດເສີນກ້ອງຈະຂໍ້ເຊີນບັນດານັກວິສາຫະກິດທ້ອງຖິ່ນທີ່ມີຊື່ສຽງໃນຂົງເຂດ“ກະສິກໍາ, ວັດທະນະທໍາ, ການທ່ອງທ່ຽວ ແລະ ການຄ້າ”, ຮ່ວມເລົ່າການພັດທະນາອຸດສາຫະກໍາດ້ານໝາກຈອງ ເປົາຈູ່ ພາຍໃຕ້ຫົວຂໍ້ວ່າການພັດທະນາເຂດຊຸມຊົນວ້ານຊີ່ຈ່ອງ ແລະ ການສ້າງຄວາມຮັ່ງມີໃຫ້ຊາວບ້ານ, ພ້ອມກັນແນະນໍາທ່າແຮງຂອງຖະໜົນອູເຈ່ຍຢິງໃນດ້ານທີ່ຕັ້ງພູມສານຖານແລະຄົມມະນາຄົມ, ບຸກຄະລາກອນ, ການພັດທະນາອຸດສາຫະກໍາ, ຊັບພະຍາກອນການສຶກສາ, ການພັດທະນາເຂດທຸລະກິດ,ແລະການບໍລິໂພກ, ເຊື້ອເຊີນບັນດານັກວິສາຫະກິດໄປລົງທຶນ ແລະ ລົງຫຼັກປັກຖານຢູ່ເຂດເສີນກ້ອງ ແລະ ຖະໜົນອູເຈ່ຍຢີງຢ່າງຈິງໃຈ.

3

ສິ່ງທີ່ບໍ່ຍົກບໍ່ໄດ້ແມ່ນເຂດເສີນກ້ອງຍັງອີງຕາມຊັບພະຍາກອນດ້ານພູມສັນຖານທີ່ເປັນເອກະລັກສະເພາະຂອງເຂດຊຸມຊົນ ວ້ານຊີ່ຈ່ອງ, ເຊື່ອມໂຍງເຂົ້າກັບແນວຄວາມຄິດການພັດທະນາ“ກິລາ+ການທ່ອງທ່ຽວ+ວັດທະນະທໍາ”ຢ່າງເຕັມສ່ວນ, ໃນໄລຍະຈັດຂຶ້ນງານບຸນເກັບໝາກຈອງຄັ້ງນີ້, ຍັງຈັດຂຶ້ນເກມຊຸມຊົນເຂດເສີນກ້ອງປີ 2023 ແລະ ການແຂ່ງຂັນລົດຖີບໃນ“ງານບຸນເກັບໝາກຈອງ ເປົາຈູ່ ຂອງເຂດຊຸມຊົນວ້ານຊີ່ຈ່ອງ”, ຍິນດີຕ້ອນຮັບພົນລະເມືອງລົງທະບຽນແລະເຂົ້າຮ່ວມ.

4

ຕາມຂ່າວວ່າ,ຂດຊຸມຊົນວ້ານຊີ່ຈ່ອງເຂດເສີນກ້ອງເປັນພື້ນທີ່ປູກຫຼັກຂອງ“ໝາກຈອງ ເປົາຈູ່ ຂອງເຂດເສີນກ້ອງ”ເຊິ່ງເປັນຜະລິດຕະພັນກະເສດທີ່ເປັນເຄື່ອງໝາຍພູມສາດແຫ່ງຊາດ, ເນື້ອທີ່ການປູກ 4.750 ມູ້, ປະລິມານລວມການຜະລິດປະຈໍາປີເຖິງ7.000ໂຕນ, ຍອດມູນຄ່າການຂາຍໝາກຈອງປະຈໍາເກືອບ20ລ້ານຢວນ. 

