ເຂດພັດທະນາເສດຖະກິດຄຸນໝິງຮ່ວມມືກັບເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນສ້າງເຂດສາທິດການຍົກຍ້າຍອຸດສາຫະກຳ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 12 ກໍລະກົດນີ້, ນັກຂ່າວໄດ້ຮຽນຮູ້ຈາກຄະນະກຳມະການຄຸ້ມຄອງຂອງເຂດການພັດທະນາເສດຖະກິດຄຸນໝິງ (ເຂດການຄ້າເສລີພາກພື້ນຄຸນໝິງ) ວ່າ, ໂດຍປີ່ນອ້ອມຂະແໜງການ ແລະ ຊຸກຍູ້ການພັດທະນາ, ໃນປະຈຸບັນນີ້, ເຂດການພັດທະນາເສດຖະກິດຄຸນໝິງ (ເຂດການຄ້າເສລີພາກພື້ນຄຸນໝິງ) ຮ່ວມມືກັບ ເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວ, ສ້າງເຂດສາທິດຮັບເອົາການຍົກຍ້າຍອຸດສາຫະກໍາຂອງນະຄອນຄຸນໝິງແຂວງຢຸນນານ.

ປະຈຸບັນນີ້,  ເຂດການພັດທະນາເສດຖະກິດຄຸນໝິງ (ເຂດການຄ້າເສລີພາກພື້ນຄຸນໝິງ) ແລະ ເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວ ພວມຢູ່ແຖວໜ້າຂອງປະເທດເຮົາເປີດປະຕູສູ່ພາກໃຕ້, ນຳໃຊ້ “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” (RCEP) ໃຫ້ດີ, ສຸມໃສ່ "ທາງລົດໄຟຈີນ-ລາວ + RCEP" ມີຜົນກະທົບອັນສໍາຄັນຕໍ່ການພັດທະນາທີ່ມີຄຸນນະພາບສູງກວ່າໃນຂະບວນການບໍລິການ ແລະ ເຊື່ອມໂຍງເຂົ້າໃນຍຸດທະສາດແຫ່ງຊາດຂອງສອງເຂດສວນນີ້.

ເພື່ອຍົກສູງຄວາມຮູ້ທາງດ້ານທິດສະດີຂອງພະນັກງານ, ໃນວັນທີ 12 ກໍລະກົດ, ກຸ່ມການຮຽນຮູ້ທິດສະດີຂອງຄະນະກຳມະປະຕິບັດງານພັກຂອງເຂດການພັດທະນາເສດຖະກິດຄຸນໝິງ (ເຂດການຄ້າເສລີພາກພື້ນຄຸນໝິງ) ໄດ້ຈັດຕັ້ງການສຶກສາຄົ້ນຄວ້າໂດຍລວມຄັ້ງທີ 3 ໃນປີ 2023, ແລະ ໄດ້ເຊື້ອເຊີນທ່ານ ຮວງນິງ, ຫົວໜ້າຂອງຄະນະເສດຖະກິດການຄ້າຂອງມະຫາວິທະຍາໄລຢຸນນານ (ສະຖາບັນຄົ້ນຄ້ວາເຂດການຄ້າເສລີ) ສອນຫຼັກສູດທີ່ມີຫົວຂໍ້ "ລະບຽບການຄ້າ RCEP ແລະ ທ່າອ່ຽງພັດທະນາການຄ້າສາກົນ" ໃຫ້ແກ່ຜູ້ນໍາ ແລະ ພະນັກງານຂອງເຂດດັ່ງກ່າວ. ພ້ອມກັນນັ້ນ, ຍັງເປັນການສຶກສາຄົ້ນຄວ້າທິດສະດີຄັ້ງທີ 2  ໃນປີ 2023 ຂອງກຸ່ມການຮຽນຮູ້ທິດສະດີຂອງຄະນະກຳມະການປະຕິບັດງານຂອງພັກໃນເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວ. ຜູ້ນໍາ ແລະ ພະນັກງານຂອງເຂດດັ່ງກ່າວໄດ້ເຂົ້າຮ່ວມການສຶກສາຄົ້ນຄວ້າຄັ້ງນີ້ໂດຍຜ່ານທາງວີດີໂອ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກຄະນະປະຕິບັດງານພັກຂອງເຂດການພັດທະນາເສດຖະກິດຄຸນໝິງ (ເຂດການຄ້າເສລີພາກພື້ນຄຸນໝິງ) ແລະ ຄະນະປະຕິບັດງານພັກຂອງເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວ ແນະນຳວ່າ: ຈະເອົາສອງເຂດສວນດັ່ງກ່າວເປັນອົງການແບກຫາບ, ເພື່ອກໍ່ສ້າງເຂດສາທິດຮັບເອົາການຍົກຍ້າຍອຸດສາຫະກໍາຂອງນະຄອນຄຸນໝິງແຂວງຢຸນນານ “ພວກເຮົາຕ້ອງຍາດແຍ່ງກາລະໂອກາດດ້ານນະໂຍບາຍແຫ່ງຊາດນີ້, ສົ່ງເສີມທ່າແຮງໃນການປຽບທຽບຂອງພວກເຮົາຢ່າງເຕັມທີ່, ອີງໃສ່ລັກສະນະຂອງອຸດສາຫະກຳ ແລະ ທ່າແຮງດ້ານຊັບພະຍາກອນ, ພັດທະນາຕາມທ່າອ່ຽງໃຫ້ດີ, ປະຕິບັດຕາມສະພາບຕົວຈິງຂອງທ້ອງຖິ່ນ. ຊອກຫາຈຸດສຸມ ແລະ ຈຸດລົງມືຕົ້ນຕໍເພື່ອດຳເນີນໃນການຮັບຍົກຍ້າຍອຸດສາຫະກຳ; ອີງໃສ່ບັນດາວິສາຫະກິດນຳໜ້າ ແລະ ບັນດາທ່າແຮງດ້ານອຸດສາຫະກຳ, ສຸມໃສ່ບັນດາວິສາຫະກິດຕາມຕ່ອງໂສ້ອຸດສາຫະກຳ, ສົ່ງເສີມການດຶງດູດລົງທຶນທີ່ແນໃສ່ເປົ້າໝາຍ, ເພີ່ມທະວີການນຳພາໂດຍໂຄງການ,  ແລະການສະໜັບສະໜູນໂດຍໂຄງການ, ເພື່ອກໍ່ສ້າງ, ຕາບຈູນ ແລະ ຂະຫຍາຍຕ່ອງໂສ້ໃຫ້ດີກວ່າ, ຍົກສູງມູນຄ່າເພີ່ມຂອງຜະລິດຕະພັນ, ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງໃນທົ່ວເຂດ. "

