ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 16 ສິງຫານີ້,ໂດຍໃຊ້ໂອກາດຂອງງານວາງສະແດງສິນຄ້າຈີນອາຊີໃຕ້ຄັ້ງທີ 7,ເຂດ ກວນຕູ້ ນະຄອນຄຸນໝິງໄດ້ຈັດກິດຈະກຳເວທີປຶກສາຫາລືຂອງເຈົ້າແຂວງກ່ຽວກັບແລວທາງເສດຖະກິດອະນຸພາກພື້ນແມ່ນນໍ້າຂອງ ແລະ ກອງປະຊຸມການຮ່ວມມືພາຍໃຕ້ຫົວຂໍ້“ເຂົ້າໄປເຂດ ກວາງຕູ້ ·ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ”.ຫລາຍກວ່າ 100 ຄົນລວມທັງຜູ້ຮັບຜິດຊອບບໍລິສັດຕ່າງປະເທດຈາກມຽນມາ,ລາວ,ກຳປູເຈຍ ແລະ ຫວຽດນາມ,ໄດ້ຮ່ວມສົນທະນາຄວາມມິດຕະພາບກັບກັບບັນດາຜູ້ຮັບຜິດຊອບວິສາຫະກິດທີ່ສຳຄັນຂອງເຂດ ກວາງຕູ້,ຊອກຫາການພັດທະນາຮ່ວມສະແຫວງຫາການຜັດທະນາ,ແລະ ປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າ,ການແລກປ່ຽນວັດທະນະທຳແລະອື່ນໆ.
ໃນມື້ຈັດກິດຈະກຳ,ຜູ້ເຂົ້າຮ່ວມທັງໝົດໄດ້ໄປຢ້ຽມຊົມສະໜາມຫຼວງປະຫວັດສາດ ແລະ ວັດທະນະທຳທີ່ມີຫົວຂໍ້ "ດຽນຢີ 465" ແຂວງຢຸນນານ-ຫວຽດນາມ ແລະ ຫໍແຟຊັ່ນເມືອງການຄ້າສາກົນໃໝ່ ລົມສິດວັນ ເພື່ອສຳຜັດກັບຮີດຄອງປະເພນີວັດທະນະທຳຂອງເຂດກວາງຕູ້ ແລະ ເຂົ້າໃຈການພັດທະນາຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນ.ແຂກຕ່າງປະເທດທີ່ມາຈາກ 4 ປະເທດໄດ້ຊົມສິລະປະການຕັດເຈ້ຍ,ສິລະປະເຄື່ອງປັ້ນດິນເຜົາຊົນເຜົ່າໄຕລື້ ຢຸນນານ ແລະ ເຄື່ອງຫັດຖະກຳອື່ນໆທີ່ມີລັກສະນະຊົນເຜົ່າຂອງແຂວງຢຸນນານຢູ່ເຂດການຄ້າເສລີຈີນ (ຢຸນນານ) ແລະ ຈາກນັ້ນໄດ້ໄປຢ້ຽມຢາມສູນວາງສະແດງສິນຄ້າແລະການຄ້າສາກົນ ແລະ ສູນການຄ້າເອເລັກໂຕຣນິກຖ່າຍທອດສົດຂ້າມຊາຍແດນ.
ຕໍ່ຈາກນັ້ນ,ໃນກອງປະຊຸມແນະນຳວິສາຫະກິດທີ່ສຳຄັນ,ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງເຂດ ກວາງຕູ້ ນະຄອນຄຸນໝິງໄດ້ສຸມໃສ່ແນະນຳເສດຖະກິດທີ່ມີລັກສະນະຂອງເຂດ ກວາງຕູ້ .ຕາມຂ່າວໃຫ້ຊາບວ່າ,ການຈັດກອງປະຊຸມຄັ້ງນີ້ມີຄວາມໝາຍອັນໃຫຍ່ຫຼວງຕໍ່ເຂດ ກວາງຕຸ້ ແລະ ບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ເພື່ອຮ່ວມກັນລົງເລິກການແລກປ່ຽນດ້ານເສດຖະກິດ,ການຄ້າ ແລະ ວັດທະນະທຳສາກົນ,ຊຸກຍູ້ການເປີດປະຕູສູ່ພາຍນອກມີລະດັບສູງ,ຊຸກຍູ້ການເຕີບໂຕເສດຖະກິດຂອງພາກພື້ນ.
昆明信息港讯 记者龙泉积 通讯员王颖 8月16日,借助第7届南博会举办的契机,昆明市官渡区举办大湄公河次区域经济走廊省长论坛活动暨走进官渡·合作共赢交流座谈会。来自缅甸、老挝、柬埔寨、越南4国的外企负责人等100余人与官渡区重点企业负责人共话友谊,共谋发展,探讨经贸合作、人文交流等事宜。
活动当日,全体参会人员参观了“滇忆465”滇越主题历史文化广场和俊发新螺蛳湾国际商贸城时尚潮流馆,感受官渡区的文化风情,了解当地相关特色产业的发展。4国外宾在中国(云南)自贸区国际贸易企业聚集园区现场,观看了剪纸艺术、云南傣陶艺术等具有云南民族特色的手工艺,随后参观了国际商品展示交易中心、跨境直播电商中心。
随后,在重点企业推介会上,昆明市官渡区相关负责人重点对官渡区的特色经济进行了推介。据悉,此次座谈会的举办,对官渡区与南亚东南亚各国共同深化国际经贸文化交流、推进高水平对外开放、推动区域经济增长具有重要意义。
ງານວາງສະແດງສິນຄ້າຈີນ-ອາຊີໃຕ້ທີ່ບໍ່ມີມືີ້ທີ່ຈະສິ້ນສຸດ
ສະບາຍດີ2023-08-22
ດ່ານພາສີຄຸນມິງສ້າງມາດຕະການອຳນວຍຄວາມສະດວກໃຫ້ແກ່ງານວາງສະແດງສິນຄ້າຈີນ-ອາຊີໃຕ້
ສະບາຍດີ 2023-08-09
ສິນຄ້າ 59 ໜ່ວຍຊຸດທຳອິດທີ່ຈະສະແດງຢູ່ໃນງານວາງສະແດງສິນຄ້າຈິນ-ອາຊີໃຕ້ໄດ້ຜ່ານດ່ານຢ່າງສຳເລັດຜົນ
ສະບາຍດີ2023-08-08
ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ຈະຈັດຂຶ້ນຢູ່ຄຸນມິງແຕ່ວັນທີ 16 ຫາວັນທີ 20 ສິງຫານີ້
ສະບາຍດີ 2023-08-07
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
08/25
17:53
— ແບ່ງປັນ —