ບຸນຫົກນ້ຳຈະມາເຖິງ, ຈຳໍນວນນັກທ່ອງທ່ຽວຂອງຄຸນໝິງເປັນອັນດັບໜຶ່ງໃນບັນດານະຄອນແຫຼ່ງທ່ອງທ່ຽວ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ແຕ່ວັນທີ 13-15 ເມສານີ້, ກິ່ງແຂວງສິບສອງພັນນາຈະຈັດກິດຈະກຳສະເຫຼີມສະຫຼອງບຸນຫົດນ້ຳປະຈຳປີ. ຕາມຂໍ້ມູນຈາກຫຼາຍເວທີການທ່ອງທ່ຽວທາງອິນເຕີເນັດ, ນັບແຕ່ເດືອນເມສາເປັນຕົ້ນມາ, ໃບສັ່ງຈອງການທ່ອງທ່ຽວຂອງກິ່ງແຂວງສິບສອງພັດນາໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.

ຕາມຂໍ້ມູນຈາກເອັບແຊເຊີງສະແດງໃຫ້ເຫັນວ່າ, ໃນອາທິດສຸດທ້າຍຂອງເດືອນມີນາ, ໃບສັ່ງຈອງຜະລິດຕະພັນການທ່ອງທ່ຽວໃນໄລຍະງານບຸນຫົດນ້ໍາຂອງສິບສອງພັນນາເພີ່ມຂຶ້ນ 112% ເມື່ອທຽບໃສ່ອາທິດທີ່ຜ່ານມາ, ແລະເພີ່ມຂຶ້ນ 130% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນໄລຍະບຸນຫົດນໍ້າ, ໃບສັ່ງຈອງປີ້ຍົນໄປເຖິງສິບສອງພັນນາ ແລະ ຈອງໂຮງແຮມທ້ອງຖິ່ນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ໃນນັ້ນ, ໃບສັ່ງຈອງໂຮງແຮມໃນເມືອງຈີ້ງຫົງເພີ່ມຂຶ້ນ 88% ເມື່ອທຽບໃສ່ອາທິດຜ່ານມາ ແລະ ເພີ່ມຂຶ້ນ 177% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ນະຄອນຄຸນໝິງ, ຊຽງໄຮ, ປັກກິ່ງ, ເສີງຕູ່, ຈົງກິ່ງ, ຫາງໂຈ່ວ, ຊູໂຈ່ວ, ເຊີນເຈີ້ນ, ຊາງຊາ, ກວາງໂຈ່ວຢູ່ອັນດັບໃນສິບ. ມາຮອດທ້າຍເດືອນມີນານີ້, ລາຄາປີ້ຍົນລວມທັງອາກອນໄປເຖິງກິ່ງແຂວງສິບສອງພັນນາລະຫວ່າງວັນທີ 10 ຫາ 13 ເມສາແມ່ນ 1,273 ຢວນ, ຈໍານວນການຊອກຫາຖ້ຽວບິນທາງອອນໄລນ໌ໄດ້ເກີນ 300% ທຽບໃສ່ໄລຍະດຽວກັນຂອງປີ 2019.

ຕາມຂໍ້ມູນຈາກເອັບໄປໃສສະແດງໃຫ້ເຫັນວ່າ, ມາຮອດວັນທີ 6 ເມສານີ້, ຈຳນວນປີ້ຍົນທີ່ຈອງລ່ວງໜ້າໄປກິ່ງແຂວງສິບສອງພັນນາແຕ່ໃນວັນທີ 12 ຫາ 16 ເມສາໄດ້ເພີ່ມຂຶ້ນ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ນະຄອນຊາງຊາ, ເຊີນຕູ, ກວາງໂຈ່ວ, ໜານຈິ່ງ, ແລະ ຊຽງໄຮ້ ຢູ່ອັນດັບໃນຫ້າ, ຍັງມີນັກທ່ອງທ່ຽວຫຼາຍໄດ້ບິນໄປກິ່ງແຂວງສິບສອງພັນນາໂດຍຜ່ານຄຸນໝິງ. ໃນໄລຍະບຸນຫົດນ້ຳ, ຈຳນວນການຈອງໂຮງແຮມຢູ່ກິ່ງແຂວງສິບສອງພັນນາໄດ້ເພີ່ມຂຶ້ນ 2.4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ນອກຈາກກິ່ງແຂວງສິບສອງພັນນາ, ຈຳນວນການຈອງໂຮງແຮມຢູ່ກິ່ງແຂວງເຕີນຮົງ ແລະ ນະຄອນພູເອີກໍ່ມີການເພີ່ມຂຶ້ນທີ່ແຕກຕ່າງກັນເມື່ອທຽບໃສ່ອາທິດກ່ອນ.

昆明信息港讯(昆明日报 首席记者李思凡) 4月13日至15日,西双版纳州将举行一年一度的泼水节系列庆祝活动。多个在线旅游平台数据显示,4月以来,西双版纳旅游订单明显增长。

携程数据显示,3月最后一周,预订西双版纳泼水节期间旅游产品的订单环比前一周增长112%,比2019年同期增长130%。泼水节期间,飞往西双版纳的机票和当地酒店订单量均明显增长,其中景洪市的酒店订单环比前一周增长88%,比2019年同期增长177%。昆明、上海、北京、成都、重庆、杭州、苏州、深圳、长沙、广州排名客源城市前10位。截至3月末,4月10日至13日飞往西双版纳的单程含税机票均价为1273元,航班搜索热度超过2019年同期300%。

去哪儿数据显示,截至4月6日,4月12日至16日飞往西双版纳的机票预订量较2019年同期增长50%。长沙、成都、广州、南京、上海排名客源城市前5位,也有很多游客通过昆明中转飞往西双版纳。泼水节期间,西双版纳酒店预订量较2019年同期增长2.4倍。除西双版纳外,德宏、普洱的酒店预订量环比前一周也有不同程度增长。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

04/11

11:22

ແບ່ງປັນ

ແປ
翻译