ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ຈະຈັດຂຶ້ນຢູ່ນະຄອນຄຸນໝິງແຕ່ວັນທີ 16 ຫາວັນທີ 20 ສິງຫານີ້

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ຕອນບ່າຍວັນທີ 25 ກໍລະກົດນີ້, ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານໄດ້ຈັດກອງປະຊຸມແຈ້ງຂ່າວ, ແນະນໍາສະພາບກ່ຽວກັບງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ແລະການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບອາຊີໃຕ້. ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 7 ດ້ວຍຫົວຂໍ້ວ່າ "ສາມັກຄີປະສານງານ, ຮ່ວມສະແຫວງຫາການພັດທະນາ"ຈະຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານແຕ່ວັນທີ 16 ຫາວັນທີ 20 ສິງຫານີ້, ໂດຍກະຊວງການຄ້າແລະລັດຖະບານແຂວງຢຸນນານເປັນເຈົ້າພາບຮ່ວມ, ເຊິ່ງເປັນໜຶ່ງໃນກິດຈະກໍາແລກປ່ຽນດ້ານເສດຖະກິດການຄ້າທີ່ສຳຄັນລະຫວ່າງຈີນກັບບັນດາປະເທດອາຊີໃຕ້ໃນປີນີ້.

ສູນກາງພັກເອົາໃຈໃສ່ເຖິງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດອາຊີໃຕ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ອອກໃນຈົດໝາຍອວຍພອນອັນສຳຄັນຂອງທ່ານຕໍ່ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 6 ວ່າ, ຈີນແລະບັນດາປະເທດອາຊີໃຕ້ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືພັດທະນາ, ເປັນປະຊາຄົມຮ່ວມຊາຕາກໍາຢ່າງຮ່ວມສຸກຮ່ວມທຸກ. ໃນຊຸມປີມໍ່ໆມານີ້, ສອງຝ່າຍໄດ້ລົງເລິກການຮ່ວມມືຕົວຈິງໃນຂົງເຂດຕ່າງໆ, ການແລກປ່ຽນດ້ານເສດຖະກິດການຄ້າໄດ້ຮັກສາຈັງຫວະການພັດທະນາທີ່ດີ, ໝາກຜົນໄດ້ສ້າງຜົນປະໂຫຍດໃຫ້ປະຊາຊົນທຸກປະເທດ. ຈີນຍິນດີຮ່ວມກັບປະເທດອື່ນໆ, ໂດຍນຳໃຊ້ງານວາງສະແດງສິນຄ້າຈີນ-ອາຊີໃຕ້ເປັນເວທີ, ເຕົ້າໂຮມຄວາມເຫັນຢ່າງເປັນເອກະພາບທີ່ສາມັກຄີປະສານງານ ແລະ ຮ່ວມສະແຫວງຫາການພັດທະນາ, ສືບຕໍ່ສ້າງຈຸດເຕີບໂຕໃໝ່ໃຫ້ການຮ່ວມມື, ຊຸກຍູ້ການຮ່ວມສ້າງ“ໜຶ່ງແລວທາງໜຶ່ງເສັ້ນທາງ”ມີການພັດທະນາທີ່ມີຄຸນນະພາບສູງ, ຊ່ວຍໃຫ້ຂໍ້ລິເລີ່ມການພັດທະນາຂອງໂລກເລີ່ມປະຕິບັດ, ຮ່ວມສ້າງອະນາຄົດທີ່ມີຄວາມຈະເລີນຮຸ່ງເຮືອງແລະງາມດີກວ່າເກົ່າ.

ພື້ນທີ່ວາງສະແດງມີ 150.000 ຕາແມັດ, ສະແດງທາງອອນໄລນ໌ ແລະ ອອບໄລນ໌, ປະຈຸບັນນີ້, ໄດ້ມີ 60 ປະເທດ ແລະ ເຂດແຄວ້ນໄດ້ລົງຊື່ເຂົ້າຮ່ວມງານວາງສະແດງດັ່ງກ່າວ, ໄດ້ປົກຄຸມບັນດາປະເທດອາຊີໃຕ້, ປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ປະເທດສະມາຊິກ RCEP ຢ່າງຄົບຖ້ວນ; ພາຍໃນປະເທດໄດ້ມີ 28 ແຂວງ (ເຂດປົກຄອງຕົນເອງ ແລະ ນະຄອນ) ລົງຊືເຂົ້າຮ່ວມງານວາງສະແດງ. ວິສາຫະກິດທີ່ລົງຊື່ເຂົ້າຮ່ວມໄດ້ເກືອບ1.000 ວິສາຫະກິດ,  500 ບໍລິສັດໃຫຍ່ທີ່ສຸດໃນໂລກ ແລະ 500 ບໍລິສັດໃຫຍ່ທີ່ສຸດໃນຈີນທີ່ຈະເຂົ້າຮ່ວມງານວາງສະແດງຄັ້ງນີ້ບັນລຸເຖິງ 50 ບໍລິສັດຕໍາລໍາດັບ.