5

ຖືເອົາໝາກຈອງເປັນສື່ສານ, ຜ່ານບຸນງານຜູກມັດກັນ, ວັນເສົານີ້, ງານລ້ຽງ“ໝາກຈອງ ເປົາຈູ່”ທີ່ປະກອບດ້ວຍຄວາມເປິ່ງເຫັນ,ຄວາມຍິນຟັງ, ຄວາມຊີມລົດ ແລະ ຄວາມຮູ້ສຶກຖ້າທຸກທ່ານມາຫຼີ້ນມ່ວນ.

6

ຄູ່ມືການຈະລາຈອນ:

1. ການເດີນທາງດ້ວຍຂັບລົດເອງ: ຄົ້ນຫາແຜນທີ່ອອນໄລນ໌ສໍາລັບ "ພື້ນທີ່ປະຕິບັດການສຶກສາດ້ານແຮງງານນອກວິທະຍາເຂດເສີນກ້ອງ", ແລະປະຕິບັດຕາມນໍາທາງອອນໄລໄປ, ຢູ່ໃກ້ໆມີບ່ອນຈອດລົດ, ທ່ານຄົ້ນຫາ "ຟາມ ອຸກູລຽງທຽນ" ຢູ່ໃນແຜນທີ່ກໍ່ໄດ້ແລ້ວ.

2.ການເດີນທາງດ້ວຍລົດເມ: ຂຶ້ນລົດເມໝາຍເລກ 223 ແລະລົງທີ່ສວນອຸດສາຫະກຳຂໍ້ມູນຂ່າວສານຂອງເຂດເສີນກ້ອງ, ແລ້ວຍ່າງ833ແມັດກໍ່ເຖິງເຂດຊຸນຊົນວ້ານຊີ່ຈ່ອງ.

昆明信息港讯 记者张楠 三月花,九月果,又是一年一度宝珠梨挂果的季节。9月20日,记者从2023年云南·呈贡第二届网络文化节系列活动之“中国农民丰收节”暨第十一届“万溪宝珠梨采摘节”新闻发布会上了解到,本届“万溪宝珠梨采摘节”将于9月23日在呈贡区吴家营街道万溪冲社区正式拉开帷幕,期间,将有十一项活动带你“探秘”宝珠梨。

1

新闻发布会上发布了本届“万溪宝珠梨采摘节”相关活动筹备情况及特色亮点。据介绍,本届采摘节由三大板块、十一项活动内容构成,活动丰富多彩,内容新颖别致,其中包括创意万溪宴、沙龙论坛、梨王评选、农耕文化体验、联谊活动、万溪大集、默庐读书会等。

2

在沙龙论坛上,呈贡区将邀请本地“农、文、旅、商”领域的知名企业家,结合万溪冲乡村发展、百姓致富等话题,共话万溪冲宝珠梨产业发展,并将根据吴家营街道地理交通、人才、产业发展、教育资源、商圈发展、消费等优势进行推介,诚挚邀请各企业家到呈贡、吴家营街道投资兴业。

3

值得一提的是,呈贡区还依托万溪冲独特的地理资源条件,充分融合“体育+旅游+文化”的发展理念和思路,将在本届采摘节期间举办呈贡区2023年社区运动会暨“万溪宝珠梨采摘节”自行车环保骑行赛,欢迎广大市民踊跃报名参加。

4

据悉,呈贡万溪冲社区是国家地理标志农产品“呈贡宝珠梨”的核心种植区,种植面积4750亩,年产量达7000吨,每年鲜果销售额近2000万元。

5

以梨为媒,以节结缘,本周六,一场集视觉、听觉、味觉、 感觉于一体的“宝珠梨”盛宴等你来“嗨”。

6

交通指南:

1.自驾出行:地图搜索“呈贡区校外劳动教育实践基地”,并跟随导航前往,附近设有停车场,可地图搜索“五谷良田农场”即可。
2.公交出行:乘坐223路公交至呈贡信息产业园下车后,步行833米可到达万溪冲社区,再步行1.8公里可到达活动会场。

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:XuTing]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

09/21

17:35

ແບ່ງປັນ

ແປ
翻译