“ແຂວງຢຸນນານກອດຊົມທົ່ວໂລກ” ງານວາງສະແດງສິນຄ້າພິເສດຂອງຢຸນນານໄດ້ໄຂຂຶ້ນຢູ່ປັກກິ່ງ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 12 ເດືອນມິຖຸນານີ້, ນັກຂ່າວໄດ້ຮັບຮູ້ຈາກຫ້ອງວ່າການພົວພັນຕ່າງປະເທດແຂວງຢຸນນານວ່າ, ແຕ່ວັນທີ 9 ຫາວັນທີ 15 ມິຖຸນານີ້, ກົມບໍລິການພະນັກງານພົວພັນຕ່າງປະເທດປັກກິ່ງ ແລະ ຫ້ອງວ່າການພົວພັນຕ່າງປະເທດແຂວງຢຸນນານໄດ້ຮ່ວມກັນຈັດຕັ້ງງານວາງສະແດງສິນຄ້າພິເສດຂອງແຂວງຢຸນນານ ພາຍໃຕ້ຫົວຂໍ “ແຂວງຢຸນນານກອດຊົມທົ່ວໂລກ” ຢູ່ຮ້ານຂາຍເຄື່ອງທີ່ປອດພາສີຮ້ານທີສອງ ພະນັກງານພົວພັນຕ່າງປະເທດປັກກິ່ງ. ໃນວັນທີ 9, ທູດ 90 ກວ່າຄົນທີ່ປະຈຳຢູ່ຈີນຈາກເກືອບ 40 ປະເທດໄດ້ໄປຢ້ຽມຢາມເຂດວາງສະແດງເພື່ອຊີມລົດຊາດຂອງ "ກາເຟຢຸນນານ", "ໝາກໄມ້ຢຸນນານ" ແລະ "ດອກໄມ້ຢຸນນານ", ສຳຜັດກັບ "ສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢຸນນານ".

1430452_2048x2048

ຮູບພາບຈາກຫ້ອງວ່າການພົວພັນຕ່າງປະເທດຂອງອຳນາດການປົກຄອງແຂວງຢຸນນານ

ງານວາງສະແດງສິນຄ້າຄັ້ງນີ້ແມ່ນມາດຕະການຢ່າງລະອຽດຂອງຫ້ອງວ່າການພົວພັນຕ່າງປະເທດແຂວງຢຸນນານນໍາໃຊ້ເວທີການພົວພັນຕ່າງປະເທດແຫ່ງຊາດ, ເພື່ອເພີ່ມທະວີຄວາມນິຍົມແລະຊື່ສຽງຂອງ "ຜະລິດຕະພັນແຂວງຢຸນນານ", ຊຸກຍູ້ການພັດທະນາເສດຖະກິດຊັບພະຍາກອນຂອງແຂວງ, ແລະໂຄສະນາເຜີຍແຜ່ກາລະໂອກາດການລົງທຶນຢູ່ແຂວງຢຸນນານ. ຫ້ອງວ່າການພົວພັນຕ່າງປະເທດແຂວງຢຸນນານ ແລະ ກົມບໍລິການດັ່ງກ່າວໄດ້ເລີ່ມຕົ້ນປະຕິບັດຈາກຜົນສໍາເລັດໃນ 31 ປີຂອງກະຊວງການພົວພັນຕ່າງປະເທດຊ່ວຍເຫຼືອເມືອງມາລີ້ພໍ່ ກິ່ງແຂວງປົກຄອງຕົນເອງເຜົ່າຈ້ວງ ເຜົ່າມຽວ ເວີນຊ່ານ ແລະ ເມືອງປົກຄອງຕົນເອງເຜົ່າມຽວ ເຜົ່າຢາວ ເຜົ່າລື້ ຈີນຜິງ ຢູ່ກິ່ງແຂວງປົກຄອງຕົນເອງເຜົ່າຮານີ ເຜົ່າຢີ ຫົງເຫີຢູ່ແຂວງຢຸນນານ, ການວາງແຜນ ແລະ ອອກແບບໂດຍປີ່ນອ້ອມຜະລິດຕະພັນພິເສດທີ່ມີຄຸນນະພາບສູງ ແລະ ວັດທະນະທໍາຊົນເຜົ່າທີ່ມີສີສັນຫຼາກຫຼາຍຂອງແຂວງຢຸນນານ, ໄດ້ວາງຂາຍ 56 ຜະລິດຕະພັນຈາກ 32 ວິສາຫະກິດໃນແຂວງ.