ງານວາງສະແດງຄັ້ງນີ້ຈະຈັດຂຶ້ນກິດຈະກໍາທັງໝົດ 14 ລາຍການ , ລວມເວທີປືກສາຫາລື 8 ອັນ , ຄື: ເວທີປຶກສາຫາລືການຮ່ວມມືຈີນ-ອາຊີໃຕ້ຄັ້ງທີ 4 , ເວທີປຶກສາຫາລືເຈົ້າແຂວງຂອງແລວທາງເສດຖະກິດອະນຸພາກພື້ນແມ່ນ້ຳຂອງປີ 2023, ເວທີປຶກສາຫາລືການຄ້າຈີນ-ອາຊີໃຕ້ຄັ້ງທີ 16, ກອງປະຊຸມການໂອນຍ້າຍເຕັກໂນໂລຊີ ແລະ ການຮ່ວມມືນະວັດຕະກໍາລະຫວ່າງຈີນ-ອາຊີໃຕ້ຄັ້ງທີ 4, ເວທີປາໄສຖັງສະຕິບັນຍາລະຫວ່າງຈີນ-ອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 9, ເວທີປຶກສາຫາລືການຄ້າຈີນ-ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 5, ເວທີປາໄສການຮ່ວມມືການຄ້າ ແລະການລົງທຶນສາກົນຂອງ RCEP ຄັ້ງທີ 2, ເວທີປຶກສາຫາລືເຂດຊາຍແດນເປີດປະຕູສູ່ພາຍນອກໃນຍຸກໃໝ່ຄັ້ງທີ 4 , ແລະ ພິທີລົງນາມໂຄງການຮ່ວມມືດ້ານການຄ້າເສດຖະກິດທັງ 3 ກິດຈະກໍທີ່ປະກອບເປັນຊຸດ, ຈະເປີດເຜີຍໝາກຜົນຈໍານວນຫນຶ່ງຂອງກອງປະຊຸມອັນສຳຄັນເພື່ອສົ່ງເສີມການພັດທະນາຮ່ວມກັນ ເຊັ່ນ: ບົດລາຍງານການຄົ້ນຄວ້າ, ຂໍລິເລີ່ມການຮ່ວມມື ແລະອື່ນໆ.

ໃນຊຸມປີມໍໆມານີ້, ແຂວງຢຸນນານໄດ້ຮັບໝາກຜົນອັນພົ້ນເດັ່ນໃນການຊຸກຍູ້ເປີດປະຕູສູ່ພາຍນອກ ແລະ ພັດທະນາ, ໄດ້ສ້າງກົນໄກຮ່ວມມືສອງຝ່າຍຫຼາຍຝ່າຍ 11 ອັນກັບບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ຈຳນວນເມືອງຂອງແຂວງຢຸນນານທີ່ເປີດສາຍບີນກັບບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ເປັນອັນດັບໜຶ່ງໃນທົ່ວປະເທດ, ໄດ້ສ້າງພົວພັນຕົວເມືອງມິດຕະພາບ 106 ຄູ່ກັບ 37 ປະເທດ,ໄດ້ສ້າງຕັ້ງຂຶ້ນລະບົບການເປີດປະຕູສູ່ພາຍນອກຕາມຊາຍແດນທີ່ສະຫນັບສະຫນູນໂດຍຫຼາຍເວທີ, ເຊັ່ນ: ເຂດການຄ້າເສລີ, ເຂດຮ່ວມມືເສດຖະກິດຂ້າມຊາຍແດນ, ເຂດປອດພາສີຮອບດ້ານ, ເຂດຮ່ວມມືເສດຖະກິດຊາຍແດນ, ດ່ານຊາຍແດນຕ່າງໆ, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ແລະ ອື່ນໆ.


7月25日下午,国务院新闻办公室举行新闻发布会,介绍第7届中国—南亚博览会及中国与南亚经贸合作有关情况。以“团结协作,共谋发展”为主题的第7届中国—南亚博览会将于8月16日至20日在云南昆明举办,由商务部和云南省人民政府共同主办,是今年中国同南亚国家重要的经贸交流活动之一。

党中央高度重视中国与南亚国家的经贸合作,习近平总书记在致第6届南博会重要贺信中指出,中国和南亚国家互为友好邻邦和发展伙伴,是休戚与共的命运共同体。近年来,双方深化各领域务实合作,经贸往来保持良好发展势头,成果惠及各国人民。中国愿同各国一道,以中国—南亚博览会为平台,凝聚团结协作、共谋发展的共识,不断打造新的合作增长点,推动共建“一带一路”高质量发展,助力全球发展倡议落地落实,共同开创更加繁荣美好的未来。

展览面积15万平方米,线上同步展示线下展馆内容。目前,已有60个国家和地区报名参展,南亚、东南亚国家和RCEP成员国实现全覆盖;国内已有28个省(区、市)报名参展。报名参展企业数已接近1000家,参会参展世界500强、中国500强企业将分别达到50家左右。

本届展会共举办14场会期活动,将举办第4届中国—南亚合作论坛、2023年大湄公河次区域经济走廊省长论坛、第16届中国—南亚商务论坛、第4届中国—南亚技术转移与创新合作大会、第9届中国—南亚东南亚智库论坛、第5届中国—东南亚商务论坛、第2届RCEP国际贸易投资合作论坛、第4届新时代沿边开放论坛等8个专业论坛,以及经贸合作项目签约仪式等3个配套活动,将发布一批促进共同发展的研究报告、合作倡议等重要会议成果。

近年来,云南在推进开放发展中取得明显成效,与南亚、东南亚国家建立11个多双边合作机制,与南亚、东南亚国家通航城市数量居全国首位,与37个国家建立106对友城关系,形成了自由贸易试验区、跨境经济合作区、综合保税区、边境经济合作区、各类口岸,以及南博会等多个平台支撑的沿边对外开放矩阵体系。

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

07/26

17:33

ແບ່ງປັນ

ແປ
翻译