ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 24 ກຸມພານີ້, ຫ້ອງວ່າການຖະແຫຼງຂ່າວອົງການປົກຄອງແຂວງຢູນນານໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບເລັ່ງລັດການກໍ່ສ້າງແຂວງຢູນນານໃຫ້ເປັນສູນຂະຫຍາຍການພັດທະນາສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້, ນັກຂ່າວໄດ້ຮັບຮູ້ຈາກກອງປະຊຸມວ່າ, ນັບແຕ່ການເປີດບໍລິການທາງລົດໄຟລາວ-ຈີນເປັນຕົ້ນມາ, ປະສິດທິຜົນເສັ້ນທາງທອງເຊັ່ນ: ການຂົນສົ່ງຜູ້ໂດຍສານ, ການຂົນສົ່ງສິນຄ້າ ແລະ ການພັດທະນາອຸດສາຫະກຳຕາມເສັ້ນທາງສືບຕໍ່ຂະຫຍາຍຕົວ, ໄດ້ຂົນສົ່ງສິນຄ້າໄປເຖິງ 8 ປະເທດໃນພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້.
ຊຸກຍູ້ການພັດທະນາເສດຖະກິດຂອງດ່ານຊາຍແດນສ້າງເປັນຍີ່ຫໍ້ທີ່ມີລັກສະນະພິເສດ
ຕາມການແນະນຳຂອງທ່ານ ຊູດ່ອງ, ສະມາຊິກພັກຂອງຄະນະກຳມະການພັດທະນາ ແລະ ປະຕິຮູບແຂວງ, ຮອງຫົວໜ້າຫ້ອງການຄະນະນໍາຊຸກຍູ້ການກໍ່ສ້າງ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຂັ້ນແຂວງວ່າ, ແຂວງຢູນນານໄດ້ຍາດແຍ່ງກາລະໂອກາດອັນສຳຄັນຂອງການເປີດບໍລິການທາງລົດໄຟລາວ-ຈີນ, ປະຕິບັດ“ສີ່ເຄື່ອນໄຫວ”ຄື: ຍົກລະດັບຄວາມສາມາດຂອງຊ່ອງທາງ, ກໍ່ສ້າງສູນກາງໂລຈິດສຕິ, ການພັດທະນາອຸດສາຫະກຳຕາມເສັ້ນທາງ ແລະ ບົ່ມສ້າງຜູ້ປະກອບໃນຕະຫຼາດ. ໃນປີກາຍນີ້, ທາງລົດໄຟລາວ-ຈີນໄດ້ສົ່ງຜູ້ໂດຍສານ 10,4571 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 14,5047 ລ້ານໂຕນ, ຈຸດໝາຍປາຍທາງທີ່ຮັບສິນຄ້າ ແລະ ແຫຼ່ງສິນຄ້າໄດ້ກວມເອົາ 8 ປະເທດລວມທັງໄທ, ມຽນມາ, ລາວ, ມາເລເຊຍ, ຫວຽດນາມ, ກຳປູເຈຍສິງກະໂປ ແລະ ບັງກລາແດັສ, ປະເພດສິນຄ້າໄດ້ຂະຫຍາຍຈາກຢາງພາລາ, ຝຸ່ນເຄມີ, ສັບພະສິນຄ້າໃນໄລຍະຕົ້ນຂະຫຍາຍຮອດ 1,200 ກ່ວາປະເພດເຊັ່ນ: ເຄື່ອງເອເລັກໂຕຼນິກ,ພະລັງງານແສງແດດ, ການສື່ສານ , ລົດຍົນ ແລະ ດອກໄມ້, ເຊິ່ງໄດ້ສ້າງຊ່ອງທາງໂລຈິສຕິສາກົນທີ່ສະດວກແລະມີປະສິດທິຜົນທີ່ເຊື່ອມຕໍ່ພາຍໃນແລະຕ່າງປະເທດລະຫວ່າງຈີນກັບອາຊຽນ, ຜົນກະທົບຂອງເສັ້ນທາງທອງໄດ້ສືບຕໍ່ຂະຫຍາຍຕົວ.
