ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 16 ເມສານີ້, ກຸ່ມສໍາພາດ "ເຂົ້າໄປໃນທາງລົດໄຟລາວ-ຈີນ" ຂອງ "ທິວທັດທີ່ສວຍງາມຂອງເສັ້ນທາງສາຍໄໝເຫຼັກ" ໄດ້ເຂົ້າໄປໃນສະຖານີ ວັງວຽງ. ນັກຂ່າວໃຫ້ຮັບຮູ້ວ່າ: ພາຍຫຼັງການເປີດບໍລິການຂອງເສັ້ນທາງລົດໄຟລາວ-ຈີນ, ປະຊາຊົນເລືອກວິທີເດີນທາງສູ່ລາວດ້ວຍລົດໄຟນັບມື້ນັບຫຼາຍຂຶ້ນ, ຈໍານວນນັກທ່ອງທ່ຽວຢູ່ສະຖານີວັງວຽງໄດ້ເພີ່ມຂຶ້ນເປັນ 2 ເທົ່າ, ເຊິ່ງໄດ້ນໍາມາກາລະໂອກາດໃໝ່ໃຫ້ແກ່ການພັດທະນາຂະແໜງການທ່ອງທ່ຽວຢູ່ທ້ອງຖິ່ນ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ມາຮອດວັນທີ 15 ເມສາ, ສະຖານີວັງວຽງໄດ້ເປີດການນຳໃຊ້ຂະບວນລົດໄຟ 405 ຄູ່, ເທົ່າກັບ 217% ຂອງໄລຍະດຽວກັນຂອງປີກາຍນີ້, ໄດ້ຂົນສົ່ງຜູ້ໂດຍສານ 78.386 ຄົນ, ເທົ່າກັບ 988% ຂອງໄລຍະດຽວກັນຂອງປີກາຍນີ້.
ວັງວຽງຂື້ນກັບແຂວງວຽງຈັນຂອງປະເທດລາວ, ມີຊື່ສຽງໂດ່ງດັງທາງດ້ານພູມສັນຖານກາສະເຕີ ແລະ ກິດຈະກຳກາງແຈ້ງຢູ່ແຄມທະເລສາບຫຼືໃນພູເຂົາ ,ແລະມີແມ່ນ້ຳອັນສົດໄສ ແລະ ຮີດຄອງປະເພນີພື້ນເມືອງ, ໄດ້ຍ້ອງຍໍເປັນ "ກຸ້ຍລິນນ້ອຍ" ໃນປະເທດລາວ. ຢູ່ທີນີ້ມີໂຄງການກິລາກາງແຈ້ງຕ່າງໆ ເຊັ່ນ: ມີລ່ອງກົງເບັງ ແລະ ພາຍເຮືອກາຍັກ ແລະອື່ນໆ, ເປັນແຫຼ່ງທ່ອງທ່ຽວທີ່ຊື່ສຽງຂອງປະເທດລາວ.
ສະຖານີວັງວຽງ ຫ່າງຈາກຕົວເມືອງວັງວຽງ ປະມານ 2 ກິໂລແມັດ, ມີເນື້ອທີ່ກໍ່ສ້າງ 4,997,97 ຕາແມັດ, ໂຄງສ້າງຫຼັກແມ່ນອອກແບບເປັນຊັ້ນດຽວ ແລະ ບາງສ່ວນເປັນ 2 ຊັ້ນ, ເນື້ອທີ່ຫ້ອງລໍຖ້າທັງໝົດເປັນ 2,496 ຕາແມັດ, ມີ 900 ບ່ອນນັ່ງ ແລະ ສາມາດບັນຈຸໄດ້ເຖິງ 1,000 ຄົນລໍຖ້າລົດໄຟໃນເວລາດຽວກັນ. ທັງສອງດ້ານຂອງຫ້ອງໂຖງມີຫ້ອງລໍຖ້າ VIP, ຫ້ອງນໍ້າ, ບ່ອນນໍ້າດື່ມ ແລະ ອື່ນໆ, ສ່ວນຊັ້ນສອງແມ່ນວາງແຜນເປັນເຂດບໍລິການການຄ້າຂອງສະຖານີວັງວຽງ. ສະຖານີດັ່ງກ່າວມີ 2 ເວທີຂຶ້ນລົດໄຟເຊິ່ງຍາວ 450 ແມັດ, ມີ 3 ສາຍເຂົ້າ-ອອກຢຸດຢູ່ເວທີດັ່ງກ່າວ. ເວທີ 2 ແລະ 3 ຮອດປະຕູອອກສະຖານີແມ່ນເຊື່ອມຕໍ່ໂດຍທາງໃຕ້ດິນ, ມີ 2 ຂັ້ນໄດມີຮາວ ແລະ 2 ລິບ.
