ສະຖານີດ່ານສາກົນ ບໍ່ເຕັນທາງລົດໄຟລາວ-ຈີນໄດ້ຮ່ວມກັນດຳເນີນການຊ້ອມຮົບສຸກເສີນກັບຫຼາຍກວ່າ 10 ພາກສ່ວນຂອງລາວ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວເວລາ)ວັນທີ 30 ສິງຫານີ້,ສະຖານີດ່ານສາກົນ ບໍ່ເຕັນທາງລົດໄຟລາວ-ຈີນໄດ້ຮ່ວມກັນດຳເນີນການຊ້ອມຮົບສຸກເສີນກັບ10ກວ່າພາກສ່ວນຂອງລາວລວມທັງພະແນກສາທາລະນະສຸກ,ຫ້ອງການພົວພັນກັບຕ່າງປະເທດ,ຕຳຫຼວດກວດກາຊາຍແດນ,ດ່ານພາສີ,ໂຮງໝໍເຂດເສດຖະກິດພິເສດບໍ່ເຕັນໄດ້ດຳເນີນການຊ້ອມຮົບສຸກເສີນໃນສະຖານີດ່ານສາກົນ ບໍ່ເຕັນທາງລົດໄຟລາວ-ຈີນ ເພຶ່ອປ້ອງກັນພະຍາດກະທັນຫັນແລະພະຍາດຕິດເຊື້ອຂອງຜູ້ໂດຍສານ.

ການຊ້ອມຮົບສຸກເສີນດັ່ງກ່າວໄດ້ສຸມໃສ່ວິທີການປະຕິບັດການປະຖົມພະຍາບານຊົ່ວຄາວ, ການປິ່ນປົວໄວ,ການປະສານງານຂອງຫຼາຍພາກສ່ວນ, ການສື່ສານຫຼາຍພາສາ ແລະ ສະພາບອື່ນໆທີ່ອາດຈະເກີດຂຶ້ນກັບຜູ້ໂດຍສານເຊັ່ນ: ເປັນລົມຢ່າງກະທັນຫັນ ແລະ ພະຍາດຕິດເຊື້ອ ໃນສະຖານີ ແລະ ລົດໄຟໂດຍສານສາກົນທາງລົດໄຟລາວ-ຈີນ.

ໃນໄລຍະການຊ້ອມຮົບສຸກເສີນ, ທຸກຝ່າຍຖືວ່າການຊ້ອມຮົບຄັ້ງນີ້ເປັນເຫດການຕົວຈິງ, ໄດ້ເຂົ້າຮ່ວມຂະບວນການທັງໝົດຢ່າງລະມັດລະວັງແລະຢ່າງເອົາໃຈໃສ່,ແລະ ໄດ້ຄົ້ນຄວ້າ ແລະ ນຳໃຊ້ວຽກງານຮັບປະກັນຕ່າງໆຂອງໂຄງການຝຶກຊ້ອມ, ວຽກງານທີ່ໄດ້ຮັບມອບໝາຍ, ປັບປຸງຂະບວນການ, ຊີ້ແຈງການແບ່ງໜ້າທີ່ຮັບຜິດຊອບ,ສ້າງແຜນການທີ່ສອດຄ່ອງ ແລະ ການປະກອບຄໍາຄິດຄໍາເຫັນຕາມການເຊື່ອມໂຍງຂະບວນການທັງໝົດ.

ໂດຍຜ່ານການຊ້ອມຮົບສຸກເສີນຄັ້ງນີ້, ສ້າງຕັ້ງ ແລະ ປັບປຸງກົນໄກປົກປັກຮັກສາສຸກເສີນເປັນປົກກະຕິຂ້າມອຸດສາຫະກໍາຕື່ມອີກ, ໄດ້ການປະສານງານ ແລະ ການເຊື່ອມໂຍງ ແລະ ຄວາມສາມາດຮັບມືສຸກເສີນລະຫວ່າງສະຖານີລົດໄຟລາວ-ຈີນ ກັບ ຕຳຫຼວດ, ໂຮງໝໍ, ການທົດສອບ,ກັກກັນແລະພາກສ່ວນອື່ນໆ.ໄດ້ສະສົມປະສົບການປະຕິບັດອັນລ້ຳຄ່າໃຫ້ແກ່ທາງລົດໄຟລາວ-ຈີນ ແລະ ພາກສ່ວນ ແລະ ໜ່ວຍງານທ້ອງຖິ່ນທີ່ກ່ຽວຂ້ອງເພື່ອຮັບມືກັບການສົ່ງຂໍ້ມູນການເຈັບເປັນຢ່າງກະທັນຫັນຂອງຜູ້ໂດຍສານຢ່າງປອດໄພ,ກວດພະຍາດລ່ວງໜ້າໄດ້ໄວ ແລະ ການປິ່ນປົວທີ່ຖືກຕ້ອງ.

8月30日,中老铁路老挝磨丁口岸站联合老挝琅南塔省卫生、外事办公厅、边检警察、海关、磨丁特区医院等10余个部门在磨丁口岸站开展旅客突发疾病、传染性疾病紧急处置的应急演练。

演练重点围绕在车站和中老铁路国际旅客列车上,乘客可能发生的突发昏厥、传染病等情况,如何开展好临时急救、快速处置、多部门协调联动、多种语言沟通等情景进行综合演练,具有较强的针对性。

在演练中,所有人员都把此次演习当成了真实发生的事件,一丝不苟地认真参与全过程,并对演练项目的各项保障工作进行了研究部署,布置任务、修订流程、明确职责分工,并根据所有的环节,制订了相应的方案和处理意见。

通过这次演练,进一步建立健全跨行业、常态化的应急保障机制,提升了中老铁路站车与警察、医院、检验、检疫等部门协调联动能力和应急处置能力,为老中铁路及地方各有关部门和单位稳妥处置旅客突发疾病的信息传递、快速预诊、准确救治等方面积累了宝贵的实战经验。

[ບັນນາທິການ:ເວລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

09/06

10:31

ແບ່ງປັນ

ແປ
翻译