ແຂວງຢຸນນານຈະສືບຕໍ່ປະຕິບັດການກໍ່ສ້າງສູນຂະຫຍາຍການພັດທະນາສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້ຈາກດ້ານການເຊື່ອມໂຍງເຊື່ອມຈອດຊ່ອງທາງສາກົນ, ກໍ່ສ້າງເຂດເປີດປະຕູສູ່ພາຍນອກທີ່ມີລະດັບສູງຢ່າງຮອບດ້ານ, ເລັ່ງລັດພັດທະນາເສດຖະກິດຊ່ອງທາງ ແລະ ເສດຖະກິດດ່ານຊາຍແດນ, ເພີ່ມທະວີຄວາມສາມາດການແຂ່ງຂັນຂອງອຸດສາຫະກຳທີ່ມີລັກສະນະ, ເພີ່ມທະວີການແລກປ່ຽນດ້ານວັດທະນະທໍາກັບບັນດາປະເທດອາຊີໃຕ້ແລະຕາເວັນອອກສ່ຽງໃຕ້. ໃນນັ້ນ, ຈະຊຸກຍູ້ການກໍ່ສ້າງບັນດາເຂດອຸດສາຫະກຳທີ່ສຳຄັນຢູ່ລຽບຕາມຊາຍແດນ, ນໍາເຂົ້າໂຄງການອຸດສາຫະກຳທີ່ມີຄວາມສາມາດການແຂ່ງຂັນ, ຊຸກຍູ້ອຸດສາຫະກຳເຕົ້າໂຮມກັນ. ຈັດຕັ້ງປະຕິບັດການເຄື່ອນໄຫວສາມປີຂອງການກໍ່ສ້າງດ່ານຊາຍແດນ, ສະໜັບສະໜູນຕາແສງບໍ່ຫານ, ເຫີໂກ ແລະ ຣູ້ຍລີ້ເລັ່ງລັດການກໍ່ສ້າງເມືອງຊາຍແດນສາກົນ. ປິ່ນອ້ອມໂລຈິສຕິການຄ້າ, ການປຸງແຕ່ງອຸປະກອນ, ການທ່ອງທ່ຽວຕ່າງປະເທດ, ເຮັດແທນດຳເນີນທຸລະກິດ, ການບໍລິການດ້ານການເງິນ ແລະ ອື່ນໆ, ຊຸກຍູ້ເສດຖະກິດດ່ານຊາຍແດນພັດທະນາໃຫ້ມີລັກສະນະ ແລະ ຍີ່ຫໍ້ຂອງຕົນ. ສືບຕໍ່ຜັນຂະຫຍາຍຜົນກະທົບຂອງທາງລົດໄຟລາວ-ຈີນ, ຊຸກຍູ້ການຂົນສົ່ງຮ່ວມມືີທາງທະເລ-ທາງຫຼວງ-ທາງລົດໄຟດ້ວຍຊ່ອງທາງໃໝ່ຈີນ-ມຽນມາເປັນປົກກະຕິ.
ການກໍ່ສ້າງດ່ານຊາຍແດນລະບົບອັດສະລິຍະບໍ່ຫານໄດ້ຮັບປະສິທິຜົນທີ່ພົ້ນເດັ່ນ
ຕາມການແນະນຳຂອງທ່ານຢາງສີວມິງ, ວິສະວະກອນໃຫຍ່ຂອງພະແນກອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຂວງວ່າ, ປະຈຸບັນນີ້, 8 ກິ່ງແຂວງ (ນະຄອນ) ທີ່ລຽບຕາມຊາຍແດນຂອງແຂວງຢຸນນານ (ນະຄອນບາວຊານ, ນະຄອນພູເອີ, ນະຄອນລິງຈາງ, ກິ່ງແຂວງຫົງເຮີ, ກິ່ງແຂວງເວີນຊານ, ກິ່ງແຂວງສິບສອງພັນນາ, ກິ່ງແຂວງເຕີຫອງ, ກິ່ງແຂວງນູຈຽງ) ມີເຂດສວນອຸດສາຫະກຳທີ່ສຳຄັນ 21 ແຫ່ງ. ໃນປີ 2022, ສວນອຸດສາຫະກຳ 21 ແຫ່ງໄດ້ບັນລຸມູນຄ່າການຜະລິດດ້ານອຸດສາຫະກໍາທັງໝົດ 234.5 ຕື້ຢວນ, ລາຍຮັບຈາກການດຳເນີນທຸລະກິດ 229 ຕື້ຢວນ ແລະ ການລົງທຶນອຸດສາຫະກຳ 38.2 ຕື້ຢວນ. ແຕ່ລະເຂດສວນອຸດສາຫະກຳສົມທົບກັບບັນດາທ່າແຮງຂອງຕົນ, ຕັ້ງໜ້າພັດທະນາຂະແໜງການສົ່ງອອກເຊັ່ນ: ການຄ້າການປຸງແຕ່ງນຳເຂົ້າ ແລະ ການສົ່ງອອກ, ຜະລິດສິນຄ້າບໍລິໂພກ, ໂລຈິສຕິການຄ້າ ແລະ ການຄ້າອີຄອມເມີຊຂ້າມຊາຍແດນ, ການນຳພາດ້ວຍເຂດສວນທີ່ສຳຄັນລຽບຕາມຊາຍແດນ, ຍົກລະດັບການເປີປະຕູສູ່ພາຍນອກຢ່າງຮອບດ້ານ, ເສດຖະກິດຈະເຕີບໂຕຢ່າງໝັ້ນທ່ຽງ, ລະດັບການພັດທະນາໂດຍລວມຈະສືບຕໍ່ຍົກສູງຂຶ້ນ.
