ທາງລົດໄຟລາວ-ຈີນເປີດນໍາໃຊ້ຄົບ 20 ເດືອນ ໄດ້ສົ່ງຜູ້ໂດຍສານ19 ລ້ານກວ່າເທື່ອຄົນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນທິ 4 ສິງຫານີ້, ນັກຂ່າວໄດ້ຮັບຮູ້ຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງ ຈໍາກັດວ່າ, ຈົນຮອດວັນທິ 3 ສິງຫານີ້, ທາງລົດໄຟລາວ-ຈີນເປີດນໍາໃຊ້ຄົບ 20 ເດືອນ, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານໄດ້ຍົກສູງຄຸນນະພາບ ແລະ ເພີ່ມຈໍານວນ, ໝົດສາຍໄດ້ສົ່ງຜູ້ໂດຍສານ19 ລ້ານກວ່າເທື່ອຄົນ, ແລະສົ່ງສີນຄ້າຫຼາຍກວ່າ 23 ລ້ານໂຕນ, ກາຍເປັນຊ່ອງທາງທອງຄໍາລະຫວ່າງຊາດທີ່ເຊື່ອມໂຍງພາຍໃນ ແລະ ຕ່າງປະເທດ, ຂະຫຍາຍການພັດທະນາສູ່ປະເທດອ້ອມຂ້າງ, ຊ່ວຍເຫຼືອເຊິ່ງກັນແລະກັນ, ມິຄວາມປອດໄພແລະປະສິດທິຜົນ.

ນັບແຕ່ທາງລົດໄຟລາວ-ຈີນເປີດນໍາໃຊ້ຢ່າງເປັນທາງການໃນວັນທິ 3 ທັນວາ ປີ 2021, ພາກສ່ວນທາງລົດໄຟຈີນແລະລາວຮ່ວມກັນຮັກສາແລະບໍລິການລົດໄຟລາວ-ຈີນໄດ້ດີ, ຈັດແລ່ນຂະບວນລົດໄຟຜູ້ໂດຍສານສາກົນ, ສືບຕໍ່ປັບປຸງການເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດງ, ຍູ້ແຮງສ້າງເສັ້ນທາງແຫ່ງການພັດທະນາ, ຄວາມສຸກ ແລະ ມິດຕະພາບລະຫວ່າງປະຊາຊົນລາວ-ຈີນ. ນັບແຕ່ປີນີ້ຜ່ານມາ, ອີງຕາມການປ່ຽນແປງຂອງກະແສຜູ້ໂດຍສານຂອງທາງລົດໄຟຈີນ-ລາວ, ພາກສ່ວນທາງລົດໄຟປັບປຸງການເປີດນໍາໃຊ້ຂະບວນລົດໄຟຜູ້ໂດຍສານ, ຈຳນວນລົດໄຟໂດຍສານສະເລ່ຍຕໍ່ມື້ຈາກ 44 ຖ້ຽວໃນປີ 2022 ເພີ່ມເປັນ 60 ຖ້ຽວ. ເດືອນມັງກອນຫາເດືອນກໍລະກົດປີນີ້, ໝົດສາຍໄດ້ຂົນສົ່ງຜູ້ໂດຍສານ 10,17ລ້ານເທື່ອຄົນ, ເພີ່ມຂຶ້ນ 5,4 ລ້ານເທື່ອຄົນ ແລະ 113.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ວັນທິ 13 ເມສານີ້, ຂະບວນລົດໄຟຜູ້ໂດຍສານສາກົນທີ່ເດີນທາງຈາກສະຖານີຄຸນໝິງໃຕ້ ແລະ ສະຖານີນະຄອນຫຼວງວຽງຈັນຜ່ານເສັ້ນທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ເດີນທາງຫາກັນ; ນັບແຕ່ວັນທິ 25 ກໍລະກົດນີ້, ເວລາແລ່ນໝົດສາຍຂອງຂະບວນລົດໄຟຜູ້ໂດຍສານສາກົນໄດ້ຫຼຸດສັ້ນຫຼາຍກວ່າ 1 ຊົ່ວໂມງ, ຈາກຄຸນໝິງໄປນະຄອນຫຼວງວຽງຈັນສະດວກກວ່າ.

ຕໍ່ໄປ, ພາກສ່ວນທາງລົດໄຟຈະຈັດຕັ້ງເປີດນໍາໃຊ້ຂະບວນລົດໄຟສາກົນຂົນສົ່ງສິນຄ້າຂະໜາດໃຫຍ່ຜ່ານທາງລົດໄຟລາວ-ຈີນ, ເລັ່ງລັດຊຸກຍູ້ປະຕິບັດດໂຄງການຂະຫຍາຍຕົວຄວາມສາມາດຂອງດ່ານທາງລົດໄຟບໍ່ຫານ, ສ້າງຜົນກະທົບເຕົ້າໂຮມແຫຼ່ງສິນຄ້າຫຼາຍຂຶ້ນ; ສ້າງກົນໄກການຂົນສົ່ງຮ່ວມມືຫຼາຍວິທີຜ່ານທາງລົດໄຟຈີນ-ລາວ-ໄທ, ຊຸກຍູ້ສະຖານີນະຄອນຫຼວງວຽງຈັນໃຕ້ບໍລິການຢ່າງປົກກະຕິ, ແລະ ສົ່ງເສີມການຂົນສົ່ງສິນຄ້າຂ້າມຊາຍແດນຜ່ານທາງລົດໄຟລາວ-ຈີນເຕີບໂຕຢ່າງໝັ້ນທ່ຽງ.


 昆明信息港讯(昆明日报 记者王绍芬 通讯员黄再云 王洪伟)8月4日,记者从中国铁路昆明局集团有限公司获悉,截至8月3日,中老铁路开通20个月,客货运输提质增量,全线累计发送旅客超1900万人次、货物2300多万吨,成为联通内外、辐射周边、双向互济、安全高效的国际黄金大通道。 

  中老铁路自2021年12月3日开通运营以来,中老两国铁路部门切实把中老铁路维护好、运营好,组织开行国际旅客列车,持续优化跨境货物列车开行,倾力打造中老人民的发展路、幸福路、友谊路。今年以来,铁路部门根据中老铁路客流变化情况,优化客运供给,日均开行客车由2022年的44列增加至60列。今年1月至7月,全线累计发送旅客1017万人次,同比增加540万人次、增长113.4%。4月13日,中老铁路从昆明南站、万象站双向对开国际旅客列车;7月25日起,国际旅客列车全程运行时间压缩了1个多小时,昆明至万象更通畅、更便捷。

  下一步,铁路部门将组织开行中老铁路大宗物资国际班列,加快推进磨憨铁路口岸扩能改造工程,形成更大货源集聚效应;建立中老泰铁路多式联运机制,推进万象南换装站常态化运营,促进中老铁路跨境货物运输稳步增长。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

08/09

14:23

ແບ່ງປັນ

ແປ
翻译