ຕາມຂໍ້ມູນສະແດງໃຫ້ເຫັນວ່າ, ນັບແຕ່ການເປີດບໍລິການຂອງທາງລົດໄຟລາວ-ຈີນມາຮອດວັນທີ 15 ເມສານີ້, ສະຖານີວັງວຽງໄດ້ເປີດນຳໃຊ້ຂະບວນລົດໄຟ 1.542 ຄູ່, ສົ່ງຜູ້ໂດຍສານ 189.351 ເທື່ອຄົນ, ແລະການສົ່ງຜູ້ໂດຍສານສູງສຸດຕໍ່ວັນແມ່ນ 1.487 ເທື່ອຄົນ, ຈຳນວນການຂົນສົ່ງຜູ່ໂດຍສານຢູ່ສະຖານີນີ້ຍັງສືບຕໍ່ເພີ່ມຂຶ້ນ. ໃນດ້ານການຂົນສົ່ງ, ມາຮອດວັນທີ 15 ເມສາ, ໄດ້ຂົນສົ່ງຕູ້ລົດໄຟບັນທຸກ 16.321 ຕູ້, ສະເລ່ຍ 19 ຕູ້ຕໍ່ມື້. ໂດຍສະເພາະແມ່ນນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ມາຮອດວັນທີ 15 ເມສາເປັນຕົ້ນມາ, ໄດ້ບັນທຸກ 5.502 ຕູ້, ສະເລ່ຍ 52 ຕູ້ຕໍ່ວັນ ເທົ່າກັບ 274% ຂອງໄລຍະດຽວກັນຂອງປີກາຍ; ຈຳນວນການຂົນສົ່ງສິນຄ້າຢູ່ສະຖານີມີການເພີ່ມຂຶ້ນຢ່າງຊັດເຈນ.
ຕາມທັດສະນະຂອງຜູ້ຮັບຜິດຊອບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວເມືອງວັງວຽງແລ້ວ, ການພັດທະນາຂະແໜງການທ່ອງທ່ຽວຂອງເມືອງວັງວຽງພວມມີອະນາຄົດອັນສົດໄສ. ທ່ານແນະນຳວ່າ, ພາຍຫຼັງທາງລົດໄຟຈີນ-ລາວໄດ້ເປີດການບໍລິການແລ້ວ, ຈຳນວນນັກທ່ອງທ່ຽວທີ່ໄປວັງວຽງຜ່ານທາງລົດໄຟໄດ້ເພີ່ມຂຶ້ນ, ໂດຍສະເພາະໃນທ້າຍອາທິດ. ໃນປີ 2019 ມີນັກທ່ອງທ່ຽວເຂົ້າມາທ່ຽວວັງວຽງປະມານ 3 ແສນຄົນ, ພາຍຫຼັງເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນແລ້ວ, ໂດຍສະເພາະແຕ່ເດືອນມັງກອນຫາເດືອນມີນາປີນີ້, ມີນັກທ່ອງທ່ຽວເຂົ້າມາວັງວຽງຫຼາຍກວ່າ 100,000 ຄົນ.
昆明信息港讯 (昆明日报 全媒体记者王绍芬) 4月16日,“钢铁丝路好风光”之“走进中老铁路”采访团走进万荣站。记者了解到,中老铁路开通运营后,越来越多的人选择乘坐火车到老挝旅游,万荣站旅客成倍增长,为当地旅游业发展带来新机遇。今年以来,截至4月15日,万荣站开行列车405对,为去年同期的217%,客发78386人次,为去年同期的988%。
万荣隶属于老挝万象省,以喀斯特地貌和山间湖边的户外活动闻名,山清水秀、民风淳朴,有老挝“小桂林”美誉。这里有轮胎漂流、划皮划艇等户外运动项目,是老挝著名的休闲旅游地。
万荣站距万荣市区约2公里,建筑面积4997.97平方米,主体设计为一层,局部二层,整个候车室面积2496平方米,座椅900个,最大可容纳1000人同时候车。在候车大厅两侧,分别设置有VIP候车室、卫生间、饮水处等,第二层计划设计为万荣站商业服务区。车站建有2座站台,站台长度均为450米,3条到发线均靠站台。站台之间2、3站台至出站口都使用地下通道进行连通,设有扶梯、直梯各2座。
数据显示,自中老铁路开通以来,截至4月15日,万荣站开行列车1542对,客发189351人次,最高日发送1487人次,车站的旅客发送量不断增加。货运方面,截至4月15日,万荣站装车16321车,日均19车。特别是今年以来,截至4月15日,装车5502车,日均52车,为去年同期的274%;车站货运增量明显。
在万荣新闻文化旅游部门负责人看来,万荣旅游业发展前景可期。他介绍,中老铁路开通后,通过铁路到万荣的游客增多了,特别是周末增加明显。2019年到万荣旅游的人数大概是30万人次,中老铁路开通后,特别是今年1月至3月,来万荣的游客达10余万人次。
ປະລິມານການຂົນສົ່ງສິນຄ້າໃນພາກສ່ວນລາວຂອງທາງລົດໄຟລາວ-ຈີນສືບຕໍ່ເພີ່ມຂຶ້ນ
ສະບາຍດີ2023-04-06
ປະສິດທິຜົນເສັ້ນທາງທອງຂອງທາງລົດໄຟລາວ-ຈີນສືບຕໍ່ຂະຫຍາຍຕົວ ແຫຼ່ງສິນຄ້າໄດ້ປົກຄຸມ 8 ປະເທດໃນພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້
ສະບາຍດີ2023-03-02
ປະສິດທິຜົນເສັ້ນທາງທອງຂອງທາງລົດໄຟລາວ-ຈີນສືບຕໍ່ຂະຫຍາຍຕົວ ແຫຼ່ງສິນຄ້າໄດ້ກວມເອົາ 8 ປະເທດໃນພາກພື້ເນອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ
ສະບາຍດີ2023-03-01
ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ສົ່ງເສີມທາງລົດໄຟເຊຶ່ອມໂຍງເຊື່ອຕໍ່ຢ່າງຕໍ່ເນື່ອງ
ສະບາຍດີ2023-03-21
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
04/17
10:49
— ແບ່ງປັນ —