ທ່ານຢາງສິວມິງສະແດງວ່າ: ໃນຂັ້ນຕອນຕໍ່ໄປ, ພະແນກອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຂວງຈະສຸມໃສ່ການຈັດວາງຍຸດທະສາດແຫ່ງຊາດທີ່ສຳຄັນ, ປິ່ນອ້ອມວຽກງານເຊັ່ນ: ແຜນການເຄື່ອນໄຫວທີ່ສຳຄັນ, ໂຄງການວິສະວະກຳໃຫຍ່, ໜ້າທີ່ວຽກງານປະຕິຮູບທີ່ສຳຄັນ, ຈຸດສາທິດການທົດລອງປະດິດສ້າງໃໝ່ ແລະ ອື່ນໆ, ອີງໃສ່ສະພາບການພັດທະນາຕົວຈິງຂອງອຸດສາຫະກຳແຂວງຢຸນນານ, ຈັດຕັ້ງປະຕິບັດ"ການເຄື່ອນໄຫວສາມປິແຫ່ງການພັດທະນາເຂດພັດທະນາ", ສືບຕໍ່ຊຸກຍູ້ການປະຕິບັດນະໂຍບາຍຢ່າງຕົວຈິງ, ຊຸກຍູ້ການຍົກຍ້າຍ ແລະ ມອບຮັບອຸດສາຫະກຳ, ສຸມໃສ່ອຸດສາຫະກໍາທີ່ສໍາຄັນເພື່ອສ້າງລະບົບຕ່ອງໂສ້ອຸດສາຫະກໍາສັງລວມ. ໂດຍສືບຕໍ່ຜັນຂະຫຍາຍການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ, ຂະຫຍາຍການປະກອບສ່ວນຂອງເຂດອຸດສາຫະກຳທີ່ລຽບຕາມຊາຍແດນເຂົ້າໃນການພັດທະນາເສດຖະກິດພາຍນອກຂອງແຂວງ, ເຊິ່ງຈະສະໜັບສະໜູນການກໍ່ສ້າງສູນຂະຫຍາຍການພັດທະນາສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້.
ທ່ານຢິ່ນຢອງລິນ, ຜູ້ກວດກາຂັ້ນສອງຂອງພະແນກການຄ້າແຂວງ, ແນະນໍາວ່າ: ນັບແຕ່ປີ 2022, ພະແນກການຄ້າແຂວງໄດ້ສຸມໃສ່ການເລັ່ງລັດກໍ່ສ້າງດ່ານຊາຍແດນລະບົບອັດສະລິຍະ, ເລັ່ງລັດການຈັດວາງເຄື່ອນໄຫວສາມປີສໍາລັບການກໍ່ສ້າງດ່ານຊາຍແດນ. ໃນນັ້ນ, ກົມການຄ້າແຂວງໄດ້ສຸມໃສ່ກໍ່ສ້າງດ່ານຊາຍແດນລະບົບອັດສະລິຍະແລະກວດກາຊາຍແດນແບບສະຫຼາດ, ໄດ້ຈັດຕັ້ງກ້ອງທຶນ 369 ລ້ານຢວນເພື່ອຊຸກຍູ້ກໍ່ສ້າງດ່ານຊາຍແດນລະບົບອັດສະລິຍະ 3 ແຫ່ງຢູ່ຕາແສງບໍ່ຫານ, ເຮີໂກແລະຣູ້ຍລີ້. ປະຈຸບັນນີ້, ໂຄງການກໍ່ສ້າງດ່ານຊາຍແດນລະບົບອັດສະລິຍະຢູ່ຕາແສງບໍ່ຫານ ແລະ ເຮີໂກໄດ້ຮັບໝາກຜົນທີ່ໂດດເດັ່ນ. ເວລາການກວດກາ ແລະ ປ່ອຍລົດຂົນສົ່ງສິນຄ້າຢູ່ດ່ານທາງຫຼວງບໍ່ຫານໄດ້ຫຼຸດລົງຈາກສະເລ່ຍ 8-10ນາທີເປັນປະມານ 4 ນາທີ; ເວລາຈາກລົດຂົນສົ່ງສິນຄ້າຜ່ານດ່ານຮອດສະຖານທີ່ກວດກາດຄຸ້ມຄອງດ່ານພາສີໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ. ໃນປີ 2022, ເວລາການຜ່ານດ່ານຊາຍແດນຂາເຂົ້າ-ຂາອອກຂອງແຂວງຢຸນນານຈະສືບຕໍ່ຢູ່ແຖວໜ້າຂອງປະເທດ, ໃນເດືອນທັນວາ 2022, ເວລາການຜ່ານດ່ານຊາຍແດນລວມສໍາລັບການຂາເຂົ້າ-ຂາອອກຈະເປັນອັນດັບຫນຶ່ງຂອງປະເທດ.
