ມາຈາກ:ສະບາຍດີ
ຫ້ອງລໍຖ້າກວດກາຂອງດ່ານບໍ່ຫານ. ຮູບພາບຈາກສະຖານີກວດກາຢູ່ຕາມຊາຍແດນຂອງບໍ່ຫານ
(ສະບາຍດີ ນັກຂ່າວສຸດໃຈ) "ປະຈຸບັນນີ້, ດ່ານບໍ່ຫານມີຄວາມຊີວິດຊີວາຄືກັບສີ່ປີກ່ອນ." ທ່ານຈ່າງ ຜູ້ຈະໄປລາວເຮັດທຸລະກິດທີ່ຢູ່ໃນຫ້ອງລໍຖ້າກວດກາຂອງດ່ານບໍ່ຫານເວົ້າວ່າ. ໃນວັນທີ 8 ກໍລະກົດນີ້, ດ່ານບໍ່ຫານໄດ້ຟື້ນຟູການຜ່ານດ່ານພາສີຢ່າງຮອບດ້ານມາເປັນເວລາເຄິ່ງປີ, ນັກຂ່າວໄດ້ຮັບຮູ້ຈາກສະຖານີກວດກາດ່ານຊາຍແດນບໍ່ຫານຂາເຂົ້າ-ຂາອອກວ່າ, ມີຜູ້ໂດຍສານ 670.000 ຄົນທີ່ມາຈາກ 57 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກໄດ້ເຂົ້າ-ອອກປະເທດຈີນຈາກດ່ານບໍ່ຫານໃນໄລຍະນີ້, ຫຼາຍກວ່າ 70% ຂອງໄລຍະດຽວກັນໃນປີກາຍນີ້.
ດ່ານຊາຍແດນບໍ່ຫານເປັນດ່ານຊາຍແດນລະດັບຊາດຊັ້ນໜຶ່ງແຫ່ງດຽວລະຫວ່າງປະເທດລາວ-ຈີນ ແລະ ເປັນດ່ານລະດັບຊາດທີ່ໃຫຍ່ທີ່ສຸດ, ຕາມການເປີດບໍລິການຂອງທາງລົດໄຟຈີນ-ລາວ ແລະ ການລົງເລິກການກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" , ດ່ານບໍ່ຫານໄດ້ຢູ່ແຖວໜ້າທີ່ເປັນປະເທດເຮົາເປິດປະຕູສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ແລະ ແຫຼມອິນດູຈີນ. ໂດຍສະເພາະໃນວັນທີ 8 ເດືອນມັງກອນປີນີ້, ຕາມການຟື້ນຟູການຜ່ານດ່ານພາສີຢ່າງຮອບດ້ານ, ສະພາບການໄປມາຫາສູ່ກັນຂອງພົນລະເມືອງໄດ້ຟື້ນຟູຢ່າງຄົບຖ້ວນ, ຄວາມສະດວກໃນການເຂົ້າ-ອອກປະເທດສືບຕໍ່ປັບປຸງດີຂຶ້ນ, ກະແສເຂົ້າ-ອອກປະເທດຂອງດ່ານຊາຍແດນສືບຕໍ່ເພີ່ມຂຶ້ນ, ຈຳນວນຄົນຕ່າງປະເທດທີ່ເດີນທາງໄປທ່ອງທ່ຽວໂດຍຜ່ານດ່ານບໍ່ຫານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.