ເຂດການພັດທະນາເສດຖະກິດຄຸນໝິງຮ່ວມມືກັບເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວຢ່າງເລິກເຊິ່ງ, ເພື່ອສົ່ງເສີມທ່າແຮງແບບທັບຊ້ອນດ້ານອຸດສາຫະກຳ, ນະໂຍບາຍ ແລະ ທີ່ຕັ້ງຂອງເຂດການຄ້າເສລີ, ເຂດການພັດທະນາເສດຖະກິດລະດັບຊາດ, ເຂດປອດພາສີຮອບດ້ານນະຄອນຄຸນໝິງ ແລະ ເຂດການຮ່ວມມືເສດຖະກິດຂ້າມຊາຍແດນ, ສືບຕໍ່ຂະຫຍາຍບົດບາດ“ການເຊື່ອມຈອດຫົວກັບຫາງ”ຂອງສອງເຂດໃນເຂດລຽບຕາມທາງລົດໄຟຈີນ-ລາວ, ຊຸກຍູ້ການຊ່ວຍໜູນກັນດ້ານອຸດສາຫະກຳ ແລະ ການແບ່ງປັນຊັບພະຍາກອນ, ເພື່ອພັດທະນາໃຫ້ດີຂຶ້ນ.

昆明信息港讯(昆明日报 记者吴洁) 7月12日,记者从昆明经开区(自贸试验区昆明片区)管委会了解到,围绕抓产业、促发展,当前,昆明经开区(自贸试验区昆明片区)和中国老挝磨憨—磨丁经济合作区正携手,全力创建云南昆明承接产业转移示范区。

当前,昆明经开区(自贸试验区昆明片区)和磨憨—磨丁经济合作区正处于国家南向开放的大前沿,用活用好《区域全面经济伙伴关系协定》(RCEP),聚焦“中老铁路+RCEP”,对两个园区在服务和融入国家战略过程中实现更高质量发展具有重要影响。

为提升干部理论素养,7月12日,昆明经开区(自贸试验区昆明片区)党工委理论学习中心组举行2023年第三次集中学习,邀请云南大学经济学院(自贸区研究院)院长黄宁为全区领导干部作题为《RCEP贸易规则及国际贸易发展趋势》的专题授课。同时,这也是磨憨—磨丁经济合作区党工委理论学习中心组2023年第二次集中学习,该区领导干部以视频连线方式同步参加此次集中学习。

昆明经开区(自贸试验区昆明片区)党工委、磨憨—磨丁经济合作区党工委相关负责人介绍,将以两个园区为载体,全力创建云南昆明承接产业转移示范区。“我们要牢牢抓住这一国家政策机遇,充分发挥自身的比较优势,立足产业特色和资源禀赋,善于借势、因地制宜,从中找到承接产业转移的着力点和主攻点;依托龙头企业和产业优势,瞄准产业链上下游企业,有针对性地开展招商引资,强化项目带动、做强项目支撑,从而更好地建链、补链、强链,提升产品附加值,促进全区高质量发展。”

昆明经开区(自贸试验区昆明片区)与磨憨—磨丁经济合作区将深度联动,切实发挥好自贸试验区、国家级经开区、综合保税区、跨境经济合作区在产业、政策和区位等方面的叠加优势,不断放大两区在中老铁路沿线的“首尾呼应”作用,推进产业互补、资源共享,实现更好发展。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

07/13

14:27

ແບ່ງປັນ

ແປ
翻译