ປະສິທິຜົນຂອງການຜ່ານດ່ານຊາຍແດນຂອງທາງລົດໄຟລາວ-ຈີນເປັນອັນດັບໜຶ່ງໃນທົ່ວປະເທດ
ທ່ານກໍ່ຈ້ຽນມີງ, ຫົວໜ້າກວດກາ ແລະ ຫົວໜ້າຄຸ້ມຄອງລະດັບສອງຂອງດ່ານພາສີຄຸນໝິງ, ແນະນຳວ່າ: ໃນຊຸມປີມໍ່ໆມານີ້, ດ່ານພາສີຄຸນໝິງຖືການຫຼຸດຜ່ອນເວລາການຜ່ານດ່ານເປັນຈຸດສຸມໃນການສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດເປັນລະດັບໜຶ່ງຂອງແຂວງເຮົາ, ສືບຕໍ່ປັບປຸງຂະບວນການດຳເນີນທຸລະກິດ, ປົດປ່ອຍທ່າແຮງຂອງການປະຕິຮູບຢ່າງຄົບຖ້ວນ, ຊຸກຍູ້ປະສິທິຜົນຂອງການຜ່ານດ່ານຊາຍແດນຂອງແຂວງພວກເຮົາຢູ່ແຖວໜ້າໃນບັນດາແຂວງ (ເຂດ, ນະຄອນ) ໃນທົ່ວປະເທດຢ່າງສະເໝີ, ເພີ່ມທະວີຄວາມສາມາດດ້ານຂະຫຍາຍການພັດທະນາຢ່າງຮອບດ້ານ, ຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງ ແລະ ການພັດທະນາທີ່ມີຄຸນນະພາບສູງ.
ໃນປັດຈຸບັນນີ້ໄດ້ຄົ້ນຄ້ວາ ແລະ ນຳສະເໜີ 8 ມາດຕະການສໍາລັບສະໜັບສະໜູນການມອບໝາຍໃຫ້ບໍ່ຫານດຳເນີນວຽກງານ, ກຳນົດ 13 ມາດຕະການທີ່ອຳນວຍຄວາມສະດວກໃຫ້ແກ່ການຜ່ານດ່ານຊາຍແດນ, ສະເໜີຕົວຊີ້ນຳພິເສດສຳລັບການຜ່ານດ່ານ, ການຂະຫຍາຍສະຖານທີ່ກວດກາຄຸ້ມຄອງດ່ານພາສີຢູ່ດ່ານຊາຍແດນບໍ່ຫານທາງລົດໄຟເພື່ອຍົກສູງປະສິດທິຜົນຂອງລົດໄຟເຂົ້າອອກເມືອງ, “ເສັ້ນທາງລົດໄຟດ່ວນແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ”ເດີນທາງຈາກນະຄອນຄຸນໝິງຫານະຄອນຫຼວງວຽງຈັນໄດ້ຮັບການປົກຄຸມຢ່າງເຕັມທີ່, ປະສິດທິຜົນການຜ່ານດ່ານໂດຍລວມຂອງທາງລົດໄຟລາວ-ຈີນເປັນອັນດັບທີ່ໜຶ່ງໃນທົ່ວປະເທດ.