ມາຮອດວັນທີ 7 ກໍລະກົດປີນີ້, ສະຖານີກວດກາຊາຍແດນບໍ່ຫານໄດ້ກວດກາຜູ້ໂດຍສານຜູ້ເຂົ້າອອກເມືອງ677.873 ຄົນ, ໄດ້ກວດກາ ແລະ ປ່ອຍລົດຂົນສົ່ງຂາເຂົ້າ-ຂາອອກ 153.130 ຄັນ, ນັກທ່ອງທ່ຽວຈາກ 57 ປະເທດ ແລະ ເຂດແຄວ້ນທີ່ເຂົ້າ-ອອກປະເທດໂດຍຜ່ານດ່ານບໍ່ຫານ, ຕົວເລກໄດ້ຟື້ນຟູເຖິງ 72.53% ຂອງຕົ້ນເຄິ່ງປີ 2019 ກ່ອນໄລຍະການແຜ່ລະບາດໂຄວິດ-19, ເພີ່ມຂຶ້ນ 281.82% ແລະ 392.3% ເມື່ອທຽບໃສ່ປີ 2021 ແລະ 2022 ຕາມລໍາດັບ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກສະຖານີກວດກາຊາຍແດນບໍ່ຫານແນະນຳວ່າ: ເພື່ອຕັ້ງໜ້າຕອບສະໜອງກັບຄວາມຕ້ອງການແຫ່ງການເປີດປະຕູສູ່ພາຍນອກຂອງປະເທດ ແລະ ການກໍ່ສ້າງຕົວເມືອງຊາຍແດນສາກົນບໍ່ຫານ, ສ້າງສະພາບແວດລ້ອມການຜ່ານດ່ານພາສີທີ່ມີຄວາມປອດໄພ, ຄວາມສະດວກ ແລະ ມີປະສິດທິຜົນ, ສະຖານີກວດກາຊາຍແດນບໍ່ຫານໄດ້ເປີດຊ່ອງທາງສະເພາະໃຫ້ຜູ້ໂດຍສານຈີນ ແລະ ພະນັກງານລົດໄຟ, ເພື່ອຮັບປະກັນວ່າເວລາການລໍຖ້າກວດກາສຳລັບພົນລະເມືອງຈີນຢູ່ດ່ານຊາຍແດນບໍ່ເກີນ 30 ນາທີ.
ນອກຈາກນັ້ນ, ສໍາລັບຜູ້ໂດຍສານຕ່າງປະເທດທີ່ເຂົ້າໃນປະເທດຈີນຈະຢາຍບັດແຈ້ງເຂົ້າອອກເມືອງລ່ວງໜ້າ ແລະ ຈະຈັດຕັ້ງພະນັກງານທີ່ປຶກສາຢູ່ສະຖານີກວດກາສໍາລັບນັກທ່ອງທ່ຽວ, ເພື່ອສະໜອງການບໍລິການປຶກສາໃນຄົບຂະບວນ. ພ້ອມທັງເພີ່ມທະວີການພົວພັນຮ່ວມມືກັບບັນດາພະແນກກວດກາຮ່ວມກັນຂອງດ່ານຊາຍແດນ ແລະ ບັນດາວິສາຫະກິດ, ຫົວໜ່ວຍທີ່ກ່ຽວຂ້ອງ, ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ການແບ່ງປັນຊັບພະຍາກອນຮ່ວມກັນ, ຮັບປະກັນການຜ່ານດ່ານພາສີສຳລັບຜູ້ໂດຍສານ, ຍານພາຫະນະ ແລະ ສິນຄ້າຢ່າງສະດວກ ແລະ ວ່ອງໄວ.
ຕາມການຮັບຮູ້, ເພື່ອຍົກສູງປະສິດທິຜົນຂອງການຜ່ານດ່ານພາສີໃຫ້ດີຂຶ້ນ, ແຕ່ວັນທີ 15 ພຶດສະພາປີນີ້, ດ່ານພາສີບໍ່ຫານໄດ້ເປີດຊ່ອງທາງດ່ວນ 4 ເສັ້ນ, ສະຖານີກວດກາຊາຍແດນບໍ່ຫານໄດ້ເພີ່ມກຳລັງຕຳຫຼວດປະຕິບັດໜ້າທີ່ຢູ່ເສັ້ນທາງດ່ວນ, ເພື່ອສະໜອງການຊ່ວຍເຫຼືອ ແລະ ໃຫ້ຄໍາປຶກສາດ້ານນະໂຍບາຍ ແລະ ການບໍລິການແກ້ໄຂບັນຫາສໍາລັບຜູ້ທີ່ໃຊ້ເສັ້ນທາງດ່ວນ. ນັບແຕ່ການເປີດເສັ້ນທາງດ່ວນເປັນຕົ້ນມາ, ສະຖານີກວດກາຊາຍແດນບໍ່ຫານໄດ້ກວດກາ ແລະ ປ່ອຍຄົນເຂົ້າ-ອອກປະເທດທັງໝົດ 26.930 ຄົນ, ກວມເອົາ 14,84% ຂອງຈໍານວນລວມຄົນເຂົ້າ-ອອກ, ຮັບປະກັນຄວາມສະດວກຂອງການຜ່ານດ່ານພາສີ.
