ເຈົ້າໜ້າທີ່ທາງລົດໄຟ 20 ຄົນຈາກປະເທດແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງມານະຄອນຄຸນໝິງເພື່ອຝຶກອົບຮົມແບບລວມສູນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ປະຈຸບັນ,ເຈົ້າໜ້າທີ່ທາງລົດໄຟ 20 ຄົນທີ່ມາຈາກ 6 ປະເທດລວມທັງໄທ, ລາວ, ຫວຽດນາມ, ມຽນມາ, ກຳປູເຈຍ ແລະ ມາເລເຊຍ ພວມດໍາເນີນການຝຶກອົບຮົມແບບລວມສູນຢູ່ວິທະຍາໄລເຕັກນິກວິຊາຊີບລົດໄຟຄຸນໝິງ.

ຫ້ອງຮຽນການຝຶກອົບຮົມເຈົ້າໜ້າທີ່ທາງລົດໄຟຈາກປະເທດລ້ານຊ້າງ-ແມ່ນ້ຳຂອງທີ່ເປັນໂຄງການຝຶກອົບຮົມຂອງແຜນການ“ເຕົ້າໂຮມອັດສະລິຍະຢູ່ຢູນນານ”ໂດຍພະແນກວິທະຍາສາດເຕັກນິກແຂວງຢູນນານເປັນເຈົ້າພາບ ແລະ ສະມາຄົມການສຶກສາວິຊາຊີບ ຈ່ອງຫົວ ຢຸນນານ,ວິທະຍາໄລເຕັກນິກວິຊາຊີບລົດໄຟຄຸນໝິງ ແລະ ສູນແລກປ່ຽນ ແລະ ການຮ່ວມມືດ້ານການສຶກສາກັບຕ່າງປະເທດນະຄອນຄຸນໝິງຮ່ວມຈັດຂຶ້ນໄດ້ເປີດຫ້ອງແລ້ວ. ການຝຶກອົບຮົມຄັ້ງນີ້ຈະດຳເນີນມາເປັນເວລາ 20 ວັນ, ໂດຍຜ່ານຫຼາຍຮູບການເຊັ່ນ:ການບັນຍາຍທີ່ມີຫົວຂໍ້ສະເພາະ,ການແລກປ່ຽນ ແລະ ການສໍາມະນາ, ການປະຕິບັດຢູ່ພາກສະໜາມ,ແລະການຢ້ຽມຢາມພາກສະໜາມ,ສະແດງໃຫ້ເຈົ້າຫນ້າທີ່ທາງລົດໄຟ 20 ຄົນຈາກ 6 ປະເທດເຫັນປະສົບການ ແລະ ວິທີການດ້ານທາງລົດໄຟຂອງຈີນ, ເພີ່ມທະວີ ສົ່ງເສີມ"ແຜນການຈີນ" ຂອງປະຊາຄົມຮ່ວມຊາຕາກໍາທີ່ມີການເຊື່ອມຕໍ່ທາງລົດໄຟເປັນສູນກາງຄົມມະນາຄົມ, ແລະຕັ້ງໜ້າປະສານງານກັບທາງລົດໄຟຈີນເພື່ອ "ອອກໄປສູ່ຕ່າງປະເທດ".

ນີ້ກໍ່ແມ່ນພາກສ່ວນທີ່ສຳຄັນຂອງແຜນການ“ເຕົ້າໂຮມອັດສະລິຍະຢູ່ຢູນນານ”,ຈຸດປະສົງແມ່ນຜ່ານການດຶງດູດນັກຄົ້ນຄ້ວາວິທະຍາສາດ ແລະ ເຕັກນິກຊາວໜຸ່ມຈາກບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ມາດຳເນີນການຄົ້ນຄ້ວາວິທະຍາສາດ, ນະວັດຕະກຳ ແລະ ການເລີ່ມທຸລະກິດ ແລະ ການຝຶກອົບຮົມເຕັກນິກຢູ່ແຂວງຢຸນນານ, ເພີ່ມທະວີການແລກປ່ຽນດ້ານວິທະຍາສາດ ແລະ ວັດທະນະທຳກັບບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ບໍາລຸງບຸກຄະລາກອນດ້ານວິທະຍາສາດເຕັກນິກຊາວຫນຸ່ມ ແລະ ບຸກຄະລາກອນນະວັດຕະກໍາໃຫ້ປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້,ຊຸກຍູ້ການເຊື່ອມຕໍ່ຈິດໃຈປະຊາຊົນ, ເສີມຂະຫຍາຍຄວາມສາມາດປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ແລະ ຊຸກຍູ້ການພັດທະນາຮ່ວມກັນ.



昆明信息港讯(昆明日报 记者张丽亚)目前,来自泰国、老挝、越南、缅甸、柬埔寨、马来西亚6国的20名铁路官员,正在昆明铁道职业技术学院进行集中培训。

由云南省科技厅主办,云南中华职业教育社、昆明铁道职业技术学院、昆明市教育对外合作交流中心联合承办的“智汇云南”计划培训项目——澜湄国家铁路官员培训班已开班。此次培训为期20天,通过专题讲座、交流研讨、现场实作、实地参观考察等多种形式,为6国的20名铁路官员展示中国铁路的经验和做法,进一步推广以铁路联通为枢纽的命运共同体的“中国方案”,积极配合中国铁路“走出去”。

这也是云南省“智汇云南”计划的重要组成部分,旨在通过吸引南亚东南亚国家青年科研及技术人才来滇开展科学研究、创新创业和技术培训,加强与南亚东南亚国家的科技人文交流,为南亚东南亚国家合作培养青年科技人才和创新创业人才,促进民心相通,提升科技创新能力,推动共同发展。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/25

16:29

ແບ່ງປັນ

ແປ
翻译