2月24日,云南省人民政府新闻办公室召开云南加快建设我国面向南亚东南亚辐射中心新闻发布会,记者从发布会上获悉,自中老铁路开通以来,客运、货物运输、沿线产业开发等黄金线路效应持续扩大,货运已覆盖南亚东南亚8个国家。
推动口岸经济做出特色做成品牌
省发展改革委党组成员、省推进“一带一路”建设工作领导小组办公室专职副主任徐东介绍,云南一直在抢抓中老铁路开通重大机遇,实施通道能力提升、物流枢纽建设、沿线产业开发、市场主体培育“四大行动”。一年多来,中老铁路发送旅客突破1045.71万人次,累计运输货物1450.47万吨,到货地点和货物来源地已覆盖泰国、缅甸、老挝、马来西亚、越南、柬埔寨、新加坡、孟加拉国8个国家,货物品类由开通初期的橡胶、化肥、百货扩展到电子、光伏、通信、汽车、鲜花1200多种,在中国和东盟间构建起一条内外联动、便捷高效的国际物流大通道,黄金线路效应持续扩大。
云南将继续从畅通互联互通国际大通道、构筑全方位对外开放新高地、加快发展口岸经济通道经济、提升特色优势产业竞争力、密切与南亚东南亚国家人文交流等方面,落实好面向南亚东南亚辐射中心建设。其中,将推进沿边重点产业园区建设,着力引进有竞争力的产业项目,推动产业集聚。组织实施口岸建设三年行动,支持磨憨、河口、瑞丽加快建设国际口岸城市。围绕商贸物流、来料加工、跨境旅游、商务代理、金融服务等,推动口岸经济做出特色、做成品牌。持续扩大中老铁路黄金线路效应,推动中缅新通道海公铁联运常态化运行。
磨憨智慧口岸建设取得明显成效
省工业和信息化厅总工程师杨晓明介绍,目前,云南沿边的8个州(市)(保山市、普洱市、临沧市、红河州、文山州、西双版纳州、德宏州、怒江州)共布局重点产业园区21个。2022年,21个产业园区共完成工业总产值2345亿元、营业收入2290亿元及工业投资382亿元。各产业园区结合自身优势,积极发展进出口贸易加工、消费品制造、商贸物流、跨境电商等外向型产业,以沿边重点园区为带动,全面提高对外开放水平,经济稳步增长,总体发展水平不断提高。
杨晓明表示,下一步,省工业和信息化厅将聚焦国家重大战略部署,围绕重点行动计划、重大工程项目、重要改革任务、创新试点示范等系列工作,立足云南产业发展实际,认真抓好《开发区振兴三年行动》的贯彻落实,持续推进政策落实落地,推动承接产业转移,聚焦重点产业打造全产业链。通过不断拓展对内对外合作开放新空间,逐步提升沿边产业园区对全省外向型经济发展的贡献,更好地支撑面向南亚东南亚辐射中心建设。
省商务厅二级巡视员殷永林介绍,2022年以来,省商务厅重点抓加快智慧口岸建设、加快制定口岸建设三年行动等工作。其中,省商务厅以智慧海关、智慧边检建设为重点,安排3.69亿元资金重点推进磨憨、河口、瑞丽3个智慧口岸项目建设。目前,磨憨、河口智慧口岸建设已经取得明显成效。磨憨公路口岸货运车辆验放时间从原来的平均8至10分钟缩减至约4分钟以内;河口公路口岸货运车辆从国门到海关监管作业场所通行时间压缩一半以上。2022年云南省进出口整体通关时间继续保持全国领先,2022年12月当月进出口整体通关时间位居全国第一。
中老铁路整体通关时效稳居全国前列
昆明海关总检验师、二级总监郭建明介绍,近年来,昆明海关始终把压缩通关时间作为服务我省打造一流营商环境的着力点,持续优化通关作业流程,充分释放改革红利,推动我省口岸通关时效始终稳定处于全国各省(区、市)前列,全面提升辐射能力,推进云南更高水平开放、更高质量发展。
现已研究提出8条措施支持磨憨托管,量身定制13项通关便利化措施,发布专项通关指引,推动磨憨铁路口岸海关监管场所“扩场拓围”提升列车进出境效率,昆明至万象的“澜湄快线”实现全覆盖,中老铁路整体通关时效稳居全国前列。(昆明日报 首席记者廖兴阳报道)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
03/02
15:26
— ແບ່ງປັນ —