1430453_2048x2048

1430454_2048x2048

ຮູບພາບຈາກຫ້ອງວ່າການພົວພັນຕ່າງປະເທດຂອງອຳນາດການປົກຄອງແຂວງຢຸນນານ

ຢູ່ພາກສະໜາມ, “ຜະລິດຕະພັນສີຂຽວ”ຈາກແຂວງຢຸນນານໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ, ເພງພື້ນເມືອງ ແລະ ການຟ້ອນລຳທຳເພງອັນມ່ວນຊື່ນໃຫ້ຄົນຮູ້ສຶກເກືອກກົ້ວມົວເມົາ, ແລະ “ຄູ່ມືການລົງທຶນຢຸນນານ ຈີນ” ທີ່ໄດ້ກະກຽມໄວ້ຢ່າງດີໃຫ້ທູດຈາກປະເທດຕ່າງໆມີຄວາມເຂົ້າໃຈຕໍ່ຂໍ້ມູນດຶງດູດການລົງທຶນຂອງແຂວງຢຸນນານ. ທູດລ້ວນແຕ່ກ່າວວ່າ, ຮູບແບບຂອງງານວາງສະແດງສິນຄ້າຄັ້ງນີ້ແມ່ນປະດິດສ້າງໃໝ່ເປັນພິເສດ, ຜະລິດຕະພັນວາງສະແດງລ້ວນແຕ່ມີເອກະລັກພິເສດເຊິ່ງໄດ້ສະແດງໃຫ້ເຫັນລັກສະນະຂອງແຂວງຢຸນນານ ແລະ ຄວາມງາມອັນຫຼາກຫຼາຍຂອງແຂວງຢຸນນານ. ເຂົາເຈົ້າໄດ້ເພີ່ມທະວີເຂົ້າໃຈຕໍ່ແຂວງຢຸນນານໂດຍຜ່ານການເຄື່ອນໄຫວຄັ້ງນີ້, ຫວັງວ່າຈະໄປຢຸນນານສຳຜັດກັບ  "ສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢຸນນານ", ແລະຈະຕັ້ງໜ້າແນະນຳໂຄສະນາແຂວງຢຸນນານ ແລະ ຜະລິດຕະພັນຢຸນນານໃຫ້ແກ່ວິສາຫະກິດການຄ້າ ແລະ ເພື່ອນມິດຂອງປະເທດຕົນ, ຊຸກຍູ້ໃຫ້ທຸກຝ່າຍສາມາດຊອກຫາໂອກາດການຮ່ວມມືໄດ້ຕື່ມອີກ.


记者6月12日从云南省人民政府外事办公室获悉:6月9日至15日,北京外交人员服务局(以下简称服务局)和云南省外办在北京外交人员第二免税商店共同举办“彩云之南,拥抱世界”云南特色商品展。9日当天,近40个国家的90余名驻华使节走进展区,品“云咖”、尝“云果”、赏“云花”,体验“有一种叫云南的生活”。

1430452_2048x2048

云南省人民政府外事办公室供图

本次商品展是省外办借力国家外交平台,提高“云品”知名度和美誉度,助推全省资源经济发展,宣传云南投资机遇的具体举措。省外办和服务局以外交部挂钩帮扶云南省文山壮族苗族自治州麻栗坡县、红河哈尼族彝族自治州金平苗族瑶族傣族自治县31年的成果为切入点,围绕云南高品质特色产品和丰富多彩的民族文化策划设计,组织了全省32家企业的56件产品参展销售。

1430453_2048x2048

1430454_2048x2048

云南省人民政府外事办公室供图

现场,绿色“云品”受青睐,欢快的民族歌舞和器乐演奏令人陶醉,精心准备的《中国·云南投资指南》也让各国使节更深入了解云南省招商引资资讯。使节们纷纷表示,此次商品展出形式别出心裁,展品特色鲜明,展示了云南特色以及云南多样之美。他们通过活动加深了对云南的了解,期待亲赴云南体验“有一种叫云南的生活”,并将向自己国家的经贸企业和友人积极推介云南和“云品”,推动各方发现更多合作机遇。(云南网 记者韩成圆)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/13

15:03

ແບ່ງປັນ

ແປ
翻译