磨憨口岸候检大厅。 磨憨边检站供图
“现在的磨憨口岸和4年前一样热闹了。”在磨憨口岸候检大厅,准备出境到老挝做生意的张先生感叹。7月8日,磨憨口岸全面恢复通关半年,记者从磨憨出入境边防检查站了解到,这期间有来自全球57个国家和地区共计67万人次旅客经磨憨口岸出入境,恢复至2019年同期的七成多。
磨憨口岸作为中老两国之间唯一的国家级一类口岸和最大的国家级口岸,随着中老铁路开通以及“一带一路”建设的深入推进,已成为我国面向南亚东南亚和中南半岛开放的最前沿。特别是今年1月8日,口岸全面恢复通关,人员往来全面恢复,出入境便利度不断提升,口岸出入境流量呈持续上升趋势,经磨憨口岸旅行的第三国人员数量逐渐增多。
今年截至7月7日,磨憨边检站共查验出入境旅客677873人次,验放出入境交通运输工具153130辆次,57个国家和地区旅客经磨憨口岸出入境,恢复到疫情前2019年上半年的72.53%,同比2021年和2022年分别增长281.82%和392.3%。
磨憨边检站相关负责人介绍:“为积极适应国家对外开放需要和磨憨国际口岸城市建设,打造更加安全、便捷、高效的通关环境,磨憨边检站为中国籍旅客和列车员工分别设置了专用通道,确保中国公民边检候检时间不超过30分钟。”
此外,对入境的外国籍旅客,提前发放入境卡并在旅检现场设置引导岗,为他们提供全流程的咨询服务。我们还大力加强与口岸联检单位和相关企业、单位的沟通协作,最大限度实现信息互通、资源共享,全面保障旅客、车辆、货物顺利、快捷通关。
据了解,为进一步提升通关效率,自今年5月15日起,磨憨口岸开通了4条快捷通道,磨憨边检站增加了快捷通道执勤警力,为使用快捷通道人员提供现场帮助、政策咨询以及问题处理等服务。快捷通道开通以来,验放出入境人员26930人次,占出入境人员总数的14.84%,确保了口岸通关顺畅。(新华社记者 吴洁 通讯员王琨 黄远飞)
ໂຮງຮຽນຫຼາຍແຫ່ງຈາກບັນດາປະເທດອາຊີຕາເວັນອອກສຽງໃຕ້ມາຄຸນມິງເພື່ອໂຄສະນາລັກສະນະການສິດສອນຕົນເອງ
ສະບາຍດີ 2023-06-13
“ແຂວງຢຸນນານກອດຊົມທົ່ວໂລກ” ງານວາງສະແດງສິນຄ້າພິເສດຂອງຢຸນນານໄດ້ໄຂຂຶ້ນຢູ່ປັກກິ່ງ
ສະບາຍດີ2023-06-13
ດອກໄມ້ເບັ່ງບານຕາມສາຍລົມໃນລະດູຮ້ອນ ພູດ້າເວີຍທີ່ສີຂຽວງາມຄືຮູບແຕ້ມ
2023-06-12
ເຂດວາງສະແດງແຂວງຢຸນນານໄດ້ໄຂຂຶ້ນຢູ່ງານວາງສະແດງອຸດສາຫະກຳວັດທະນະທຳສາກົນ ເຊີນເຈີ້ນ
ສະບາຍດີ2023-06-09
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
07/12
14:33
— ແບ່ງປັນ —