ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ) ວັນທີ 29 ມິຖຸນາ, ກົມສົ່ງເສີມການລົງທຶນຄຸນມິງກັບທະນາຄານກະສິກໍາແຫ່ງຊາດຈີນສາຂາ ຄຸນມິງ ແລະ ທະນາຄານປະຊາຊົນຈີນສາຂາຄຸນມິງ, ຮ່ວມຈັດກິດຈະກໍາສະເພາະການເງິນເງິນຢວນຂ້າມຊາຍແດນໃນຕົວເມືງສູນກາງສາກົນພາກພື້ນປີ 2023, ຊ່ວຍວິສາຫະກິດໄດ້ເຂົ້າໃຈນະໂຍບາຍເງິນຢວນຂ້າມຊາຍແດນ, ບໍລິການວິສາຫະກິດການຄ້າຕ່າງປະເທດ ແລະ ວິສາຫະກິດທີ່ໄດ້ທຶນຈາກຕ່າງປະເທດໃຫ້ດີ, ຍົກສູງຄວາມສາມາດປ້ອງກັນຄວາມສ່ຽງ ແລະ ຄວາມສາມາດແຂ່ງຂັນຂອງວິສາຫະກິດຢ່າງແທ້ຈິງ.
ກິດຈະກໍາຄັ້ງນີ້ຖືເອົາອະທິບາຍນະໂຍບາຍເງິນຢວນຂ້າມຊາຍແດນໃຫ້ເຂົ້າໃຈເປັນຫົວຂໍ້, ດໍາເນີນປິ່ນອ້ອມຂະບວນການພັດທະນາ ແລະ ສະພາບການຂອງເງິນຢວນຫັນເປັນສາກົນ, ກອບນະໂຍບາຍຫຼັກຂອງເງິນຢວນຂ້າມຊາຍແດນ, ແລະ ອະທິບາຍນະໂຍບາຍເງິນຢວນຂ້າມຊາຍແດນ, ໄດ້ອະທິບາຍຂັ້ນຕອນ ແລະ ຂໍ້ລະມັດລະວັງໃນການດໍາເນີນທຸລະກິດເງິນຢວນຂ້າມຊາຍແດນຢ່າງລະອຽດ, ສະເໜີວິສາຫະກິດເຮັດວຽກຄຸ້ມຄອງຄວາມສ່ຽງອັດຕາແລກປ່ຽນໃຫ້ດີ, ສົ່ງເສີມວິສາຫະກິດນໍາໃຊ້ເຄື່ອງມືການປ້ອງກັນຄວາມສ່ຽງອັດຕາແລກປ່ຽນ, ກໍານົດກໍາໄລ ແລະ ສຸມໃສ່ພັດທະນາທຸລະກິດຫຼັກ.
ນະຄອນຄຸນມິງເປັນປະຕູສໍາຄັນໃນການສ້າງເປັນສູນຂະຫຍາຍການພັດທະນາສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້. ດ້ວຍ“ໜຶ່ງແລວທາງໜຶ່ງເສັ້ນທາງ”ເຂົ້າສູ່ລວງເລິກ, ມີຜົນບັງຄັບໃຊ້ຂອງ RCEP ແລະ ທາງລົດໄຟລາວ-ຈີນເປີດນໍາໃຊ້, , ກົມສົ່ງເສີມການລົງທຶນຄຸນມິງຍາດແຍ່ງກາລະໂອກາດນໍາພາໂດຍຜົນປະໂຫຍດນະໂຍບາຍແຫ່ງຊາດ, ອີງຕາມຄວາມຮຽກຮ້ອງຂອງເລັ່ງລັດສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານ ແລະ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ຖືກຕ້ອງຕາມການຫັນເປັນສາກົນ, ເພີ່ມທະວີຄວາມແຮງທາງດຶງດູທຸລະກິດ ແລະ ການລົງທຶນ, ສຸມໃສ່ບົ່ມສ້າງຂະແໜງຕ່າງໆ, ເຊັ່ນ: ການໂລຈິສຕິກລະຫວ່າງຊາດ, ການປິ່ນປົວພະຍາດ-ຮັກສາສຸຂະພາບ-ການທ່ອງທ່ຽວຂ້າມຊາຍແດນ, ການຜະລິດສິນຄາຂາເຂົ້າຂາອອກ, ການຄ້າ-ການເງິນລະຫວ່າງປະເທດ ແລະ ອື່ນໆ. ນັບແຕ່ປີນີ້ມາ, ກົມສົ່ງເສີມການລົງທຶນຄຸນມິງກັບທະນາຄານກະສິກໍາແຫ່ງຊາດຈີນສາຂາ ຄຸນມິງຮ່ວມສ້າງຕັ້ງຄະນະສະເພາະບໍລິການກອງທຶນຕ່າງປະເທດ, “ຊ່ອງທາງສີຂຽວສໍາລັບກອງທຶນຕ່າງປະເທດ”ທີ່ສ້າງຕັ້ງຂຶ້ນໄດ້ສົ່ງເສີມຫຼາຍໂຄງການລົງທຶນຕ່າງປະເທດເລິ່ມປະຕິບັດ.
