ມາຈາກ:
(ສະບາຍດີ ນັກຂ່າວຄຳປະເສີດ)ແຂວງໄຊສົມບູນໄດ້ຮັບການສ້າງຕັ້ງເປັນເຂດພິເສດໃນປີ ຄສ 1994 ແລະ ສ້າງຕັ້ງເປັນແຂວງໃໝ່ໃນປີ ຄສ 2014, ຕັ້ງຢູ່ເຂດພູດອຍລະຫວ່າງແຂວງວຽງຈັນ ແລະ ແຂວງຊຽງຂວາງ.
ແຂວງໄຊສົມບູນໄດ້ເປີດໃຫ້ນັກທ່ອງທ່ຽວພາຍນອກໄດ້ເຂົ້າມາທ້ອງທ່ຽວໃນທ້າຍປີ ຄສ 2015. ແຂວງໄຊສົມບູນມີພູທີ່ສູງທີ່ສຸດໃນປະເທດລາວ, ວັດວາອາຮາມບູຮານ ແລະ ຄວາມມະຫັດສະຈັນທໍາມະຊາດທີ່ບໍລິສຸດ ແລະ ສະຫງ່າງາມ - ທົ່ງຫຍ້າ ພູຫົວໂລ້ນ.
ເມື່ອທ່ານມາຮອດ ພູຫົວໂລ້ນ, ທ່ານຈະຮູ້ສຶກວ່າທ່ານຢູ່ໃນທົ່ງຫຍ້າທີ່ກວ້າງຂວາງປຽບເໝືອນປະເທດນິວຊີແລນ. ທົ່ງຫຍ້າແຫ່ງນີ້ແມ່ນໜ້າສົນໃຈສຳລັບທິວທັດທີ່ງຽບສະຫງົບ ແລະ ກວ້າງຂວາງ.
ໃນທົ່ງຫຍ້າ ພູຫົວໂລ້ນ, ເປັນທົ່ງຫຍ້າທີ່ກວ້າງໃຫຍ່ ແລະ ກວ້າງຂວາງໄປຮອດທ້ອງຟ້າ ແລະ ຫຍ້າຂຽວງາມ ປະສົມກັບທ້ອງຟ້າສີຟ້າເປັນຮູບພາບທີ່ສວຍງາມ.
ບໍ່ວ່າຈະເດີນທາງຄົນດຽວຫຼືກັບພີ່ນ້ອງແລະຫມູ່ເພື່ອນ, ທົ່ງຫຍ້າ ພູຫົວໂລ້ນເປີດໃຫ້ທ່ານມີໂອກາດໄດ້ເຂົ້າໃກ້ກັບທໍາມະຊາດຫລາຍ .ຢູ່ທີ່ນີ້,ທ່ານ ສາມາດຢູ່ຫ່າງໄກຈາກສຽງດັງຂອງຕົວເມືອງ,ຫາຍໃຈເອົາອາກາດສົດ ແລະ ມີຄວາມຮູ້ສຶກເຖິງສະເໜ່ຂອງທຳມະຊາດ.
ເມື່ອມາຮອດຕອນກາງຄືນ,ທ້ອງຟ້າທີ່ເຕັມໄປດ້ວຍດວງດາວໄດ້ເບີກບານຢູ່ໃນທົ່ງຫຍ້າ ພູຫົວໂລ້ນ. ໃນທ້ອງຟ້າໃນຕອນກາງຄືນທີ່ຈະແຈ້ງ, ດວງດາວຖືກກະແຈກກະຈາຍຄ້າຍຄືເພັດຢູ່ເທິງຜ້າສີດຳ. ເມື່ອນອນຢູ່ເທິງຫຍ້າ ແລະ ແນມເບິ່ງດວງດາວ,ເຈົ້າຈະຮູ້ສຶກວ່າບໍ່ມີຂອບເຂດຂອງຈັກກະວານ.
ທົ່ງຫຍ້າ ພູຫົວໂລ້ນ ເປັນໄຂ່ມຸກທີ່ຍັງບໍ່ທັນຄົ້ນພົບໃນປະເທດລາວ. ຢູ່ທີ່ນີ້,ພະລັງງານ ແລະ ຄວາມງາມຂອງທໍາມະຊາດຈະຊ່ວຍໃຫ້ທ່ານມີຄວາມພູກພັນກັບໂລກ ແລະ ພົບກັບສະຫງົບສຸກ ແລະ ຄວາມສົມດູນຂອງຈິດໃຈ.
赛松本省,1994年被设为行政特区,2014年成立为新省份,位于万象省与川矿省之间的山区。
2015年底左右赛松本才向外界游客开放,赛松本有着老挝境内最高的山峰,有着古老的古寺庙,还有着纯净而壮美的自然奇观——华龙山草原。
来到华龙山仿佛置身于新西兰的广袤牧场,这片草原以其宁静和宽阔的景色令人心驰神往。
在华龙山草原,广袤的草原延展至天际,翠绿的草地与蓝天相融,构成一幅恢宏的画卷。
无论是独自徜徉,还是与亲朋好友相伴,华龙山草原都为您提供了一个与自然亲近的机会。在这里,您可以远离城市的喧嚣,呼吸着新鲜的空气,感受大自然的魅力。
而夜幕降临,星空在华龙山的草原上绽放。清澈的夜空中,繁星点缀,犹如钻石撒落在黑色的绒布上。躺在草地上,仰望星空,您会感受到宇宙的无限。
华龙山草原,是老挝的一颗隐藏明珠,在这里,自然的力量和美丽将会让您重新与世界连接,找回心灵的宁静与平衡。
ນັກຮຽນ 6 ຄົນຈາກຕາແສງບໍ່ຫານໄປຮຽນຢູ່ເມືອງເສີນກົ້ງນະຄອນຄຸນໝິງ
ສະບາຍດີ2023-08-30
ໂຮງຮຽນ, ໂຮງໝໍ,ຄົມມະນາຄົມ...ເຂດ ບໍ່ຫານຈະປັບປຸງການກໍ່ສ້າງພື້ນຖານໂຄງລ່າງຕື່ມອີກ
ສະບາຍດີ2023-08-28
ກິດຈະກຳເວທີປຶກສາຫາລືຂອງເຈົ້າແຂວງກ່ຽວກັບແລວທາງເສດຖະກິດອະນຸພາກພື້ນແມ່ນນໍ້າໄດ້ຈັດຂຶ້ນ
ສະບາຍດີ 2023-08-25
ໃນງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ໄດ້ລົງນາມສັນຍາ 483 ໂຄງການ
ສະບາຍດີ2023-08-24
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
08/31
15:09
— ແບ່ງປັນ —