ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ຫວ່າງມໍ່ໆມານີ້, ທ່ານຈ່ຽງໄດ້ລົງທະບຽນບໍລິສັດການຄ້າຕ່າງປະເທດລົດຍົນພະລັງງານໃໝ່ຢູ່ເຂດການຄ້າເສລີພາກພື້ນຄຸນໝິງຂອງ (ຢຸນນານ) ຈີນ. ທ່ານຈ່າງເຮັດທຸລະກິດຂາເຂົ້າແລະຂາອອກເປັນເທື່ອທຳອິດບໍ່ມີຄວາມຄິດ ແລະ ປະສົບການໃດໜຶ່ງ, ສະນັ້ນທ່ານໄດ້ໄປສູນການບໍລິການລວມຂອງເຂດການຄ້າເສລີພາກພື້ນຄຸນໝິງເພື່ອຂໍໃຫ້ການຊ່ວຍເຫຼືອຈາກພະນັກງານຜູ້ວ່າການເຮັດແທນເລີື່ອງບໍລິຫານລັດ. ພະນັກງານບໍລິຫານລັດສີແດງຜູ້ສາມາດຊ່ວຍ ແລະ ເປັນຕົວແທນດຳເນີນງານຢູ່ສູນການບໍລິການລວມຂອງເຂດການຄ້າເສລີພາກພື້ນຄຸນໝິງ ໄດ້ແຈ້ງໃຫ້ທ່ານກ່ຽວກັບຮູ້ຂັ້ນຕອນການດຳເນີນງານຢ່າງລະອຽດ, ພ້ອມທັງຕິດຕໍ່ກັບກົມພາສີກ່ຽວກັບຈຸດສຳຄັນຂອງການດຳເນີນງານຢ່າງເຕັມສ່ວນ, ໄດ້ຊ່ວຍເຫຼືອ ແລະ ຊີ້ນໍາໃຫ້ທ່ານຈ່ຽງສໍາເລັດການລົງທະບຽນ ແລະ ເກັບເປັນຂໍ້ມູນໄວ້ຂອງຄຸນວຸດທິວິສາຫະກິດດ້ານການຄ້າສາກົນຢູ່ “ປ່ອງຢ້ຽມດຽວ”. ທ່ານຈ່າງໄດ້ຕີລາຄາສູງຕໍ່ຄະນະຜູ້ຊ່ວຍສີແດງຢູ່ສູນການບໍລິການລວມຂອງເຂດການຄ້າເສລີພາກພື້ນຄຸນໝິງ ແລະ "ການຜ່ານດ່ານທີ່ບໍ່ໃຊ້ເອກະສານເຈ້ຍ" ຂອງດ່ານພາສີຄຸນໝິງ.
"ການຜ່ານດ່ານທີ່ບໍ່ໃຊ້ເອກະສານເຈ້ຍ" ແມ່ນມາດຕະການປະຕິຮູບທີ່ສຳຄັນທີ່ດ່ານພາສີຄຸນໝິງໄດ້ສົມທົບເຂົ້າໃນການກໍ່ສ້າງເຂດການຄ້າເສລີຢ່າງຕັ້ງໜ້າ, ກົມພາສີຈະບໍ່ກວດກາຟອມການລົງທະບຽນຂອງຜູ້ດຳເນີນທຸລະກິດການຄ້າຕ່າງປະເທດອີກດ້ວຍ. ວິສາຫະກິດສາມາດສະເໜີໃບຮ້ອງຂໍພາສີທາງອອນລາຍໂດຍຜ່ານວິທີຕ່າງໆເຊັ່ນ: "ອິນເຕີເນັດ + ພາສີ", ການຄ້າສາກົນ “ປ່ອງຢ້ຽມດຽວ”, ພະແນກຄຸ້ມຄອງຕະຫຼາດເວທີການບໍລິການລັດຖະບານ "ໃບຢັ້ງຢືນຫຼາຍປະສົມເປັນຫນຶ່ງ" , ໄດ້ຍົກສູງຄວາມສະດວກດ້ານການຜ່ານດ່ານໃຫ້ແກ່ວິສາຫະກິດຢ່າງຫຼວງຫຼາຍ.
