ປະລິມານການຂົນສົ່ງສິນຄ້າໃນພາກສ່ວນລາວຂອງທາງລົດໄຟລາວ-ຈີນສືບຕໍ່ເພີ່ມຂຶ້ນ

ມາຈາກ:ສະບາຍດີ

1

ສະບາຍດີ ນັກຂ່າວຄຳປະເສີດ)ຕາມຂ່າວຈາກບໍລິສັດທາງລົດໄຟລາວ-ຈີນຈຳກັດໃຫ້ຮູ້ວ່າ:ໃນໄຕມາດທີ 1 ປີ 2023,ໄດ້ມີລົດໄຟຂົນສົ່ງສິນຄ້າທັງໝົດ 954 ຖ້ຽວໃນເສັ້ນທາງລົດໄຟລາວ-ຈີນ ເພີ່ມຂຶ້ນ 112,47% ເມື່ອທຽບໃສ່ປີກາຍ ແລະ ສົ່ງສິນຄ້າມີ 667,600 ໂຕນ,ທຽບໃສ່ປີກາຍເພີ່ມຂຶ້ນ 261,65%,ທ່າແຮງການຂົນສົ່ງຂອງ "ຊ່ອງທາງທອງຄໍາ"ຍັງສືບຕໍ່ປ່ອຍອອກມາ.

ມາຮອດປັດຈຸບັນນີ້,ທາງລົດໄຟລາວ-ຈີນໄດ້ເບີດນໍາໃຊ້ມາເປັນເວລາເກືອບ 16 ເດືອນ,ສະແດງໃຫ້ເຫັນທ່າອ່ຽງການພັດທະນາຢ່າງໄວວາໃນການຂົນສົ່ງຜູ້ໂດຍສານແລະສິນຄ້າ.ໄດ້ນຳກາລະໂອກາດໃໝ່ໃຫ້ປະເທດຈິນ-ລາວ ແລະ ຫຼາຍປະເທດມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ,ພ້ອມທັງໄດ້ເພີ່ມຕົວຢ່າງອັນສົດໃສໃຫ້ແກ່"ໜຶ່ງແລວທາງໜຶ່ງເສັ້ນທາງ"ເພື່ອປຶກສາຫາລືການຮ່ວມມື,ສ້າງໂຄງການຮ່ວມກັນ,ແບ່ງເງີນປັນຜົນ.ການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ,ປະເພດສິນຄ້າທີ່ມີອຸດົມສົມບູນ,ເພີ່ມຂຶ້ນຈາກ 100 ກວ່າປະເພດໃນຕອນຕົ້ນເປີດນໍາໃຊ້ເປັນ 2,000 ກວ່າຊະນິດ.

2

ຕາມຂ່າວໃຫ້ຮູ້ວ່າ,ສິນຄ້າທີ່ສົ່ງອອກຈາກຈີນໄປລາວຕົ້ນຕໍແມ່ນເຄື່ອງອຸປະກອນກົນຈັກ,ເຄື່ອງໄຟຟ້າໃນຄົວເຮືອນ,ຜັກ,ດອກໄມ້,ເຄື່ອງອາໄຫລ່ກົນຈັກແລະອື່ນໆ.ການຂົນສົ່ງສິນຄ້າໄດ້ປຸກຄົມລາວ,ໄທ,ຫວຽດນາມ,ມຽນມາ,ມາເລເຊຍ,ກຳປູເຈຍ,ສິງກະໂປ ແລະ ປະເທດອື່ນໆ,ສິນຄ້າທີ່ສົ່ງອອກຈາກລາວໄປຈີນສ່ວນຫຼາຍແມ່ນແຮ່ໂລຫະ,ມັນຕົ້ນ,ນໍ້າຕາຂອງໂຢບ ແລະ ອື່ນໆ,ສົ່ງໄປຮອດ 25 ແຂວງ,ພາກພື້ນ ແລະ ນະຄອນຂອງ ສປ ຈີນ. 

1

据老中铁路有限公司消息,2023年一季度,中老铁路老挝段累计开行货物列车954列,同比增长112.47%,发送货物66.76万吨,同比增长261.65%,“黄金大通道”的运输潜能持续释放。

截至目前,中老铁路开通运营已近16个月,呈现客货运输两旺的蓬勃发展态势,为中老各国共同繁荣带来新机遇,为“一带一路”共商合作、共建项目、共享红利再添生动例证。中老铁路货发量增长明显,货物品类也更加丰富,已从开通初期的100余种拓展到2000余种。

2

据悉,从中国发运到老挝的货物主要是机械设备、家用电器、蔬菜、鲜花、机械配件等,货物运输覆盖老挝、泰国、越南、缅甸、马来西亚、柬埔寨、新加坡等国,从老挝发运到中国的货物主要是金属矿石、木薯、薏米等,通达中国25个省区市。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

04/06

18:09

ແບ່ງປັນ

ແປ
翻译