ຕາມຂໍ້ມູນວ່າ, ເດືອນມັງກອນ ຫາ ເດືອນພຶດສະພາປິນີ້, ທົ່ວນະຄອນນໍາໃຊ້ກອງທຶນຕ່າງປະເທດທັງໝົດ 189 ລ້ານໂດລາ, ເພີ່ມຂຶ້ນ 265% ເມື່ອທຽບໃສ່ໄລຍະປີກາຍດຽວກັນ. ຜູ້ຮັບຜິດຊອບກ່ຽວຂ້ອງຂອງກົມສົ່ງເສີມການລົງທຶນຄຸນມິງສະແດງວ່າ, ຕໍ່ໄປ, ກົມສົ່ງເສີມການລົງທຶນຄຸນມິງຈະປັບປຸງຂະບວນການບໍລິການຂອງ"ຊ່ອງທາງສີຂຽວສໍາລັບກອງທຶນຕ່າງປະເທດ", ສ້າງແລະປັບປຸງກົນໄກການບໍລິການການລົງທຶນຕ່າງປະເທດ, ສ້າງສະພາບແວດລ້ອມແຫ່ງການລົງທຶນຕ່າງປະເທດຢ່າງດີ, ຊຸກຍູ້ນະຄອນຄຸນມິງສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດອັນດັບໜຶ່ງທີ່ຖືກຕ້ອງຕາມ“ການຫັນເປັນຕະຫລາດ, ຄຸ້ມຄອງດ້ວຍກົດໝາຍ, ຫັນເປັນສາກົນແລະ ມິຄວາມສະດວກ.”
昆明信息港讯(昆明日报 记者冉光雯)6月29日,昆明市投资促进局联合农业银行昆明分行、中国人民银行昆明中心支行举办2023年区域性国际中心城市跨境人民币金融专题活动,帮助企业掌握跨境人民币政策,做好外资外贸企业服务,切实提高风险防范能力,提升企业综合竞争力。
本次活动以跨境人民币政策解读为主题,围绕人民币国际化发展历程及现状、跨境人民币主要政策框架、跨境人民币新政解读等方面展开,对跨境人民币业务办理的操作流程及注意事项进行了详细讲解,倡导企业做好汇率风险管理,鼓励企业使用汇率避险工具,锁定利润专注主营业务发展。
昆明市是中国面向南亚东南亚开放的重要门户。随着“一带一路”深入推进、RCEP生效实施和中老铁路开通运营,市投资促进局紧抓国家政策红利带来的机遇,围绕加快磨憨国际口岸城市建设、打造国际化营商环境的工作要求,加大招商引资力度,重点培育国际物流、跨境医疗康养旅游、进出口加工制造、国际金融贸易等产业。今年以来,市投资促进局与农业银行昆明分行成立外资服务专班,搭建的“外资绿色通道”已助推多个外资项目快速落地。
数据显示,今年1—5月,全市实际利用外资1.89亿美元,同比增长265%。市投资促进局相关负责人表示,下一步,市投资促进局将优化完善“外资绿色通道”服务流程,建立健全外商投资服务机制,营造良好外商投资环境,助推昆明市在全省率先打造“市场化、法治化、国际化、便利化”的一流营商环境。
ສະຫາຍ ຫຼີວຫອງຈ້ຽນນໍາຄະນະໄປນະຄອນຊຽງໄຮ້ເພື່ອຢ້ຽມຢາມ ແລະ ຈັດກິດຈະກໍາດຶງດູການລົງທຶນ
ສະບາຍດີ2023-06-30
ເຂດພັດທະນາເສດຖະກິດຄຸນໝິງຮ່ວມມືກັບເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນສ້າງເຂດສາທິດການຍົກຍ້າຍອຸດສາຫະກຳ
ສະບາຍດີ2023-07-13
ຫຼັງຈາກການຟື້ນຟູການຜ່ານດ່ານພາສີຢ່າງຮອບດ້ານມາເປັນເວລາເຄິ່ງປີ, ດ່ານຊາຍແດນບໍ່ຫານມີຜູ້ໂດຍສານຂາເຂົ້າ ແລະ ຂາອອກຫຼາຍກວ່າ 670.000 ຄົນ
ສະບາຍດີ2023-07-12
ສະຫາຍ ຫຼິວເຈ້ຍເສີນພົບປະກັບຄະນະທີ່ນໍາໂດຍສະຫາຍ ອາດສະພັງທອງ·ສີພັນດອນ
ສະບາຍດີ2023-07-11
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
06/30
11:07
— ແບ່ງປັນ —