ຕາມການຮັບຮູ້, ເພື່ອຊ່ວຍໃຫ້ບໍລິສັດການຄ້າຕ່າງປະເທດແກ້ໄຂບັນຫາຕ່າງໆເຊັ່ນ "ການເຮັດເອກະການທີ່ມີຄວາມຫຍຸ້ງຍາກ" ແລະ "ບໍ່ສາມາດເຮັດເອກະການໄດ້", ສູນບໍລິການລວມຂອງເຂດການຄ້າເສລີພາກພື້ນຄຸນໝິງໄດ້ເຮັດຟອມຂະບວນການດໍາເນີນງານກ່ຽວກັບການລົງທະບຽນ ແລະ ເກັບເປັນຂໍ້ມູນໄວ້ຂອງຄຸນວຸດທິວິສາຫະກິດທາງອອນໄລນ໌ເປັນພິເສດ, ເພື່ອສະໜອງຂໍ້ແນະນຳການດຳເນີນງານໃຫ້ແກ່ວິສາຫະກິດ, ແລະ ບໍລິການວິສາຫະກິດທີ່ແນໃສ່ການສົ່ງອອກ, ຄືວິສາຫະກິດການຄ້າຕ່າງປະເທດ ແລະ ການຄ້າອີຄອມເມີຊຂ້າມຊາຍແດນຢ່າງຖືກເປົ້າໝາຍ.
昆明信息港讯(昆明日报 记者吴洁) 近日,张先生在中国(云南)自由贸易试验区昆明片区登记注册了一家新能源汽车外贸公司。首次接触进出口业务的张先生毫无头绪,于是到自贸试验区昆明片区综合服务中心询问政务帮办代办人员。自贸试验区昆明片区综合服务中心红色帮办代办服务队人员详细告知其业务办理流程,并对接海关部门充分咨询了办理要点,协助并指导张先生完成国际贸易单一窗口企业资质备案登记。张先生对自贸试验区昆明片区综合服务中心红色帮办队及昆明海关“无纸化通关”给予高度评价。
“无纸化通关”是昆明海关积极融入自贸试验区建设的一项重要改革举措,海关部门不再核验对外贸易经营者备案登记表,企业可以通过“互联网+海关”、国际贸易单一窗口、市场监管部门“多证合一”政务服务平台等线上提交海关备案申请,大大提升了企业通关便利化程度。
据悉,为帮助外贸企业解决“业务难办”“不会办”等问题,自贸试验区昆明片区综合服务中心专门制作了企业资质备案登记网上办理操作流程表,为企业提供操作指引,精准服务对外贸易、跨境电商等外向型企业。
ໂຄງການສຳຄັນ ດາວທຽມລາວ"LAOSAT-1" ຊ່ວຍໃຫ້ລາວບັນລຸຄວາມຝັນດາວທຽມ!
ສະບາຍດີ2023-06-01
ວິສາຫະກິດການຄ້າຕ່າງປະເທດຍ້ອງຍໍການບໍລິການຂອງເຂດການຄ້າເສລີພາກພື້ນຄຸນໝິງ
ສະບາຍດີ2023-06-05
ນັກຮຽນປະຖົມລາວຈໍານວນ 100 ຄົນໄດ້ເດີນທາງມາເມືອງຄຸນໝິງດ້ວຍຂະບວນລົດໄຟຜູ້ໂດຍສານສາກົນຂອງທາງລົດໄຟລາວ-ຈີນ
ສະບາຍດີ2023-06-01
ທ່ານລິວຫົງຈ້ຽນໄດ້ພົບປະ ແລະ ປຶກສາຫາລືກັບທ່ານວຽງສະຫວັດ ສີພັນດອນເລຂາຄະນະບໍລິຫານງານພັກແຂວງ ຮັກສາການ ເຈົ້າແຂວງຫຼວງນ້ຳທາ ປະເທດລາວ
ສະບາຍດີ2023-05-30
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
06/05
11:19
— ແບ່ງປັນ —